ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກວດກາເນື້ອໃນຮອບດ້ານຮ່າງກົດໝາຍທີ່ຢູ່ອາໄສ

Oct 9, 2024

ໃນວັນທີ 8 ຕຸລາ 2024 ທີ່ສະພາແຫ່ງຊາດ (ສພຊ) ໄດ້ມີກອງປະຊຸມກວດກາເນື້ອໃນຮອບດ້ານຮ່າງກົດໝາຍວ່າດ້ວຍທີ່ຢູ່ອາໄສ, ໂດຍການເປັນປະທານຂອງທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ; ມີບັນດາທ່ານປະທານ-ຮອງປະທານກໍາມາທິການ ສພຊ, ຮອງຫົວໜ້າຫ້ອງວ່າການສໍານັກງານປະທານປະເທດ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ຄະນະທີ່ປຶກສາທາງດ້ານກົດໝາຍຂອງຄະນະປະຈໍາ ສະພາແຫ່ງຊາດແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ໄຊສົງຄາມ ມະໂນທັມຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ແຈ້ງໃຫ້ທີ່ປະຊຸມຊາບວ່າ: ຜ່ານການຈັດຕັ້ງປະຕິບັດ ແລະ ຄຸ້ມຄອງວຽກງານທີ່ຢູ່ອາໄສໃນໄລຍະຜ່ານມາ ຍັງພົບຄວາມຫຍຸ້ງຍາກ ແລະ ມີຫຼາຍບັນຫາ ເນື່ອງຈາກວ່າບໍ່ທັນມີກົດໝາຍ ແລະ ນິຕິກໍາໃຕ້ກົດໝາຍ ຄຸ້ມຄອງສະເພາະວຽກງານທີ່ຢູ່ອາໄສ; ຍັງບໍ່ທັນມີການຂຶ້ນທະບຽນ, ເກັບກໍາຂໍ້ມູນສະຖິຕິ, ສ້າງຖານຂໍ້ມູນທີ່ຢູ່ອາໄສ ເພື່ອຄຸ້ມຄອງໃຫ້ເປັນລະບົບ, ລວມສູນ ເປັນເອກະພາບໃນຂອບເຂດທົ່ວປະເທດ ເພື່ອເປັນພື້ນຖານໃຫ້ແກ່ລັດໃນການສ້າງນະໂຍບາຍ, ການຂຸດຄົ້ນແຫຼ່ງລາຍຮັບຕາມຄວາມເໝາະສົມ ແລະ ສອດຄ່ອງໃນແຕ່ລະໄລຍະ; ທີ່ຢູ່ອາໄສຈໍານວນໜຶ່ງ ຍັງບໍ່ທັນໄດ້ມາດຕະຖານເຕັກນິກ, ບໍ່ທັນມີລະບົບສຸຂາພິບານທີ່ດີ ແລະ ຍັງຂາດພື້ນຖານໂຄງລ່າງທາງດ້ານເຕັກນິກ ແລະ ສັງຄົມ, ສິ່ງອໍານວຍຄວາມສະດວກຕ່າງໆ; ຍັງບໍ່ທັນມີກົນໄກການຄຸ້ມຄອງວຽກງານທີ່ຢູ່ອາໄສ ຈຶ່ງເປັນເຫດຜົນ ແລະ ຄວາມຈໍາເປັນໃນການສ້າງຮ່າງກົດໝາຍວ່າດ້ວຍທີ່ຢູ່ອາໄສ ຊຶ່ງຮ່າງກົດໝາຍສະບັບນີ້ ມີ 11 ພາກ, 6 ໝວດ ແລະ 67 ມາດຕາ.
ທ່ານ ສົມມາດ ພົນເສນາ ມີຄຳເຫັນກ່າວວ່າ: ຕະຫຼອດໄລຍະດໍາເນີນກອງປະຊຸມ, ຜູ້ເຂົ້າຮ່ວມໄດ້ເປັນເຈົ້າການຄົ້ນຄວ້າ ແລະ ປະກອບຄໍາຄິດຄໍາເຫັນຕໍ່ບັນດາເນື້ອໃນຮ່າງກົດໝາຍສະບັບນີ້ ຢ່າງມີຈຸດສຸມ, ມີລັກສະນະຫຼັກການ ຕິດພັນກັບການຈັດຕັ້ງປະຕິບັດຕົວຈິງ; ມີຄໍາເຫັນລົງເລິກແຕ່ລະພາກ, ໝວດ, ມາດຕາ ໃນນັ້ນ, ມີຫຼາຍເນື້ອໃນຂອງຫຼາຍມາດຕາ ໄດ້ຮັບການປັບປຸງໃຫ້ມີຄວາມຄົບຖ້ວນ ຮັດກຸມ ແລະ ຊັດເຈນກວ່າເກົ່າ ແຕ່ເພື່ອຄວາມເປັນເອກະພາບດ້ານຫຼັກການ ຈຶ່ງມີມາດຕາຈໍານວນໜຶ່ງໃຫ້ສືບຕໍ່ລາຍງານກອງປະຊຸມຄະນະປະຈໍາສະພາແຫ່ງຊາດຕື່ມ ກ່ອນຕົກລົງນໍາເຂົ້າພິຈາລະນາຮັບຮອງເອົາໃນກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດຊຸດທີ IX ທີ່ຈະມາເຖິງນີ້.
(ຂ່າວ: ນາງ ອາລິນ ສຸພິມມະປະດິດ)
May be an image of 1 person and text