ໃນວັນທີ 9 ຕຸລາ 2024 ນີ້, ທ່ານ ຄຳພັນ ສິດທິດຳພາ ເຈົ້າແຂວງວຽງຈັນ ໄດ້ຕ້ອນຮັບ ທ່ານ ຖັງ ເຊົາຮຸຍ ຮອງຫົວໜ້າເຂດປົກຄອງຜິງກູ ນະຄອນຫລວງປັກກິ່ງ ສປ ຈີນ ພ້ອມຄະນະ ໃນໂ ອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງວຽງຈັນ.
ທ່ານ ຄຳພັນ ສິດທິດຳພາ ໄດ້ສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ, ທັງໄດ້ຕີລາຄາສູງຕໍ່ການຮ່ວມມືລາວ-ຈີນ ທີ່ມີມາແຕ່ດົນນານ ກໍຄື ການມາຢ້ຽມຢາມຂອງຄະນະຜູ້ແທນດັ່ງກ່າວ, ພ້ອມທັງໄດ້ແຈ້ງກ່ຽວກັບທ່າແຮງໃນການພັດທະນາເສດຖະ ກິດ-ສັງຄົມຂອງແຂວງວຽງຈັນ ໂດຍສະເພາະແມ່ນມີເສັ້ນທາງລົດໄຟລາວ-ຈີນ ແລ່ນຜ່ານ ສ້າງເງື່ອນໄຂສະດວກໃນການເດີນທາງ ແລະ ຂົນສົ່ງສິນຄ້າ, ທ່າແຮງທາງດ້ານກະສິກຳປູກຝັ່ງ-ລ້ຽງສັດ,ການທ່ອງທ່ຽວ, ທ່າແຮງທາງດ້ານພະລັງງານໄຟຟ້ານໍ້າຕົກ ແລະ ອື່ນໆ ເຊິ່ງທ່ານໄດ້ເຊື່ອເຊີນນັກລົງທຶນຂອງຝ່າຍຈີນ ໃຫ້ເຂົ້າມາລົງທຶນຢູ່ແຂວງວຽງຈັນ ໃຫ້ນັບມື້ເພີ່ມຂຶ້ນ.
ທ່ານ ຖັງ ເຊົາຮຸຍ ໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ, ພ້ອມທັງໄດ້ແຈ້ງກ່ຽວກັບທ່າແຮງຕົ້ນຕໍຂອງເຂດປົກຄອງຜິງກູ ເຊິ່ງມີທ່າແຮງດ້ານກະສິ ກຳ ໂດຍສະເພາະແມ່ນການຜະລິດແນວພັນກະສິກຳ, ທ່າແຮງດ້ານການຄົມມະນາ ຄົມຂົນສົ່ງ ເຊິ່ງເຂດປົກຄອງຜິງກູ ມີຄວາມຍິນດີທີ່ຈະຊຸກຍູ້ສົ່ງເສີມໃຫ້ມີການຮ່ວມມືດ້ານການລົງທຶນຂອງສອງຝ່າຍ ບົນພື້ນຖານຕ່າງຝ່າຍຕ່າງມີຜົນປະໂຫຍດ. ພ້ອມນີ້, ທ່ານຍັງໄດ້ເຊື່ອເຊີນທ່ານເຈົ້າແຂວງວຽງຈັນ ພ້ອມຄະນະໄປຢ້ຽມຢາມເຂດປົກຄອງຜິງກູ ໃນເວລາອັນເໝາະສົມ.
ໃນໂອກາດນີ້, ທັງສອງຝ່າຍຍັງໄດ້ເຊັນບົດບັນທຶກການພົບປະຮ່ວມກັນ ເພື່ອເປັນບ່ອນອີງໃນການຈັດຕັ້ ງ ປະຕິບັດໃນຕໍ່ໜ້າ ເປັນຕົ້ນ ໃນຂົງເຂດເສດຖະກິດ, ກະສິ ກຳ, ອຸດສາຫະກຳ-ການຄ້າ, ທ່ອງທ່ຽວ, ວັດທະນະທຳ, ສຶກສາ, ສາທາລະນະສຸກ, ສິລະ ປະ, ກິລາ, ວິທະຍາສາດ, ເຕັກໂນໂລຊີ, ການບໍລິຫານລັດ, ການພັດທະນາຕົວເມືອງ ແລະ ອື່ນໆ.





