ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ລາວ ເປັນເຈົ້າພາບຈັດກອງປະຊຸມສໍາມະນາກ່ຽວກັບການເຊື່ອມໂຍງເຊື່ອມຈອດ ທາງດ້ານການຂົນສົ່ງຂອງອາຊຽນ

Oct 10, 2024

ກອງປະຊຸມສໍາມະນາກ່ຽວກັບການເຊື່ອມໂຍງເຊື່ອມຈອດທາງດ້ານການຂົນສົ່ງ ຂອງອາຊຽນ ຈັດຂຶ້ນໃນຕອນເຊົ້າ ວັນທີ 10 ຕຸລາ 2024 ນີ້, ຢູ່ໂຮງເເຮມເເລນມາກເເມ່ຂອງລີເວີໄຊ, ນະຄອນຫລວງວຽງຈັນ ເຊິ່ງເປັນກອງປະຊຸມປີ່ນອ້ອມຂອບກອງປະຊຸມສຸດຍອດນັກທຸລະກິດ ເເລະ ການລົງທຶນອາຊຽນ ປະຈໍາປີ 2024 ໃນໂອກາດລາວເຮົາເປັນເຈົ້າພາບຈັດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44-45. ມີ ທ່ານ ລິດຕາ ຂັດຕິຍະ ຮອງລັດຖະມົນຕີກະຊວງ ໂຍທາທິການ ເເລະ ຂົນສົ່ງ, ທ່ານ ອຸເດດ ສຸວັນນະວົງ, ປະທານສະພາການຄ້າ ເເລະ ອຸດສະຫະກໍາເເຫ່ງຊາດລາວ ທັງເປັນປະທານສະພາທີ່ປຶກສາທຸລະກິດອາຊຽນຂອງລາວ 2024 ພ້ອມດ້ວຍພາກສ່ວນກ່ຽວຂ້ອງຂອງບັນດາປະເທດສະມາຊິກອາຊຽນເຂົ້າຮ່ວມ.
ທ່ານ ລິດຕາ ຂັດຕະຍະ ມີຄໍາເຫັນກ່າວເປີດກອງປະຊຸມວ່າ : ການຈັດກອງປະຊຸມຄັ້ງນີ້ ມີຄວາມຫມາຍຄວາມສໍາຄັນຫລາຍ ເພື່ອສົ່ງເສີມບົດບາດຂອງການຂົນສົ່ງສົ່ງກໍ່ຄືການຮ່ວມມືດ້ານຕ່າງໆຂອງອາຊຽນ ໂດຍຕິດພັນກັບບັນດາຂອງຍຸດທະສາດການພັດທະນາແຫ່ງຊາດຂອງລາວ ໃນຖານະເປັນປະເທດທີ່ບໍ່ມີຊາຍເເດນຕິດຈອດກັບທະເລຝັ່ງ, ເຊິ່ງລາວເຮົາເຂົ້າໃຈເຖິງຄວາມສໍາຄັນຂອງການເຊື່ອມໂຍງເຊື່ອມຈອດ ເຖິງວ່າມີຂໍ້ຈໍາກັດທາງພູມສາດ. ແຕ່ໄດ້ວາງຍຸດທະສາດຫັນເອົາປະເທດທີ່ບໍ່ມີຊາຍເເດນຈິດຈອດກັບທະເລ ໃຫ້ກາຍເປັນສູນກາງການເຊື່ອມໂຍງເຊື່ອມໂຍງເຊື່ອມຈອດ ຫລື ໂລຊິດສະຕິກ ກັບບັນດາປະເທດໃນພາກພື້ນອາຊຽນກໍ່ຄືໃນໂລກ.
ໄລຍະຜ່ານມາ ກໍ່ຄື ປັດຈຸບັນ ລາວເຮົາ ມີຈຸດພິເສດໃນການ ເປັນຂົວຕໍ່ລະຫວ່າງເສດ ຖະກິດໃຫຍ່ຂອງພາກພື້ນອາຊີຕາເວັນອອກສ່ຽງໃຕ້ ເຊິ່ງມີຊາຍແດນຕິດຈອດກັບ ປະເທດ ຈີນ, ໄທ, ຫວຽດນາມ, ກໍາປູເຈຍ ແລະ ມຽນມາ ເປັນຜົນປະໂຫຍດທາງຍຸດທະສາດ ໃນການອໍານວຍຄວາມສະດວກການຂົນສົ່ງສີນຄ້າ, ສົ່ງເສີມການຄ້າການລົງທືນ ແລະ ການເຕີບໂຕທາງເສດຖະກິດໃນພາກພື້ນໃນບໍ່ເທົ່າໃດປີມານີ້ ລາວເຮົາໄດ້ກາຍເປັນພາກສ່ວນຫນຶ່ງທີ່ສໍາຄັນໃນແຜນການເຊື່ອມໂຍງຂອງອາຊຽນ ພາຍຫລັງເສັ້ນທາງລົດໄຟລາວ-ຈີນ ໄດ້ກໍ່ສ້າງສໍາເລັດ ໃນປີ 2021 ໄດ້ກາຍເປັນບາດກ້າວຫນື່ງທີ່ສໍາຄັນ ໃນການເພີ່ມຂີດຄວາມສາມາດດ້ານການຂົນສົ່ງຂອງປະເທດເຮົາ.
ທາງລົດໄຟ ບໍ່ພຽງແຕ່ເຊື່ອມຕໍ່ຈາກລາວໄປຫາປະເທດຈີນເທົ່ານັ້ນ ແຕ່ຍັງສາມາດເຊື່ອມຕໍ່ກັບເສັ້ນທາງອື່ນໆໄດ້ຕື່ມອີກຢ່າງກວ້າງຂວາງ ຫລຸດຜ່ອນເວລາ, ໄລຍະທາງ ພ້ອມທັງຫລຸດຜ່ອນຕົ້ນທືນໃນການຂົນສົ່ງຕື່ມອີກ ເຊິ່ງກໍານົດໃນເເຜນເເມ່ບົດຂອງອາຊຽນກ່ຽວກັບການເຊື່ອມໂຍງເຊື່ອມຈອດ ໃນປີ 2025
ນອກຈາກນີ້ລາວເຮົາຍັງນໍາໃຊ້ລະບົບເຕັກໂນໂລຊີທີ່ທັນສະໄຫມ ເຂົ້າໃນການຂົນສົ່ງຂົນຕ່າງໆ ໂດຍສະເພາະການຂົນສົ່ງທາງບົກ, ທາງອາກາດ ພົ້ນເດັ່ນໃນປັດຈຸບັນເເມ່ນທ່າບົກທ່ານາແລ້ງ ເຊິ່ງໄດ້ກາຍເປັນດ່ານສາກົນ ທາງດ້ານສິນຄ້າຂອງລາວ ນັບແຕ່ທ້າຍປີ 2021 ເປັນຕົ້ນມາ ເຊິ່ງຢູ່ໃນໂຄງການນີ້ ໄດ້ແບ່ງອອກເປັນຫລາຍເຂດເປັນຕົ້ນ, ທ່າບົກທ່ານາແລ້ງ, ເຂດໂລຈິສຕິກພາກ, ເຂດສິນຄ້າສົ່ງອອກ, ສາງນໍ້າມັນ ແລະ ລະບົບສາງຕ່າງໆ ທີ່ຈະໄດ້ພັດທະນາຕໍ່ໄປ.
ສຳລັບ ທ່າບົກທ່ານາແລ້ງມາຮອດປັດຈຸບັນ ກໍ່ສ້າງສຳເລັດ 100% ເພື່ອບັນລຸເປົ້າຫມາຍດັ່ງກ່າວ,ໄດ້ຮ່ວມມືກັບຄູ່ຮ່ວມມືອາຊຽນສ້າງລະບົບຄອມພິວເຕີ ທີ່ສາມາດເຮັດວຽກໄດ້ເຊິ່ງຈະອໍານວຍຄວາມສະດວກໃນການຄ້າຂ້າມຊາຍແດນ. ລະບົບການຄ້າທາງເອເລັກໂຕຣນິກ, ໂປຣແກຣມການຂົນສົ່ງທີ່ຮວມເຂົ້າກັນ ແລະ ການແບ່ງປັນຂໍ້ມູນທີ່ດີຂຶ້ນຈະຊ່ວຍໃຫ້ທຸລະກິດເຂົ້າເຖິງຄວາມສາມາດຂອງຕະຫຼາດທີ່ເຕີບໂຕຂຶ້ນຂອງອາຊຽນ, ໃຫ້ໂອກາດໃຫມ່ສໍາລັບວິສາຫະກິດຂະຫນາດນ້ອຍ ແລະ ກາງ (SMEs) ຕະຫລອດທົ່ວພາກພື້ນ ໃຫ້ມີຄວາມຍືນຍົງ ເເລະອື່ນໆ.
ຂ່າວ – ພາບ : ເດດອາລຸນ ແກ້ວວິໄລ ແລະ ພູເງິນ ບົວທອງ ນັກຂ່າວວິທະຍຸກະຈາຍສຽງແຫ່ງຊາດລາວ.