ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຄະນະສື່​ມວນ​ຊົນລາວ ຢ້ຽມຢາມ ​ແລະ ​ແລກປ່ຽນ​ບົດຮຽນ​ດ້ານວຽກງານສື່ຢູ່ແຂວງແທັງ​ຮວ່າ

Oct 10, 2024

ຄະນະຝຶກອົບຮົມວຽກງານຄຸ້ມຄອງສື່ມວນຊົນລາວ ຢ້ຽມ ຢາມ ແລະ ແລກປ່ຽນບົດຮຽນກ່ຽວກັບການ ເຄື່ອນໄຫວວຽກ ງານສື່ມວນຊົນ ຢູ່ໜັງສືພິມ ແລະ ພະແນກຖະແຫລງຂ່າວ-ການສື່ສານ ແຂວງແທັງຮວ່າ ໃນລະຫວ່າງວັນທີ 8-9 ຕຸລາ 2024, ຊຶ່ງນຳພາຄະນະໂດຍ ທ່ານ ນາງ ດິງ ທິ ທູ ຮັ່ງ ຮອງ​ຫົວໜ້າ​ສະຖາບັນສື່ມວນຊົນ ແລະ ໂຄສະນາ ຫວຽດນາມ ໂດຍການຕ້ອນຮັບຂອງທ່ານ ລີ ວັນ ນາມ ຮອງຫົວໜ້າພະແນກຖະແຫລງຂ່າວ ແລະ ການສື່ສານແຂວງແທັງຮວ່າ, ​ທ່ານ​ ຮ່ວງ​ແອງ​ຕ໋ວນ ຮອງ​ຫົວໜ້າ​ບັນນາທິການ​ໃຫຍ່​ ໜັງສືພິມ ​ແທັງ​ຮວ່າ ພ້ອມດ້ວຍຄະນະ.
ການ​ແລກປ່ຽນ​ບົດຮຽນ ​ແລະ ປະສົບ​ການໃນຄັ້ງນີ້ ບັນດາຜູ້ເຂົ້າຮ່ວມ ໄດ້ຮັບຟັງສະພາບ​ລວມຂອງ​ໜ້າ​ທີ່ວຽກ​ງານ, ການຈັດ​ຕັ້ງ ​ແລະ ການ​ເຄື່ອນ​ໄຫວ​ຂອງ​ພະແນກຖະແຫລງຂ່າວ-ການສື່ ສານ ແລະ ໜັງສືພິມ ​ແທັງ​ຮວ່າ ໂດຍສະເພາະ ການຫັນເປັນທັນ ສະໄໝໃນຂະແໜງສື່ມວນຊົນ ເປັນຕົ້ນ ພື້ນຖານໂຄງລ່າງໃນຂົງ ເຂດສື່ມວນຊົນ ທີ່ໄດ້ຮັບການປັບປຸງ ຈາກໜັງສືພິມ, ວາລະສານ, ວິທະຍຸ ແລະ ໂທລະພາບ ແບບເກົ່າໄປສູ່ລະບົບດີຈິຕອນ ໂດຍຜ່ານພາຫະນະສື່ທີ່ຫລາກຫລາຍຮູບແບບ ເຊັ່ນ: ເວັບໄຊ້, ເຟສບຸກ, ຕິກຕອກ ແລະ ຢູທູບ. ພ້ອມທັງ ຂໍ້ສະດວກ ແລະ ສິ່ງທ້າ ທາຍ ໃນການຫັນເປັນດີຈິຕອນ, ການ​ເຄື່ອນ​ໄຫວ​ຕໍ່ສູ້ ​ແລະ ຕ້ານ​ຂໍ້​ມູນ​ຂ່າວ​ໃນທາງ​ລົບ ​ແລະ ການ​ຕອບໂຕ້​ຂ່າວທີ່​ບິດ​ເບືອນ​ຂອງ​ກຳລັງອິດທິປໍລະປັກ.
ທ່ານ​ ຮ່ວງ​ແອງ​ຕ໋ວນ ໄດ້ກ່າວວ່າ: ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ໜັງສື ພິມ​ແທັງຮວ່າ​ ໄດ້​ປັບປຸງໂຄງ​ປະກອບ​ການຈັດ​ຕັ້ງ​ຄືນ​ໃໝ່​ ເພື່ອ​ດຳ​ເນີນ​ການຫັນເປັນທັນສະໄໝ ລວມທັງບັນດາ​ຮູບ​ແບບ​ບັນນາ ທິການ ໂດຍສະເພາະ ໜັງສືພິມ​ ທີ່ພິມ​ຈຳໜ່າຍ​ເປັນ​ເຈ້ຍ ​ແລະ ໜັງສືພິມ​ເອ​ເລັກ​ໂຕຣ​ນິກ ໂດຍໝູນໃຊ້ທ່າແຮງຂອງ​ໜັງສືພິມ​ທຸກປະເພດ ຢ່າງ​ຮອບດ້ານ. ປັດຈຸ​ບັນ ໜັງສືພິມແທັງຮວ່າ ພິມ 10 ພັນກວ່າສະບັບຕໍ່ມື້, ມີ 5 ຊະນິດພິມ​ຈຳໜ່າຍ, ​ໃນ​ນີ້ມີຊະນິດພິມ​ຈຳໜ່າຍ ​ທີ່ເປັນເຈ້ຍ ແລະ ໜັງສືພິມແບບເອເລັກໂຕຣນິກ ຊຶ່ງມີລາຍວັນ, ລາຍເດືອນ ແລະ ລາຍສັບປະດາ ໂດຍໂຄສະນາຜ່ານຊ່ອງທາງສື່ອອນລາຍ ເປັນຕົ້ນ ເຟສບຸກ, ຊາໂລ, ຢູທູບ ແລະ ຕິກຕອກ. ສຳລັບໜັງສືພິມ​ເອ​ເລັກ​ໂຕຣນິກ ແທັງ​ຮວ່າ ມີ​ຈຳນວນ​ຜູ້​ເຂົ້າອ່ານ​ ແລະ ໃຫ້ຄວາມສົນໃຈຫລາຍທີ່ສຸດ ໂດຍສະເພາະແມ່ນໄວໜຸ່ມ.
ໂອກາດນີ້, ທ່ານ ໂອລຳ ຈັນທະວີໄລຫົວໜ້າຄະນະສື່ມວນຊົນລາວ ໄດ້ຕາງໜ້າກ່າວສະແດງຄວາມຂອບໃຈມາຍັງຄະນະນຳ ພະ ແນກຖະແຫລງຂ່າວ ແລະ ການສື່ສານ ແລະ ໜັງສືພິມແທັງຮວ່າ ທີ່ໃຫ້ການຕ້ອນຮັບ ຄະນະໃນຄັ້ງນີ້ ພ້ອມທັງຍົກໃຫ້ເຫັນເຖິງ ການພົວພັນຮ່ວມມືໃນດ້ານຕ່າງໆໂດຍສະເພາະໃນຂົງເຂດສື່ ມວນຊົນ ໃນການໂຄສະນາເຜີຍແຜ່ແນວທາງນະໂຍບາຍຂອງພັກ-ລັດ ແລະ ການພັດທະນາເສດຖະກິດສັງຄົມຂອງປະເທດ ລະຫວ່າງລາວ-ຫວຽດນາມ ກໍຄືແຂວງແທັງຮວ່າ ແລະ ແຂວງຫົວພັນ ໃນໄລຍະຜ່ານມາ, ຊຶ່ງການຢ້ຽມຢາມໃນຄັ້ງນີ້ ກໍເພື່ອແລກປ່ຽນປະສົບການດ້ານການໂຄສະນາເຜີຍແຜ່ຂອງວຽກງານສື່ມວນຊົນ ໂດຍສະເພາະດ້ານການປະດິດສ້າງທາງດ້ານເຕັກໂນ ໂລຊີ ແລະ ການຫັນເປັນທັນສະໄໝ ຢູ່ແຂວງແທັງຮວ່າ.
ຂ່າວ: ມະນີທອນ