ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ອຸດົມໄຊ ຈູດທຳລາຍຢາເສບຕິດຫລາຍປະເພດ

Oct 11, 2024

ວັນທີ 11 ຕຸລາ 2024, ແຂວງອຸດົມໄຊ ໄດ້ຈັດພິທີຈູດທຳລາຍຢາເສບຕິດ ເນື່ອງໃນໂອກາດ ວັນແຫ່ງຊາດຕ້ານຢາເສບຕິດ ຄົບຮອບ 23 ປີ (12 ຕຸລາ 2001–12 ຕຸລາ 2024). ມີ ທ່ານ ສົມຈິດ ປັນຍາສັກ ຮອງເຈົ້າແຂວງອຸດົມໄຊ, ປະທານຄະນະກຳມະການຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດ ຂັ້ນແຂວ,ງ ເຈົ້າໜ້າທີ່ ປກຊ-ປກສ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ພັທ ບຸນຮັກ ໄຊຍະຕິ ຫົວຫນ້າຫ້ອງຕຳຫລວດ, ກອງບັນຊາການ ປກສ ແຂວງ ລາຍງານວ່າ: ຢາເສບຕິດທີ່ນຳມາຈູດທຳລາຍຄັ້ງນີ້ ແມ່ນຢາເສບຕິດທີ່ສານປະຊາຊົນໄດ້ຕັດສິນສຳເລັດແລ້ວ ໃນນັ້ນ ມີ ເຮໂຣອິນ 752,3 ກຣາມ; ຢາບ້າຫຼາຍກວ່າ 10 ລ້ານເມັດ, ນໍ້າໜັກ 1.190 ກິໂລກຣາມ; ແປ້ງຝຸ່ນ 7,1 ກິໂລກຣາມ; ກາເຟອິນ 5,8 ກິໂລກຣາມ; ຢາຝິ່ນ 354,5 ກຣາມ; ຢາສູບໄຟຟ້າ 25 ກອກ.
ພ້ອມນີ້ ທ່ານໄດ້ຍົກໃຫ້ເຫັນສະພາບການລະບາດຂອງຢາເສບຕິດທີ່ແຜ່ລາມຢ່າງກວ້າງຂວາງຈາກຕົວເມືອງສູ່ຊົນນະບົດ ໃນລະດັບທີ່ແຕກຕ່າງກັນ ກາຍເປັນໄພອັນຕະລາຍຄຸກຄາມເຖິງຄວາມໝັ້ນຄົງຂອງຊາດ, ບ້ານ, ເມືອງ ແລະ ສັງຄົມ ທັງເປັນອຸປະສັກ ກົດໜ່ວງ ຖ່ວງດຶງການສ້າງສາພັດທະນາປະເທດຊາດ ນຳຄວາມເສຍ ຫາຍມາສູ່ຄອບຄົວ, ຄົນຮຸ່ນສືບທອດ ແລະ ປະຊາຊົນລາວບັນດາເຜົ່າ.