ວັນທີ 10 ຕຸລານີ້, ຄະນະນໍາເມືອງຜິງກູ່ ຂອງນະຄອນຫຼວງປັກກິ່ງ ສປ ຈີນ ໄດ້ຮ່ວມຈັດກອງປະຊຸມສົ່ງເສີມການລົງທຶນລະດັບສູງ ຢູ່ນະຄອນຫຼວງວຽງຈັນ ສປປ ລາວ ພາຍໃຕ້ຫົວຂໍ້ “ຄວ້າໂອກາດຂອງຍຸກສະໄໝ, ແບ່ງປັນຜົນປະໂຫຍດແຫ່ງການພັດທະນາ.”
ທ່ານ ຖາງຈ້າວຮຸ້ຍ (Tang Zhaohui), ຮອງເຈົ້າເມືອງຜິງກູ່, ໄດ້ແນະນໍາເຖິງການພັດທະນາທີ່ມີຄຸນນະພາບສູງຂອງພາກພື້ນ, ເນັ້ນໂອກາດຍຸດທະສາດ, ຄວາມໄດ້ປຽບດ້ານພູມສາດ, ຊັບພະຍາກອນທໍາມະຊາດ, ພື້ນຖານອຸດສາຫະກໍາ ແລະ ສະພາບແວດລ້ອມທາງທຸລະກິດໃຫ້ເຕີບໂຕດ້ວຍເງື່ອນໄຂທີ່ມີທ່າແຮງ ລວມທັງຜັນຂະຫຍາຍ “ວົງຄະນາຍາດເພື່ອນມິດ” ຂອງເມືອງໃນການແລກປ່ຽນການຕ່າງປະເທດ, ສ້າງ “ຂົວແຫ່ງມິດຕະພາບ” ເພື່ອແລກປ່ຽນວັດທະນະທຳ ແລະ ທ່ອງທ່ຽວ, ສ້າງ “ປະຊາຄົມທີ່ມີຜົນປະໂຫຍດຮ່ວມກັນ” ໃນການຮ່ວມມືການຄ້າ. ເມືອງຜິງກູ່ ຍິນດີຕ້ອນຮັບທຸກພາກສ່ວນຂອງສັງຄົມ ແລະ ຜູ້ປະກອບການຈາກປະເທດອາຊຽນ ໄປຢ້ຽມຢາມ ເພື່ອສຳຜັດກັບທັດສະນີຍະພາບທີ່ສວຍງາມ ແລະ ການຕ້ອນຮັບທີ່ດີ ແລະການພັດທະນາຢ່າງວ່ອງໄວຂອງເມືອງຜິງກູ່ ເພື່ອແບ່ງບັນຜົນປະໂຫຍດດ້ານນະໂຍບາຍຂອງຕະຫຼາດຈີນ ທີ່ກວ້າງຂວາງ ແລະ ຄ້ວາໂອກາດການຂະຫຍາຍຕົວ.
ໃນໂອກາດນີ້,ທ່ານ ສິນ ໄຫປິ່ນ (Qin Haibin), ຄະນະກໍາມະການບໍລິຫານເຂດການຂົນສົ່ງ ມາຟ່າງ (Mafang) ທີ່ເມືອງຜິງກູ່ໍໄດ້ກ່າວວ່າ: ເມືອງຜິງກູ່ມີຄວາມໄດ້ປຽບໃນດ້ານອຸດສາຫະກຳຂົນສົ່ງທີ່ທັນສະໄໝ, ມີເສັ້ນທາງລົດໄຟຂົນສົ່ງສິນຄ້າຈີນ-ເອີຣົບ, ຫວັງວ່າວິສາຫະກິດການຄ້າ ຂອງບັນດາປະເທດອາຊຽນ ຈະຮ່ວມກັນຍຶດໝັ້ນ “ແລວເສດຖະກິດ” ເສັ້ນທາງລົດໄຟຈີນ-ລາວ ເພື່ອຂະຫຍາຍຜົນຂອງ “ເສັ້ນທາງຄຳ” ຕື່ມອີກ, ພ້ອມກັນກໍ່ສ້າງ ແລະແບ່ງປັນແລວທາງຂົນສົ່ງສິນຄ້າ, ເສດຖະກິດການຄ້າ ແລະພັດທະນາ. ຮັບປະກັນການບໍລິການທີ່ດີເລີດ ແລະອົບອຸ່ນ ພ້ອມອໍານວຍເງື່ອນໄຂທີ່ສະດວກທີ່ສຸດ ເພື່ອສົ່ງເສີມການຮ່ວມມືທີ່ມີຜົນປະໂຫຍດເຊິ່ງກັນແລະກັນ, ການພັດທະນາຮ່ວມກັນ, ແລະຕ່າງຝ່າຍໄດ້ຮັບຜົນປະໂຫຍດໃນອະນາຄົດ.
ທີ່ມາ: CMG






