ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກອງປະຊຸມສຸດຍອດທຸລະກິດ ແລະ ການລົງທຶນອາຊຽນ ປະຈໍາປີ 2024 ທີ່ລາວໄດ້ຮັບກຽດເປັນເຈົ້າພາບ ອັດລົງດ້ວຍຜົນສຳເລັດ.

Oct 11, 2024

ກອງປະຊຸມສຸດຍອດທຸລະກິດ ແລະ ການລົງທຶນອາຊຽນ ປະຈໍາປີ 2024 ພາຍໃຕ້ຄຳຂວັນ “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ” ທີ່ລາວໄດ້ຮັບກຽດເປັນເຈົ້າພາບ ອັດລົງໃນຕອນເຊົ້າມື້ນີ້ ວັນທີ 11 ຕຸລາ 2024 ຢູ່ໂຮງເເຮມເເລນມາກເເມ່ຂອງລີເວີໄຊ, ນະຄອນຫລວງວຽງຈັນ ພາຍຫລັງດໍາເນີນມາເປັນເວລາ 4 ມື້ ມີການນໍາຂັ້ນສູງພັກ-ລັດ, ການນໍາຂັ້ນສູງຈາກບັນດາປະເທດອາຊຽນ ເເລະ ຄູ່ຮ່ວມມື ບັນດາຜູ້ຕາງໜ້າຈາກສະ ພາທີ່ປຶກສາທຸລະກິດອາຊຽນ, ທຸຕານຸທູດ ແລະ ບັນດາຜູ້ນໍາທຸລະກິດຂອງລາວ, ອາຊຽນ,ພາກພື້ນອື່ໆ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ.
ກອງປະຊຸມສຸດຍອດທຸລະກິດ ແລະ ການລົງທຶນອາຊຽນ ແມ່ນກອງປະຊຸມສຸດຍອດຂອງພາກທຸລະກິດອາຊຽນຈັດຂື້ນທຸກໆປີ ຄຽງຄູ່ກັບກອງປະຊຸມສຸດຍອດອາຊຽນ ຂອງພາກລັດຖະບານ, ເຊິ່ງເປັນເວທີທີ່ສໍາຄັນເພື່ອ​ແລກປ່ຽນ​ຄໍາຄິດ​ເຫັນ ໃນການຊອກ​ຫາຊ່ອງທາງເພີ່ມທະວີ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ໃນອາ​ຊຽນ ​ແລະ ໃນໂລກ ກໍຄືການເສີມຂະຫຍາຍການຮ່ວມມື ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນ ຈາກພາກລັດຖະບານ ແລະ ພາກທຸລະກິດ ນອກຈາກນັ້ນກອງປະຊຸມສຸດຍອດເເລ້ວໄດ້ມີກອງປະຊຸມປີ່ນອ້ອມຕ່າງໆທີ່ກ່ຽວຂ້ອງ ໂດຍມີນັກທຸລະກິດໃນຂົງເຂດພາກພື້ນອາຊຽນ ເເລະ ພາກພື້ນຕ່າງໆ ຫລາຍກວ່າ 26 ປະເທດ 340 ບໍລິສັດເເລະມີເກືອບ 1.000 ຄົນ ເຂົ້າຮ່ວມ,
ຕະຫລອດໄລຍະດໍາເນີນກອງປະຊຸມສຸດຍອດ ເເລະ ກອງປະຊຸມປີ່ນອ້ອມຕ່າງໆບັນດາຜູ້ເເທນໄດ້ພ້ອມກັນເເລກປ່ຽນບົດຮຽນ, ປະສົບການ ລວມເຖິງວິທີການຮັບມືກັບສະພາບເສດຖະກິດໃນປັດຈຸບັນຢ່າງກົງໄປກົງມາ ໂດຍສະເພາະການ​ຮ່ວມ​ມື​ຢ່າງ​ເລິກ​ເຊິ່ງລະຫວ່າງ​ພາກ​ລັດ ​ແລະ ພາກ​ເອກະ​ຊົນ ເພື່ອປະກອບສ່ວນເຂົ້າການພັດທະນາແບບຍືນຍົງ ກໍຄືການແກ້​ໄຂ​ສິ່ງ​ທ້າ​ທາຍ​ທີ່ເກີດຂຶ້ນທັງໃນປັດຈຸ​ບັນ ​ແລະ ອະນາຄົດ, ເຊິ່ງການຮ່ວມມືລະຫວ່າງທັງສອງພາກສ່ວນ ຈະຊ່ວຍດຶງດູດເອົາການຄ້າ ແລະ ການລົງທຶນໃໝ່ເຂົ້າໃນການພັດທະນາດ້ານພື້ນຖານໂຄງລ່າງ, ການຫັນເປັນດິຈິຕອນ, ການນໍາໃຊ້ພະລັງງານສະອາດ ແລະ ການເບິ່ງແຍງສຸຂະພາບ ແນໃສ່ເພື່ອສ້າງເສດຖະກິດໃຫ້ມີຄວາມເຂັ້ມແຂງສາມາດຕ້ານທານ ແລະ ສາມາດຮັບມືກັບສິ່ງທ້າທາຍຕ່າງໆ
ເປັນຕົ້ນ: ບັນຫາເສດຖະກິດຖົດຖອຍ ແລະ ການປ່ຽນແປງຂອງສະພາບດິນຟ້າອາກາດ ປະກອບສ່ວນອັນສໍາຄັນເຂົ້າໃນການພັດທະນາທີ່ຍືນຍົງ ຊຶ່ງບໍ່ພຽງແຕ່ຈະເປັນການປົກປັກຮັກສາສິ່ງແວດລ້ອມເທົ່ານັ້ນ, ແຕ່ຍັງເປັນການເປີດຕະຫຼາດໃໝ່ ແລະ ສ້າງໂອກາດໃໝ່ໃຫ້ແກ່ການພັດທະນານະວັດຕະກໍາໃໝ່ໆ ພ້ອມດຽວກັນນີ້ ກອງປະຊຸມໄດ້ເເຈ້ງຊາບກ່ຽວກັບການດໍາເນີນນະໂຍບາຍການພັດທະນາເສດຖະກິດສະອາດ, ສີຂຽວ ແລະ ຍືນຍົງຂອງ ລາວ ໂດຍສະເພາະການລົງທຶນດ້ານພະລັງງານສະອາດຢູ່ລາວ ມີທ່າແຮງມະຫາສານ, ໂດຍໃນປັດຈຸບັນ, 97% ຂອງພະລັງງານທີ່ຜະລິດຢູ່ລາວ ລ້ວນແລ້ວແຕ່ເປັນມິດຕໍ່ສິ່ງແວດລ້ອມ ເປັນຕົ້ນ: ພະລັງງານໄຟຟ້ານໍ້າຕົກ, ພະລັງງານແສງຕາເວັນ, ແລະ ພະລັງງານລົມ.
ທ່ານ ອຸເດດ ສຸວັນນະວົງ ປະທານສະພາການຄ້າ ເເລະ ອຸດສະຫະກໍາ ເເຫ່ງຊາດລາວ ທັງເປັນປະທານສະພາທີ່ປຶກສາທຸລະກິດອາຊຽນ ຂອງລາວ 2024 ໃຫ້ຮູ້ວ່າ: ກອງປະຊຸມຄັ້ງນີ້ເປັນກອງປະຊຸມທີ່ມີຄວາມຫມາຍຄວາມສໍາຄັນຫລາຍ ນອກຈາກໄດ້ປຶກສາຫາລືວຽກງານທີ່ກ່ຽວຂ້ອງຮ່ວມກັນເເລ້ວ ໄດ້ມີການເຊັນບົດບັນທຶກຄວາມເຂົ້າໃຈກ່ຽວກັບການຄ້າ ເເລະການລົງທຶນຮ່ວມກັນ ຈໍານວນ 2 ສະບັບ ສ່ວນຜົນປະໂຫຍດທີ່ລາວເຮົາຈະໄດ້ຮັບຈາກການຈັດກອງປະຊຸມຄັ້ງນີ້ ຈະເຮັດລາວມີບົດບາດສູງເດັ່ນຂຶ້ນ ໃນຂົງເຂດອາຊຽນ ເເລະ ພາກພື້ນອື່ນໆ, ເປັນການເປີດໂອກາດໃຫ້ນັກລົງທືນຕ່າງປະເທດມີໂອກາດມາຢ້ຽມລາວ ເພື່ອໃຫ້ເຂົາເຈົ້າເຫັນໄດ້ເຖິງສະພາບການພັດທະນາພື້ນຖານໂຄງລ່າງ, ເເນວທາງນະໂຍບາຍຂອງພັກ-ລັດ ໃນການອໍານວຍຄວາມສະດວກໃຫ້ນັກລົງທຶນຕ່າງປະເທດ. ນອກຈາກນີ້ ຍັງຈະສາມາດດືງດູດນັກລົງທືນຕ່າງປະເທດໃຫ້ເຂົ້າມາລົງທືນຢູ່ລາວນັບມື້ຫລາຍຂຶ້ນ.
ທ່ານອຸເດດ ສຸວັນນະວົງ ໃຫ້ຮູ້ຕື່ມວ່າ: ສໍາລັບກອງປະຊຸມສຸດຍອດທຸລະກິດ ແລະ ການລົງທຶນອາຊຽນ ປະຈໍາປີ 2025 ລາວເຮົາໄດ້ມອບທຸງຫນູນວຽນໃຫ້ປະເທດມາເລເຊຍ ເປັນເຈົ້າພາບ ຕໍ່ຈາກລາວ ເຊິ່ງບັນດາຜູ້ເເທນຈະໄດ້ພ້ອມກັນທົບທວນຄືນໃນຫລາຍບັນຫາສໍາຄັນ ທີ່ຕິດພັນກັບຂົງເຂດການດໍາເນີນທຸລະກິດ ລວມເຖິງຫມາກຜົນຂອງການຈັດຕັ້ງປະຕິບັດມະຕິກອງປະຊຸມ ປະຈໍາປີ 2024 ເເລະ ວຽກງານສໍາຄັນອື່ນໆ.
ຂ່າວ-ພາບ : ເດດອາລຸນ ແລະ ພູເງິນ ນັກຂ່າວ ວສລ