ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ປິດລົງດ້ວຍຜົນສໍາເລັດ ແລະ ມອບການເປັນປະທານອາຊຽນໃຫ້ແກ່ ມາເລເຊຍ

Oct 11, 2024

ວັນທີ 11 ຕຸລາ 2024 ທີ່ ຫໍປະຊຸມແຫ່ງຊາດ, ນະຄອນຫລວງວຽງຈັນ ພະນະທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ເປັນປະທານພິທີປິດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ແລະ ການມອບປະທານອາຊຽນໃຫ້ແກ່ ມາເລເຊຍ ໂດຍມີບັນດາປະມຸກລັດ, ຫົວໜ້າລັດຖະບານປະເທດສະມາຊິກອາຊຽນ ແລະ ຕີມໍແລັດສະເຕ, ບັນດາລັດຖະມົນຕີ ແລະ ເຈົ້າຫນ້າທີ່ອາວຸໂສຂອງສາມເສົາຄໍ້າປະຊາຄົມອາຊຽນ ແລະ ຕີມໍແລັດສະເຕ, ເລຂາທິການໃຫຍ່ ແລະ ຮອງເລຂາທິການໃຫຍ່ອາຊຽນ, ຜູ້ຕາງໜ້າຖາວອນປະຈໍາອາຊຽນ, ບັນດາຜູ້ແທນ ແລະ ບັນດາແຂກຖືກເຊີນ ເຂົ້າຮ່ວມ.
ໃນໂອກາດນີ້, ພະນະທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ສະຫລຸບຜົນຂອງກອງປະຊຸມ ສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ, ຊຶ່ງມີທັງຫມົດ 16 ກອງປະຊຸມສຸດຍອດ ພາຍໃຕ້ການເປັນເຈົ້າພາບ ແລະ ປະທານອາຊຽນຂອງ ສປປ ລາວ ພາຍໃຕ້ຄໍາຂວັນ “ເພີ່ມທະວີການເຊື່ອມຈອດ ແລະ ຄວາມ ແຂງອາຊຽນ”. ໃນນີ້, ພະນະທ່ານ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ໄດ້ຍົກໃຫ້ເຫັນຄວາມຄືບຫນ້າຂອງການຈັດຕັ້ງປະຕິບັດວິໄສທັດປະຊາຄົມອາຊຽນ 2025 ແລະ ຜົນສໍາເລັດຂອງການຈັດຕັ້ງປະຕິບັດ 9 ຂົງເຂດບູລິມະສິດສໍາລັບການເປັນປະທານອາຊຽນຂອງ ສປປ ລາວ ຊຶ່ງປະກອບສ່ວນເຂົ້າໃນຂະບວນການເສີມສ້າງປະຊາຄົມອາຊຽນ ໃຫ້ມີການເຊື່ອມຈອດ ແລະ ເຂັ້ມແຂງຫລາຍກວ່າເກົ່າ.
ນອກຈາກນີ້, ພະນະທ່ານ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ໄດ້ຢໍ້າເຖິງຄວາມສໍາຄັນຂອງຄວາມພະຍາຍາມລວມຂອງອາຊຽນ ເພື່ອຮັບປະກັນຂະບວນການສ້າງ ປະຊາຄົມອາຊຽນໃຫ້ມີຄວາມຕໍ່ເນື່ອງ ແລະ ສະແດງຄວາມຊົມເຊີຍຕໍ່ຄວາມຄືບໜ້າໃນການສ້າງບັນດາແຜນຍຸດທະສາດ ເພື່ອຈັດຕັ້ງປະຕິບັດວິໄສທັດປະຊາຄົມອາຊຽນ 2045 ໂດຍບັນດາຂະແໜງການທີ່ກ່ຽວຂ້ອງຂອງສາມເສົາຄໍ້າປະຊາຄົມ ອາຊຽນ ແລະ ການເຊື່ອມຈອດອາຊຽນ ພາຍໃຕ້ການເປັນປະທານຂອງ ສປປ ລາວ ແນໃສ່ຈັດຕັ້ງປະຕິບັດວິໄສທັດປະຊາຄົມອາຊຽນ 2045 ເພື່ອສ້າງປະຊາຄົມອາຊຽນໃຫ້ເປັນປະຊາຄົມທີ່ເຂັ້ມແຂງ, ມີນະວັດຕະກຳ, ຄ່ອງແຄ້ວ ແລະ ມີປະຊາຊົນເປັນແກນກາງ, ແລະ ແຈ້ງໃຫ້ຊາບຄວາມຄືບໜ້າການກະກຽມຄວາມພ້ອມສໍາລັບການເປັນສະມາຊິກສົມບູນອາຊຽນຂອງຕີມໍແລັດສະເຕ ແລະ ການເສີມ ຂະຫຍາຍການພົວພັນຮ່ວມມືກັບພາຍນອກ.
ກອງປະຊຸມສຸດຍອດຄັ້ງທີ 44 ແລະ 45 ແລະ ບັນດາກອງປະຊຸມສຸດຍອດກ່ຽວຂ້ອງ ໄດ້ຮັບຮອງ ແລະ ຮັບຊາບເອກະສານຫຼາຍກວ່າ 90 ສະບັບ ຊຶ່ງເອກະສານເຫລົ່ານີ້ຈະເປັນພື້ນຖານໃຫ້ບັນດາຂະແໜງການຂອງອາຊຽນ ເພື່ອນໍາໄປຈັດຕັ້ງຜັນຂະຫຍາຍ ເພື່ອເຮັດໃຫ້ອາຊຽນມີການເຊື່ອມຈອດ ແລະ ຄວາມເຂັ້ມແຂງຫລາຍຂຶ້ນ ແລະ ກ້າວໄປສູ່ປະຊາຄົມທີ່ເຂັ້ມແຂງ, ມີນະວັດຕະກຳ, ຄ່ອງແຄ້ວ ແລະ ມີປະຊາຊົນເປັນແກນກາງ ກໍຄື ການປະກອບສ່ວນເຂົ້າໃນພາລະກິດລວມແຫ່ງການປົກປັກຮັກສາ ແລະ ສົ່ງເສີມສັນຕິພາບ, ສະຖຽນລະພາບ ແລະ ຄວາມຈະເລີນກ້າວໜ້າໃນພາກພື້ນ ແລະ ໃນໂລກ.
ພະນະທ່ານນາຍົກລັດຖະມົນຕີ ໄດຖືໂອກາດນີ້ ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຢ່າງຈິງໃຈຕໍ່ການສະໜັບສະໜູນ, ການຮ່ວມມື ແລະ ການປະກອບສ່ວນຂອງປະເທດສະມາຊິກອາຊຽນ, ຄູ່ຮ່ວມມືພາຍນອກຂອງອາຊຽນ ແລະກອງເລຂາອາຊຽນ. ພ້ອມທັງ, ໄດ້ສະແດງຄວາມຊົມເຊີຍ ແລະ ຂອບໃຈຢ່າງຈິງໃຈ ມາຍັງ ພະນັກງານ, ທະຫານ, ຕຳຫຼວດ, ນັກທຸລະກິດ, ພໍ່ຄ້າຊາວຂາຍ ແລະ ພໍ່ແມ່ພີ່ນ້ອງຊາວລາວບັນດາເຜົ່າທຸກຖ້ວນໜ້າ ທີ່ໄດ້ປະກອບສ່ວນຢ່າງຫ້າວຫັນຕາມພາລະໜ້າທີ່ ແລະ ຄວາມຮັບຜິດຊອບຂອງຕົນ ອັນໄດ້ເຮັດໃຫ້ ບັນດາກອງປະຊຸມສຸດຍອດໃນຄັ້ງນີ້ ກໍຄື ການເປັນປະທານອາຊຽນຂອງ ສປປ ລາວ ໄດ້ຮັບຜົນສໍາເລັດອັນຈົບງາມ.
ໃນຕອນທ້າຍຂອງພິທີດັ່ງກ່າວ, ພະນະທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ມອບ ຄ້ອນສັນຍາລັກປະທານອາຊຽນ ໃຫ້ແກ່ ພະນະທ່ານ ອານວາ ອິບຣາຮີມ, ນາຍົກລັດຖະມົນຕີ ແຫ່ງ ມາເລເຊຍ ເພື່ອເປັນ ປະທານອາຊຽນ ໃນປີ 2025.
ສປປ ລາວ ຈະສືບຕໍ່ເປັນປະທານອາຊຽນໄປຈົນຮອດວັນທີ 31 ທັນວາ 2024 ແລະ ມາເລເຊຍ ຈະເລີ່ມເປັນ ປະທານອາຊຽນແຕ່ວັນທີ 1 ມັງກອນ – 31 ທັນວາ 2025 ເປັນຕົ້ນໄປ.