ວັນທີ 11 ຕຸລານີ້, ທ່ານ ຫຼີ ສຽງ ນາຍົກລັດຖະມົນຕີ ຈີນ ໄດ້ພົບປະກັບທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ທີ່ນະຄອນຫຼວງວຽງຈັນ.
ທ່ານ ຫຼີ ສຽງ ໄດ້ສົ່ງຄຳອວຍພອນອັນສະໜິດສະໜົມຈາກທ່ານ ສີ ຈິ້ນຜິງ ປະທານປະເທດຈີນ ເຖິງທ່ານ ທອງລຸນ ສີສຸລິດ ປະທານປະເທດລາວ ແລະ ອວຍພອນປະເທດລາວໄດ້ເປັນເຈົ້າພາບຈັດກອງປະຊຸມຜູ້ນຳຮ່ວມມືອາຊີຕາເວັນອອກ ແລະ ກອງປະຊຸມກ່ຽວຂ້ອງຕ່າງໆຢ່າງຈົບງາມ.
ທ່ານ ຫຼີ ສຽງ ຊີ້ອອກວ່າ, ຈີນ ສະໜັບສະໜູນ ລາວ ເດີນເສັ້ນທາງສັງຄົມນິຍົມທີ່ສອດຄ່ອງກັບສະພາບແຫ່ງຊາດຂອງຕົນຢ່າງເດັດດ່ຽວໜຽວແໜ້ນ, ຍິນດີສືບຕໍ່ສະໜັບສະໜູນເຊິ່ງກັນແລະກັນຢ່າງແໜ້ນແຟ້ນກັບລາວ ໃນບັນຫາທີ່ກ່ຽວຂ້ອງເຖິງຜົນປະໂຫຍດຫຼັກຂອງເຊິ່ງກັນແລະກັນ. ສອງຝ່າຍຄວນເລັ່ງລັດຜັນຂະຫຍາຍປະຕິບັດແຜນການສ້າງຄູ່ຮ່ວມຊາຕາກຳ ຈີນ-ລາວ ສະບັບໃໝ່, ສືບຕໍ່ຊຸກຍູ້ການເຊື່ອມໂຍງຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ກັບຍຸດທະສາດລາວທີ່ຫັນຈາກປະເທດທີ່ບໍ່ມີຊາຍແດນຕິດກັບທະເລກາຍເປັນປະເທດເຊື່ອມໂຍງເຊື່ອມຈອດກັບປະເທດໃກ້ຄຽງ, ເປີດກວ້າງການຮ່ວມມືໃນຂົງເຂດຕ່າງໆເຊັ່ນທາງດ້ານການຄ້າ, ການລົງທຶນ, ຄວາມສາມາດການຜະລິດ, ພະລັງໄຟຟ້າ ແລະບໍ່ແຮ່ເປັນຕົ້ນ, ສືບຕໍ່ຄົ້ນຂຸດກຳລັງບົ່ມຊ້ອນ, ເສີມຂະຫຍາຍບົດບາດຂອງເສັ້ນທາງລົດໄຟລາວ-ຈີນ, ຊຸກຍູ້ການຮ່ວມມືຮອບດ້ານລະຫວ່າງ ຈີນ-ລາວ ບັນລຸໄດ້ຜົນງານທີ່ເຫັນໄດ້ຫຼາຍກວ່າເກົ່າ. ຈີນ ຍິນດີເປີດກວ້າງການແລກປ່ຽນດ້ານວັດທະນະທຳ, ການທ່ອງທ່ຽວ, ການສຶກສາ ແລະ ການແລກປ່ຽນປະຊາຊົນກັບລາວຢ່າງບໍ່ຢຸດຢັ້ງ, ເພີ່ມຄວາມເຂົ້າໃຈ ແລະ ມິດຕະພາບເພື່ອສ້າງພື້ນຖານຄວາມຄິດເຫັນຂອງປະຊາຊົນສອງປະເທດ ໃຫ້ເລິກເຊິ່ງກ່ວາເກົ່າແກ່ການລົງເລິກການຮ່ວມມືສອງປະທດ.
ທ່ານ ທອງລຸນ ສີສຸລິດ ກ່າວວ່າ, ລາວ ຍິນດີເພີ່ມທະວີການແລກປ່ຽນຂັ້ນສູງກັບ ຈີນ, ຮັດແໜ້ນຍຸດທະສາດພັດທະນາປະເທດຊາດຂອງລາວ ດ້ວຍການຮ່ວມມືໃນການກໍ່ສ້າງຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ”, ຊຸກຍູ້ການຮ່ວມມືໃນຂົງເຂດສຳຄັນເຊັ່ນທາງລົດໄຟລາວ-ຈີນແລະອື່ນໆ, ລົງເລິກການພົບປະແລກປ່ຽນດ້ານວັດທະ
ນະທຳ, ຊຸກຍູ້ການກໍ່ສ້າງຄູ່ຮ່ວມຊາຕາກຳ ລາວ-ຈີນ ໃຫ້ກ້າວສູ່ລະດັບໃໝ່, ເພື່ອສ້າງຄວາມຜາສຸກໃຫ້ແກ່ປະຊາຊົນທັງສອງປະເທດ.



