ທ່ານ ບົວຫົງ ຄໍາຫາ ຫົວໜ້າກົມພັດທະນາຊົນນະບົດ ກະຊວງກະສິກໍາ-ປ່າໄມ້ ໃຫ້ຮູ້ວ່າ: ມາຮອດປີ 2023 ຜ່ານມາ ສປປ ລາວ ມີ ຄອບຄົວພົ້ນທຸກ 1,026,083 ຄອບຄົວ ກວມ 83.13%, ຄອບຄົວບໍ່ພົ້ນທຸກຍັງເຫຼືອ 208,231 ຄອບຄົວ ກວມ 16.87% ຂອງຈໍານວນຄອບຄົວທັງໝົດ; ບ້ານພົ້ນທຸກ 5,855 ບ້ານ ກວມ 69.69%, ບ້ານບໍ່ພົ້ນທຸກຍັງເຫຼືອ 2,547 ບ້ານ ກວມ 30.31% ຂອງຈໍານວນບ້ານທັງໝົດໃນທົ່ວປະເທດ; ເມືອງພົ້ນທຸກ 71 ເມືອງ ກວມ 48%, ເມືອງບໍ່ພົ້ນທຸກຍັງເຫຼືອ 77 ເມືອງ ກວມ 52% ຂອງຈໍານວນເມືອງທັງໝົດໃນທົ່ວປະເທດ.
ສ່ວນ ຄອບຄົວພັດທະນາມີ 841,454 ຄອບຄົວ ກວມ 68.17% ຂອງຈໍານວນຄອບຄົວທັງໝົດ; ບ້ານພັດທະນາ 2,828 ບ້ານ ກວມ 33.66% ຂອງຈໍານວນບ້ານທັງໝົດ; ບ້ານໃຫຍ່ເປັນຕົວເມືອງໃນຊົນນະບົດ 31 ຈຸດ ແລະ ມີເມືອງເຂັ້ມແຂງຮອບດ້ານ 9 ເມືອງ ກວມ 6.08% ຂອງຈໍານວນເມືອງທັງໝົດໃນທົ່ວປະເທດ. (ສ່ວນໂຕເລກການຈັດຕັ້ງປະຕິບັດ ໃນປີ 2024 ແມ່ນຈະປະເມີນໃນທ້າຍປີນີ້).
ມີຫລາຍສາເຫດທີ່ເຮັດໃຫ້ເກີດຄວາມທຸກຍາກໃນ ສປປ ລາວ ເຊັ່ນ: ພື້ນຖານເສດຖະກິດ ຂອງປະເທດພວກເຮົາຍັງອ່ອນນ້ອຍ, ອາຊີບຕົ້ນຕໍ ຂອງປະຊາຊົນຍັງແມ່ນກະສິກໍາ, ລາຍຮັບບໍ່ໝັ້ນຄົງ, ຂາດທີ່ດິນທໍາການຜະລິດ, ການເຂົ້າເຖິງແຫຼ່ງທຶນ ແລະ ສິນເຊື່ອ ຍັງຈໍາກັດຫຼາຍ ບວກກັບພື້ນຖານໂຄງລ່າງຮັບໃຊ້ໃຫ້ແກ່ການຜະລິດ ແລະ ການດໍາລົງຊີວິດ ຂອງປະຊາຊົນຍັງບໍ່ທັນຮັບປະກັນໄດ້ດ້ານປະລິມານ ແລະ ຄຸນນະພາບ ເປັນຕົ້ນແມ່ນ ເສັ້ນທາງຄົມມະນາຄົມ, ໄຟຟ້າ ແລະ ສິ່ງສາທາລະນຸປະໂພກຕ່າງໆ.
ພ້ອມກັນນັ້ນ ການຫັນເປັນທັນສະໄໝ ຍັງບໍ່ທັນແຂງແຮງເທົ່າທີ່ຄວນ; ການກໍ່ສ້າງ ແລະ ຍົກລະດັບວິຊາການດ້ານເຕັກນິກ ໃນຫຼາຍຂົງເຂດ ຍັງບໍ່ທັນຕອບສະໜອງຄວາມຕ້ອງການຂອງບັນດາ ໂຄງການພັດທະນາແຕ່ລະໄລຍະ; ແຮງງານໃນຊົນນະບົດ ຍັງຂາດວຽກເຮັດງານທໍາ ເພື່ອຫາເງິນລ້ຽງຊີບໃນຄອບຄົວ; ການຜະລິດກະສິກໍາ ສ່ວນຫຼາຍຍັງແບບທໍາມະຊາດ, ການນໍາໃຊ້ເຕັກ ນິກວິທະຍາສາດທີ່ກ້າວໜ້າທັນສະໄໝ ເຂົ້າໃນການຜະລິດຍັງຈໍາກັດ, ການຜະລິດບໍ່ທັນຕິດພັນກັບການປຸງແຕ່ງ ແລະ ຕິດພັນກັບຄວາມຕ້ອງການ ຂອງຕະຫຼາດ ແລະ ອື່ນໆ.
ທ່ານ ໃຫ້ຮູ້ຕື່ມວ່າ: ສໍາລັບ ສປປ ລາວ ການຫຼຸດພົ້ນອອກຈາກປະເທດດ້ອຍພັດທະນານັ້ນ ສະຫະປະຊາຊາດ (UN) ໄດ້ຕັ້ງໄວ້ 3 ເງື່ອນໄຂ ຄື:1. ລວມຍອດລາຍໄດ້ແຫ່ງຊາດ ຫຼື (Gini) ຕ້ອງບັນລຸ 1,230 ໂດລາ ແມ່ນບັນລຸ ເນື່ອງຈາກ ສປປ ລາວ ປະຕິບັດໄດ້ 1,996 ໂດລາ; 2. ດັດສະນີຊັບສິນມະນຸດ ຫຼື ການພັດທະນາຊັບພະຍາກອນມະນຸດ (HAI) ຕ້ອງສູງກວ່າ 66 ແມ່ນບັນລຸ ເນື່ອງຈາກ ສປປ ລາວ ປະຕິບັດໄດ້ 72.8; 3. ຄວາມບອບບາງທາງດ້ານເສດຖະກິດ (EVI) ຕ້ອງຕໍ່າກວ່າ 32 ແມ່ນບໍ່ບັນລຸ ເນື່ອງຈາກ ສປປ ລາວ ຢູ່ທີ່ 33.7.
ທ່ານ ບົວຫົງ ຄໍາຫາ ກ່າວຕື່ມວ່າ: ການແກ້ໄຂຄວາມທຸກຍາກ ຂອງປະຊາຊົນໃນຊຸມປີຕໍ່ໜ້ານີ້ ແມ່ນຈະສຸມໃສ່ໃຫ້ຮັບປະກັນ (1) ດ້ານອາຫານການກິນພຽງພໍ (2,100 ກິໂລກະລໍລີຕໍ່ຄົນຕໍ່ວັນ); (2) ດ້ານທີ່ຢູ່ອາໄສ; (3) ເຄື່ອງນຸ່ງຫົ່ມ; (4) ຢາປົວພະຍາດ; (5) ເສັ້ນທາງຄົມມະນາຄົມ; (6) ການສຶກສາ ແລະ ອື່ນໆ.
ສໍາລັບຄາດໝາຍສູ້ຊົນການພັດທະນາຊົນນະບົດ-ແກ້ໄຂຄວາມທຸກຍາກ 5 ປີ (2026-2030) ສປປ ລາວ ຈະສູ້ຊົນສ້າງຄອບຄົວພົ້ນທຸກໃຫ້ໄດ້ 100,000 ຄອບຄົວ; ສ້າງບ້ານພົ້ນທຸກໃຫ້ໄດ້ 1,000 ບ້ານ; ສ້າງເມືອງພົ້ນທຸກ ໃຫ້ໄດ້ 25 ເມືອງ; ສ້າງຄອບຄົວພັດທະນາໃຫ້ໄດ້ 200,000 ຄອບຄົວ, ສ້າງບ້ານພັດ ທະນາໃຫ້ໄດ້ 2,000 ບ້ານ; ສ້າງບ້ານໃຫຍ່ໃຫ້ກາຍເປັນຕົວເມືອງໃນຊົນນະບົດໃຫ້ໄດ້ 40 ບ້ານ; ສ້າງເມືອງເຂັ້ມແຂງຮອບດ້ານໃຫ້ໄດ້ 20 ເມືອງ.



