ໃນຕອນເຊົ້າວັນທີ 11 ຕຸລານີ້ ຫ້ອງການສຶກສາທິການ ແລະ ກິລາ ເມືອງ ຕະໂອ້ຍ ແຂວງສາລະວັນ ໄດ້ຈັດພິທີມອບລາງວັນການແຂ່ງຂັນກິລາ ເພື່ອສະຫລອງວັນຄູແຫ່ງຊາດ ຄົບຮອບ 30 ປີ ໂດຍການເຂົ້າຮ່ວມຂອງ ທ່ານ ຄໍາສະໄຫວ ວິລະກອນ ຮອງເລຂາພັກເມືອງ ຜູ້ຊີ້ນໍາຂົງເຂດວຽກງານການເມືອງ-ແນວຄິດ ແລະ ວຽກພັກພະນັກງານ.
ການແຂ່ງຂັນກິລາໄດ້ດຳເນີນແຕ່ວັນທີ 4-9 ຕຸລາ ມີ 3 ປະເພດກິລາ ຄື: ບານເຕະຊາຍລຸ້ນໄວໜຸ່ມທົ່ວໄປ,ກິລາເປຕັງຄູ່ຊາຍ-ຍິງ ແລະ ກະຕໍ້ລຸ້ນຊາວໜຸ່ມທົ່ວໄປ.ມີທີມນັກກິລາເຂົ້າຮ່ວມທັງໝົດ 25 ທີມ,ໃນນັ້ນກິລາບານແຕະມີ 9 ທີມ,ເປຕັງຊາຍ-ຍິງ 8 ທີມ, ແລະ ກະຕໍ້ຫວາຍມີ 8 ທີມ ມີນັກກິລາເຂົ້າຮ່ວມການແຂ່ງຂັນທັງໝົດ 166 ຄົນຍິງ 16 ຄົນ.
ຜົນການແຂ່ງຂັນ ມີດັ່ງນີ້:
– ບານແຕະຊາຍລຸ້ນໄວໜຸ່ມທົ່ວໄປຊະນະອັນດັບທີ1 ແມ່ນທີມ: ເຂດໂຈະ ໄດ້ຮັບລາງວັນເງິນສົດ 2,000,000 ກີບພ້ອມຂັນ 1 ໜ່ວຍ,ອັນດັບທີ2ແມ່ນທີມ: ບ່າວດອຍ ໄດ້ຮັບລາງວັນເປັນເງິນສົດ 1,500,000 ກີບ ແລະ ອັນດັບທີ3ແມ່ນທີມ: ອະນຸ ລາງວັນເງິນສົດ 800,000 ກີບ.
– ກະຕໍ້ຊາຍລຸ້ນໄວໜຸ່ມທົ່ວໄປຊະນະອັນດັບໜຶ່ງແມ່ນທີມ: ໂບງນໍ້າ ລາງວັນເງິນສົດ 1,000,000 ກີບ ພ້ອມຂັນ 1 ໜ່ວຍ,ອັນດັບທີ2ແມ່ນທີມ:ຮູກາໂຢ ລາງວັນເປັນເງິນສົດ 700,000 ກີບ ແລະ ອັນດັບທີ່3ແມ່ນທີມ:ເມືອງ ຕະໂອ້ຍລາງວັນເງິນສົດ 500,000 ກີບ.
– ປະເພດກິລາເປຕັງຄູ່ຊາຍ-ຍິງຊະນະອັນດັບທີ1ແມ່ນທີມ: ຫ້ອງການສາທາລະນະສຸກເມືອງ ລາງວັນເງິນສົດ1,000,000 ກີບ ພ້ອມຂັນ 1 ໜ່ວຍ,ອັນດັບທີ2ແມ່ນທີມກອງບັນຊາການ ປກຊ ເມືອງລາງວັນເງິນສົດ 700,000 ກີບ ແລະ ລາງວັນທີ3ແມ່ນທີມ: ນັດພົບລາງວັນເງິນສົດ 500,000 ກີບ.
ພາບ-ຂ່າວ:ສີສະຫວາດ






