ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ປະທານ ສວສສຊ ເຄື່ອນໄຫວຊີ້ນໍາວຽກງານຢູ່ 2 ບໍລິສັດຂຸດຄົ້ນບໍ່ແຮ່ຈໍາກັດ ຢູ່ແຂວງຄໍາມ່ວນ.

Oct 13, 2024

ວັນທີ 10 ຕຸລາ 2024, ທ່ານ ກອງແກ້ວ ໄຊສົງຄາມ ປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ (ສວສສຊ) ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວເຮັດວຽກຢູ່ບັນດາບໍລິສັດການລົງທຶນ ພາຍໃນແຂວງຄໍາມ່ວນ ໂດຍການພາທາງຂອງທ່ານ ສົມສະອາດ ອຸ່ນສີດາ ຮອງເຈົ້າແຂວງຄໍາມ່ວນ ແລະ ຂະແໜງການທີ່ກ່ຽວຂ້ອງ.
ໃນການເຄື່ອນເຮັດວຽກຄັ້ງນີ້, ປະທານ ສວສສຊ ແລະ ຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ ບໍລິສັດ ລາວຄາຍຢວນ ບໍ່ແຮ່ຈໍາກັດ ທີ່ບ້ານລໍາມະລາດ ເມືອງ ທ່າແຂກ ໂດຍໄດ້ຮັບການຕ້ອນຮັບຈາກ ທ່ານ ຫ່ານ ຫຸຍ ຫລູ ປະທານບໍລິສັດ ລາວຄາຍຢວນ ພ້ອມດ້ວຍພະນັກງານພາຍໃນບໍລິສັດ, ພ້ອມທັງໄດ້ ລາຍງານກ່ຽວກັບການເຄື່ອນໄຫວດໍາເນີນທຸລະກິດ ໂດຍສະເພາະແມ່ນດ້ານຂໍ້ສະດວກ, ບັນຫາຫຍຸ້ງຍາກໃນຜ່ານມາ ຕະຫຼອດເຖິງເປົ້າໝາຍການພັດທະນາຂອງບໍລິສັດໃນອະນາຄົດ ແລະ ຂໍ້ສະເໜີຈໍານວນໜຶ່ງທີ່ຕິດພັນກັບການດໍາເນີນທຸລະກິດ. ບໍລິສັດ ໄດ້ເຂົ້າມາລົງທຶນ ແລະ ສ້າງຕັ້ງບໍລິສັດຢູ່ ສປປ ລາວ ໃນປີ 2008, ມາຮອດປັດຈຸບັນໄດ້ພັດທະນາເປັນໄລຍະເວລາ 16 ປີ ຊຶ່ງເປັນບໍລິສັດແຫ່ງໜຶ່ງທີ່ໄດ້ປະສົບຜົນສໍາເລັດໃນການຂຸດຄົ້ນ ແລະ ປຸງແຕ່ງເກືອໂປຕາສ ແບບຂະໝາດໃຫຍ່, ຜະລິດຕະພັນຂອງບໍລິສັດມີຄຸນນະພາບດີເລີດ ແລະ ໄດ້ສົງຂາຍໄປ 20 ກວ່າປະເທດ ແລະ ໄດ້ຮັບການຍອມຮັບຈາກຕະຫຼາດ ແລະ ການຍ້ອງຍໍຈາກລູກຄ້າທີ່ຊົມໃຊ້, ບໍລິສັດມີພະນັກງານທັງໝົດ 2,500 ກວ່າຄົນ. ໃນນັ້ນ ມີພະນັກງານທີ່ເປັນຄົນລາວ 1,500 ຄົນ.
ຈາກນັ້ນ ຄະນະກໍໄດ້ສືບຕໍ່ເຄື່ອນໄຫວຢ້ຽມຢາມ ບໍລິສັດ ຊີໂນ-ອາກຣີ ໂປຕາສ ຈໍາກັດ, ຢູ່ທີ່ບ້ານດົງໃຕ້ ເມືອງທ່າແຂກ. ໂອກາດນີ້, ໄດ້ຮັບຟັງການລາຍງານໂດຍຫຍໍ້ຈາກທ່ານ ນາງ ຍິນຕົງ ຮອງຜູ້ອໍານວຍການບໍລິສັດ ກ່ຽວກັບສະພາບການເຄື່ອນໄຫວດຳເນີນກິດຈະການຂອງບໍລິສັດໃນຜ່ານມາ. ບັນຫາສະດວກ, ຂໍ້ຫຍຸ້ງຍາກຕໍ່ການດໍາເນີນທຸລະກິດ ແລະ ແຜນພັດທະນາໂຄງການໃນໄລຍະຕໍ່ໜ້າ ລວມເຖິງບັນຫາຂໍ້ສະເໜີຕໍ່ລັດຖະບານຊ່ວຍຄົ້ນຄວ້າ ເພື່ອເຮັດໃຫ້ບໍລິສັດໄດ້ດຳເນີນໄປໄດ້ດ້ວຍດີ ເປັນຕົ້ນນິຕິກຳໃນການຄຸ້ມຄອງນະໂຍບາຍສົ່ງເສີມການລົງທຶນໃນເຂດນິຄົມອຸດສາຫະກຳ ອາຊີ-ໂປຕາສ ສາກົນ ແລະ ນະໂຍບາຍຫຼຸດຜ່ອນທາງດ້ານພາສີຂົນສົ່ງສິນຄ້າ.
ໂອກາດນີ້, ທ່ານ ກອງແກ້ວ ໄຊສົງຄາມ ຍັງໄດ້ສະແດງຄວາມຄິດເຫັນ ແລະ ຊົມເຊີຍຕໍ່ຜົນງານການເຄື່ອນໄຫວ ດໍາເນີນທຸລະກິດຂອງ 2 ບໍລິສັດ ໃນໄລຍະຜ່ານມາ, ພ້ອມນີ້ ທ່ານຍັງໄດ້ສະເໜີໃຫ້ບໍລິສັດສືບຕໍ່ຊຸກຍູ້ດ້ານການສຶກສາ ເພື່ອປະກອບສ່ວນສ້າງຊັບພະຍາກອນມະນຸດໃຫ້ ສປປ ລາວ ນັບມື້ນັບເຂັ້ມແຂງ ເພື່ອສືບທອດໃນບາງຕຳແໜ່ງງານຕາມຄວາມເໝາະສົມ ແລະ ຍັງໄດ້ຍິນດີຮັບເອົາຄຳສະເໜີຂອງ 2 ບໍລິສັດ ໄປຄົ້ນຄວ້າ ແລະ ຊອກຫາວິທີແກ້ໄຂຊ່ວຍ, ສໍາລັບຄໍາສະເໜີກ່ຽວກັບນະໂຍບາຍສົ່ງເສີມການລົງທຶນໃນເຂດນິຄົມອຸດສາຫະກຳ ປັດຈຸບັນລັດຖະບານກຳລັງຄົ້ນຄວ້າ ແລະ ມອບໃຫ້ພາກສ່ວນກ່ຽວຂ້ອງເລັ່ງໃນການປັບປຸງນິຕິກໍາດັ່ງກ່າວໃຫ້ມີຄວາມສົມບູນ.
(ຂ່າວ: ມະນີວັນ)