ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເມື່ອ​ຜະ​ເຊີນ​ກັບສຽງ​ລົບ​ກວນ​ຈາກພາຍນອກ ເປັນ​ຫຍັງ​ການ​ຮ່ວ​ມ​ມື​ລະ​ຫວ່າງ​ ຈີນ-ອາ​ຊຽນຈິ່ງໜຽວ​ແໜ້ນກວ່​າ​ເກົ່າ

Oct 14, 2024

ໃນ​ກອງ​ປະ​ຊຸມ​ສຸດຍອດ​ ຈີນ-ອາ​ຊຽນ ​ຄັ້ງ​ທີ 27, ຈີນ ແລະ ອາຊຽນ ໄດ້​ຮ່ວມ​ກັນ​ປະ​ກາດ​ວ່າ ການ​ເຈ​ລະ​ຈາ​ຍົກ​ລະ​ດັບ​ເຂດ​ການ​ຄ້າ​ເສ​ລີ​ ຈີນ-ອາ​ຊຽນ 3.0 ໄດ້​ສິ້ນ​ສຸດ​ລົງ​ໃນ​ດ້ານ​ທາດ​ແທ້ ເຊິ່ງ​ເເປັນມາດ​ຕະ​ການ​ສຳ​ຄັນ​ທີ່​ຍົກ​ລະ​ດັບ​ການ​ເຊື່ອມ​ໂຍງ​ເຂົ້າ​ກັນ​ ຂອງ​ເສດ​ຖະ​ກິດ​ອາ​ຊີ​ຕາ​ເວັນ​ອອກ ແລະ ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ຕັດ​ສິນ​ໃຈ​ຂອງ​ສອງ​ຝ່າຍ ​ທີ່​ສະ​ໜັບ​ສະ​ໜູນ​ລັດ​ທິຫຼາ​ຍ​ຝ່​າຍ ແລະ ການ​ຄ້າ​ເສ​ລີ. ນີ້ກໍ​ໄດ້​ສົ່ງ​ສັນ​ຍານ​ຕໍ່ພາຍນອກຢ່າງ​ຈະ​ແຈ້ງວ່າ: ຈີນ​ຍິນ​ດີ​ລົງ​ເລິກ​ການ​ຮ່ວມ​ມື​​ກັບ​ປະ​ເທດ​ໃນ​ພາກ​ພື້ນ​ຢ່າງ​ຕໍ່​ເນື່ອງ ບົນຈິດໃຈມິດ​ຕະ​ພາບ.
ປະ​ເທດ​ຕ່າງໆລ້ວນ​ແຕ່​ມີ​ຄວາມ​ປາດ​ຖະ​ໜາ​ທີ່​ພັດ​ທະ​ນາ​ ໃຫ້​ຈະ​ເລີນ​ຮຸ່ງ​ເຮືອງ​ຂຶ້ນ ເພື່ອ​ໃຫ້​ປະ​ຊາ​ຊົນ​ດຳ​ລົງ​ຊີ​ວິດ​ທີ່​ດີ; ໃນ​ຖາ​ນະ​ເປັນ​ປະ​ເທດ​ໃກ້​ຄຽງ, ຈີນ ແລະ ປະເທດໃນອາຊຽນ ມີຄວາມ​ຊ່ວຍ​ຊູ​ຍູ້​ໜູນ​ກັນທີ່ດີດ້ານເສດຖະກິດ, ການ​ສ້າງ​ຕ່ອງ​ໂສ້​ອຸດ​ສາ​ຫະ​ກຳ ແລະ ຕ່ອງ​ໂສ້​ການ​ສະ​ໜອງ​ມີ​ທ່າ​ແຮງ​ຕາມທຳ​ມະ​ຊາດ, ຍິ່ງ​ມີ​ເງື່ອນ​ໄຂ​ເອື້ອ​ອຳ​ນວຍ​ໃນ​ການ​ບັນ​ລຸ​ການ​ພັດ​ທະ​ນາ​ແບບ​ຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປະ​ໂຫຍດ.
ປະຊາກອນ​ຂອງ​ຈີນ ແລະ ປະ​ເທດ​ສະ​ມາ​ຊິກ​ອາ​ຊຽນ ມີຫຼາຍ ກວ່າ 2 ຕື້​ຄົນ, ກວມ​ເອົາ 1/4 ຂອງປະຊາກອນ​ໂລກ, ຕະຫຼາດ​ຂະ​ໜາດ​ໃຫຍ່​ພິ​ເສດ 2 ແຫ່ງ​ນີ້​ຮ່ວມ​ມື​ກັນ ຈະເຮັດໃຫ້​ການ​ເຊື່ອມ​ໂຍງ​ເຂົ້າ​ກັນ​ຂອງ​ເສດ​ຖະ​ກິດ​ພາກ​ພື້ນ​ມີ​ລະ​ດັບ​ສູງກວ່າ​ເກົ່າ, ພື້ນ​ຖານ​ຂອງ​ເສດ​ຖະ​ກິດ​ໂລກ​ກໍ​ຈະ​ໜັກ​ແໜ້ນຍິ່ງຂຶ້ນ.
​ກ່ອນ ແລະ ຫຼັງກອງ​ປະ​ຊຸມ​ສຸດຍອດ​ ຈີນ-ອາ​ຊຽນ​ ຄັ້ງ​ນີ້ ໄດ້​ປາ​ກົດ​ມີ​ສຽງ​​ລົບ​ກວນ​ຈຳ​ນວນ​ໜຶ່ງ. ສຳ​ລັບ​ເລື່ອງ​ນີ້, ຜູ້​ນຳຫຼາຍ​ປະ​ເທດອາຊຽນ​ກ່າວ​ເນັ້ນ​ວ່າ ອາ​ຊຽນ​ຄວນ​ສືບ​ຕໍ່​ຍຶດ​ໝັ້ນ​ເປົ້າ​ໝາຍຮ່ວມກັນ ຄື ສັນ​ຕິ​ພາບ ສະ​ຖຽນ​ລະ​ພາບ ແລະ ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ, ຍຶດ​ໝັ້ນ​ລັດ​ທິຫຼາຍ​ຝ່າຍ​ທີ່​ສະ​ເໝີ​ພາບ ແລະ ຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປະ​ໂຫຍດ.
ຄວາມ​ຮັບ​ຮູ້​ທີ່​ເປັນ​ເອ​ກະ​ພາບ​ກັນ ແລະ ຜົນ​ກອງ​ປະ​ຊຸມ​ທີ່​ກ່ຽວ​ຂ້ອງໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ການ​ສະ​ແຫວງ​ຫາ​ສັນ​ຕິ​ພາບ ແລະ ຊຸກ​ຍູ້​ການ​ພັດ​ທະ​ນາ​ ຈຶ່ງ​ແມ່ນ​ຄວາມ​ປາດ​ຖະ​ໜາອັນ​ຮີບ​ຮ້ອນ​ຂອງ​ປະ​ເທດ​ໃນ​ພາກ​ພື້ນ, ຖ້ອຍ​ຄຳ ແລະ ການ​ກະ​ທຳ​ທີ່​ເຈ​ຕະ​ນາ​ຫາ​ເລື່ອງ​ສ້າງ​ຄວາມ​ປັ່ນ​ປ່ວນ​ເຫຼົ່າ​ນັ້ນຈະ​ຖືກປະຕິເສດຢ່າງແນ່ນອນ; ການ​ເປີດ​ປະ​ຕູ​ສູ່​ພາຍນ​ອກ ແລະ ການກວມ​ລວມ​ຈຶ່ງ​ເປັນ​ເສັ້ນ​ທາງ​ທີ່​ຖືກ​ຕ້ອງ, ການໂຄ​ສະ​ນາ​ແນວ​ຄິດ​ສົງ​ຄາມ​ເຢັນ ແລະ ການ​ເປັນ​ປໍ​ລະ​ປັກ​ກັນ​ລະ​ຫວ່າງ​ກຸ່ມກ້ອນດັ່ງ “ຮູບ​ແບບ​ນາ​ໂຕ” ​ຈະ​ບໍ່​ມີ​ໂອ​ກາດ​ຫຍັງ​ອີກ.
ທີ່ມາ: CMG
May be an image of 3 people, newsroom, dais and text