ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ນາວາແຄມນາ, ຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມເມືອງ ຄອງແຊ້ມເຮືອຊ່ວງທີ່ໜອງຜາທ້າວ ເມືອງວຽງໄຊ

Oct 14, 2024

ວັນທີ 13 ຕຸລາ 2024 ນີ້, ເມືອງວຽງໄຊ, ແຂວງຫົວພັນ ສໍາເລັດການຈັດຊ່ວງເຮືອປະຈໍາປີ ພສ 2567 ຢູ່ໜອງຜາທ້າວ ໂດຍການເຂົ້າຮ່ວມຂອງທ່ານ ສິງວົງໄຊ ສຸລິວົງພັນ ວ່າການເຈົ້າເມືອງໆວຽງໄຊ.
ງານບຸນຊ່ວງເຮືອປະເພນີອອກພັນສາປະວໍລະນາ ພສ 2567 ໄດ້ດຳເນີນມາເປັນເວລາ 3 ວັນ, ເຊິ່ງເລີ່ມແຕ່ວັນທີ່ 11-13 ຕຸລາ 2024 ໂດຍມີນັກກິລາເຮືອຊ່ວງເຂົ້າຮ່ວມແຂ່ງຂັນທັງໝົດ 19 ທີມ, ຍິງ 9 ທີມ.
ຜ່ານການແຂ່ງຂັນຊະນະເລີດທີມຊາຍໄດ້ແກ່ທີມ ນາວາແຄມນາ, ສ່ວນທີມຍິງ ໄດ້ແກ່ທີມ ຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມເມືອງວຽງໄຊ ໄດ້ຮັບເງິນສົດ 7 ລ້ານກີບ ພ້ອມຂັນໝູນວຽນ 1 ໜ່ວຍ, ຮອງຊະນະເລີດທີມຊາຍໄດ້ແກ່ ທີມຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມເມືອງວຽງໄຊ, ທີມຍິງໄດ້ແກ່ທີມບ້ານລ້ອງກູ້ ໄດ້ຮັບເງິນສົດ 5 ລ້ານກີບ, ອັນດັບທີ 3 ທີມຊາຍໄດ້ແກ່ທີມ ບ້ານເອິນ, ທີມຍິງໄດ້ແກ່ທີມ ຫ້ອງການສາທາລະນະສຸກ ເມືອງວຽງໄຊ ໄດ້ຮັບເງິນສົດ 3 ລ້ານກີບ ແລະ ອັນດັບ 4 ທີມຊາຍໄດ້ແກ່ທີມ ກອງບັນຊາການທະຫານເມືອງ, ທີມຍິງໄດ້ແກ່ທີມບ້ານບັກ ໄດ້ຮັບເງິນສົດທີມລະ 2 ລ້ານກີບ, ສ່ວນທີມອື່ນໆໄດ້ຮັບລາຍວັນຊົມເຊີຍທີມລະ 5 ແສນກີບ.
ຂ່າວ-ພາບ:ນິດຖະໜອມ