ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ມອບ-ຮັບໂຄງການຊ່ວຍເຫຼືອສັດລ້ຽງ ( ງົວ )

Oct 14, 2024

ພິທີມອບ-ຮັບໂຄງການຊ່ວຍເຫຼືອສັດລ້ຽງ ( ງົວ ) ຈາກເມືອງ ມິ່ງຮວ້າ ແຂວງກວາງບິ່ງ ສສ ຫວຽດນາມ ຈໍານວນ12 ໂຕ, ມູນຄ່າ 100 ລ້ານດົງ ໃຫ້ປະຊາຊົນ 6 ຄອບຄົວເປັນຜູ້ຮັບຜິດຊອບລ້ຽງດູ, ບົວລະບັດປົກປັກຮັກສາຈົນໄດ້ຮັບຜົນ ໃຫ້ ເມືອງນາກາຍ ແຂວງຄຳມ່ວນ ດຳເນີນໄປໃນຕອນບ່າຍ ຂອງວັນທີ 10 ຕຸລາ 2024 ທີ່ ຫ້ອງປະຊຸມ ຂອງບໍລິສັດໄຟຟ້ານໍ້າເທີນ2 ໂດຍເປັນກຽດເຂົ້າຮ່ວມຂອງການນໍາທັງສອງເມືອງ, ສະຫາຍ ບຸ່ຍ ແອັງຕວນ ເຈົ້າເມືອງມີ່ງຮ້ວາ ເປັນຜູ້ກ່າວມອບ ແລະ ກ່າວຮັບໂດຍ ສະຫາຍ ນາງ ບົວກາ ແກ້ວມະນີ ເຈົ້າເມືອງໆນາກາຍ, ພ້ອມທັງກ່າວ ຂອບໃຈ ແລະ ສະແດງຄວາມຮູ້ບຸນຄຸນ ການນໍາເມືອງ ມິ່ງຮວ້າ ແຂວງກວາງບິ່ງ ສສ ຫວຽດນາມທີ່ໄດ້ຊ່ວຍເຫຼືອໃນຄັ້ງນີ້ເຊິ່ງເປັນການຊ່ວຍເຫຼືອທີ່ມີຄວາມໝາຍຄວາມສໍາຄັນ ຕໍ່ການພັດທະນາຊີວິດຄວາມເປັນຢູ່ຂອງປະຊາຊົນຜູ້ທຸກຍາກໃຫ້ດີຂຶ້ນ ຊຶ່ງການນຳເມືອງຈະໄດ້ມອບຄວາມຮັບຜິດຊອບດັ່ງກ່າວໃຫ້ຫ້ອງການທີ່ກ່ຽວຂ້ອງ, ລວມທັງຄອບຄົວທີ່ໄດ້ຮັບທຶນໂຄງການຊ່ວຍເຫຼືອສັດລ້ຽງ ປະເພດງົວ ຈໍານວນ12 ໂຕ, ມີ 6 ຄອບຄົວເປັນຜູ້ຮັບຜິດຊອບດູເລ, ບົວລະບັດປົກປັກຮັກສາຈົນໄດ້ຮັບຜົນ ແລະ ຫັວງວ່າການຮ່ວມມືແບບພິເສດ ແລະ ການຮ່ວມມືແບບຮອບດ້ານຂອງສອງຊາດ ລາວ-ຫວຽດນາມ ເວົ້າລວມເວົ້າສະເພາະ ເມືອງນາກາຍ ແລະ ເມືອງ ມິ່ງຮວ້າ ຈົ່ງນັບມື້ນັບໝັ້ນຄົງທະນົງແກ່ນຂຶ້ນໄປເລື້ອຍໆ.