ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ບໍ່ແກ້ວ ເປີດຄ້າຍເກົ່າທະຫານຝຣັ່ງ ເປັນແຫຼ່ງທ່ອງທ່ຽວປະຫວັດສາດ

Oct 15, 2024

ບໍ່ແກ້ວ ເປີດຄ້າຍເກົ່າທະຫານຝຣັ່ງ ເປັນແຫຼ່ງທ່ອງທ່ຽວປະຫວັດສາດ
ງານເປີດແຫຼ່ງທ່ອງທ່ຽວຄ້າຍເກົ່າທະຫານຝຣັ່ງ (Fort Carnot 1990 es cafe) ໄດ້ຈັດຂຶ້ນໃນວັນທີ 13 ຕຸລາ ຜ່ານມາ ທີ່ຄ້າຍເກົ່າທະຫານຝຣັ່ງ, ໂດຍການເຂົ້າຮ່ວມຂອງທ່ານ ຈອມສີ ລັດຕະນະປັນ ປະທານສະພາປະຊາຊົນແຂວງ, ທ່ານ ສີສະຫວັນ ມາຢົງເຊິນ ປະທານບໍລິສັດແດນຈະເລີນບໍລິການ ຈໍາກັດຜູ້ດຽວ, ມີບັນດາການນຳຂອງແຂວງ-ເມືອງ, ຂະແໜງການກ່ຽວຂ້ອງ, ນັກທຸລະກິດ, ຜູ້ປະກອບການພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມ.
ທ່ານ ສົມຄິດ ວົງປັນຍາ ຫົວໜ້າພະແນກ ຖວທ ແຂວງບໍ່ແກ້ວ ໄດ້ຜ່ານປະຫວັດຄວາມເປັນມາຂອງຄ້າຍເກົ່າທະຫານຝຣັ່ງ ຊຶ່ງທ່ານໄດ້ຍົກໃຫ້ເຫັນເຖິງການເຄື່ອນຂອງກຳລັງພວກທະຫານຝຣັ່ງ ມາຕັ້ງຖານທັບຢູ່ແຂວງບໍ່ແກ້ວ. ໃນປີ ຄສ 1900 ຝຣັ່ງໄດ້ສ້າງຕັ້ງຄ້າຍແບບຖາວອນ ໂດຍສ້າງກໍາແພງອ້ອມຮອບ, ມີປ້ອມຍາມສັງເກດການ 2 ປ້ອມ, ສູງ 15 ແມັດ. ພາຍຫຼັງປະເທດລາວໄດ້ປະກາດເອກະລາດຈາກຝຣັ່ງໃນປີ 1954 ກອງທັບລາຊາອານາຈັກລາວ ໄດ້ນໍາໃຊ້ຄ້າຍແຫ່ງນີ້ຈົນຮອດປີ 1975. ຫຼັງຈາກນັ້ນເປັນຕົ້ນມາ ຄ້າຍທະຫານດັ່ງກ່າວແມ່ນຢູ່ໃນຄວາມຮັບຜິດຊອບຂອງກອງທັບປະຊາຊົນປະຕິວັດລາວ ແລະ ໄດ້ໂອນມາຢູ່ໃນຄວາມຮັບຜິດຊອບຂອງພະແນກ ຖວທ ແຂວງຈົນມາເຖິງປັດຈຸບັນນີ້.
ທ່ານ ຄຳພະຫຍາ ພົມປັນຍາ ຮອງເຈົ້າແຂວງບໍ່ແກ້ວ ຜູ້ຊີ້ນໍາຂົງເຂດວຽກງານວັດທະນະທໍາ-ສັງຄົມ ໄດ້ຮຽກຮ້ອງໃຫ້ທຸກພາກສ່ວນທັງພາກລັດ-ເອກະຊົນ, ອົງການປົກຄອງທຸກຂັ້ນຈົ່ງພ້ອມກັນໃຫ້ຄວາມຊ່ວຍເຫຼືອສະໜັບສະໜູນເພື່ອສ້າງເງື່ອນໄຂອໍານວຍຄວາມສະດວກເຮັດໃຫ້ການດໍານີນທຸລະກິດມີຄວາມເຕີບໃຫຍ່ຂະຫຍາຍຕົວ ແລະ ຍຶນຍົງ, ພ້ອມທັງເນັ້ນໜັກໃຫ້ບໍລິສັດແດນຈະເລີນບໍລິການ ຈໍາກັດຜູ້ດຽວ (ຜູ້ພັດທະນາແຫຼ່ງທ່ອງທ່ຽວ) ຈົ່ງເອົາໃຈໃສ່ສືບຕໍ່ພັດທະນາທາງດ້ານສະຖານທີ່ທ່ອງທ່ຽວປະຫວັດສາດໃຫ້ມີຄວາມສົມບູນແບບຂຶ້ນຕື່ມ, ຊອກຄົ້ນ, ປັບປຸງບູລະນະ, ຂະຫຍາຍສະຖານທີ່ ແລະ ກິດຈະກໍາໃຫ້ມີຫຼາກຫຼາຍ ທັງສ້າງປະຫວັດສາດຄວາມເປັນມາ ແລະ ຈໍາລອງເຫດການຕ່າງໆ ເພື່ອໃຫ້ນັກທ່ອງທ່ຽວໄດ້ຮູ້, ກາຍເປັນແຫຼ່ງທ່ອງທ່ຽວທີ່ມີຄວາມໂດດເດັ່ນ, ສາມາດດຶງດູດ, ສ້າງຄວາມປະທັບໃຈໃຫ້ແກ່ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເຂົ້າມາທ່ຽວແຂວງບໍ່ແກ້ວ. ຈາກນັ້ນ, ການນໍາຂອງແຂວງໄດ້ຕັດແຖບຜ້າ ເພື່ອເປີດແຫຼ່ງທ່ອງທ່ຽວຄ້າຍເກົ່າທະຫານຝຣັ່ງ ຢ່າງເປັນທາງການ.
(ພາບ: ບຸນຈັນ ມະນີໄຊ).