ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ໄຟຟ້າຫົງສາ ຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມແຂວງຫຼວງນ້ຳທາ

Oct 15, 2024

ໄຟຟ້າຫົງສາ ຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມແຂວງຫຼວງນ້ຳທາ
ວັນທີ 14 ຕຸລານີ້, ທ່ານ ຄະທາຍຸດ ຊູພູນ ຜູ້ອໍານວຍການໃຫຍ່ ບໍລິສັດ ໄຟຟ້າ ຫົງສາ ຈຳກັດ ພ້ອມດ້ວຍຄະນະ ໄດ້ເຂົ້າພົບ ທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະ ມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ທີ່ນະຄອນຫຼວງວຽງຈັນ ເພື່ອລາຍງານເຖິງຄວາມກ້າວໜ້າການດຳເນີນງານຂອງໂຄງການໄຟຟ້າພະລັງງານຄວາມຮ້ອນຫົງສາ ໃນປັດຈຸບັນ ພ້ອມຖືໂອກາດສຳຄັນນີ້ ມອບເງິນຊ່ວຍເຫຼືອ ເພື່ອການຟື້ນຟູພາຍຫຼັງເຫດການນ້ຳຖ້ວມຄັ້ງໃຫຍ່ທີ່ແຂວງຫຼວງນ້ຳທາ ຊຶ່ງໄດ້ຮັບຜົນກະທົບຈາກພາຍຸໃຕ້ຝຸ່ນຢາກິ ໃນໄລ ຍະທີ່ຜ່ານມາ ເປັນຈຳນວນເງິນ 200,000 ບາດ.
ຂ່າວ-ພາບ: ໄຟຟ້າຫົງສາ