ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເມືອງອາດສະພອນ ຈູດທຳລາຍໃບກະທອມ 125 ກິໂລ

Oct 15, 2024

ໃນໂອກາດ ວັນແຫ່ງຊາດຕ້ານຢາເສບຕິດ ຄົບຮອບ 23 ປີ(12 ຕຸລາ 2001-12 ຕຸລາ 2023) ຕອນເຊົ້າ ວັນທີ 14 ຕຸລາ 2024 ຫ້ອງການບັນຊາການ ປກສ ເມືອງອາດສະພອນ ຈັດພິທີທໍາລາຍສີ່ງເສບຕິດປະເພດໃບກະທ້ອມຈຳນວນ 125 ກິໂລທີ່ເຈົ້າໜ້າທີ່ຍຶດມາໄດ້.
ທ່ານ ພັທ ອຸເປຂາ ເທື່ອນທຳມະຈັກ ຮອງຫົວໜ້າກອງບັນຊາການ ປກສ ເມືອງ ອາດສະພອນ ໄດ້ລາຍງານວ່າ ໃນການຈັດຕັ້ງປະຕິບັດຄັ້ງນີ້ແມ່ນອີງຕາມກົດໝາຍອາຍາວ່າດ້ວຍການຕ້ານ ແລະ ສະກັດກັ້ນພຶດທີ່ຕ້ອງຫ້າມ ແລະ ອີງຕາມຄຳສັ່ງຂອງຫົວໜ້າອົງການໄອຍະການສູງສຸດສະບັບເລກທີ 006/ອຍກ ລົງວັນທີ 30 ມີນາ 2023 ຢາເສບຕິດປະເພດຕ່າງໆ ໄດ້ກາຍເປັນໄພພິບັດ ລວມຂອງມວນມະນຸດ ເຊິ່ງສົ່ງຜົນສະທ້ອນ ໂດຍກົງຕໍ່ເສດຖະກິດ-ສັງຄົມ, ຢາເສບຕິດບໍ່ພຽງແຕ່ເປັນຕົ້ນເຫດຂອງອາຊະຍາກໍາໃນຄອບຄົວ ແລະ ສັງຄົມເທົ່ານັ້ນ ແຕ່ຍັງເປັນສາເຫດໜຶ່ງທີ່ພາໃຫ້ໄປເຖິງຄວາມທຸກຍາກ, ຄວາມຫາຍານະ, ຮ້າຍແຮງ ຍິ່ງໄປກວ່ານັ້ນ ມັນຍັງສົ່ງຜົນສະທ້ອນຕໍ່ຄວາມໝັ້ນຄົງຂອງລະ ບອບການເມືອງ ແລະ ທໍາລາຍຊາວໜຸ່ມ, ເຍົາວະຊົນ, ອານຸຊົນ ທີ່ເປັນໜໍ່ແໜງຂອງປະເທດຊາດ. ສະນັ້ນ, ພັກ-ລັດຖະບານ ຈຶ່ງຖືເອົາວັນທີ 12 ຕຸລາ ຂອງທຸກໆປີ ເປັນວັນແຫ່ງຊາດຕ້ານຢາ ເສບຕິດ.
ຂ່າວ: ຂັນແກ້ວ ພີມພາວົງ.