ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ລາວ-ຫວຽດນາມ ສືບຕໍ່ຊຸກຍູ້ການຮ່ວມມື ວຽກປະຊາຄົມວັດທະນະທໍາ-ສັງຄົມອາຊຽນ

Oct 15, 2024

ໂອກາດທີ່ ສປປ ລາວ ເຮົາໄດ້ຮັບກຽດເປັນເຈົ້າພາບ ແລະ ປະທານກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ແລະ ກອງປະຊຸມກ່ຽວຂ້ອງອື່ນໆ ທີ່ ນະຄອນຫຼວງວຽງຈັນ ໃນລະຫວ່າງ ວັນທີ 9-11 ຕຸລາຜ່ານມາ, ທ່ານ ນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ພ້ອມຄະນະ ໄດ້ໃຫ້ກຽດຕ້ອນຮັບ ແລະ ພົບປະຂອງ ທ່ານ ດ່າວ ຫງ໋ອກ ຢຸງ ( Dao Ngoc Dung) ລັດຖະມົນຕີ ກະຊວງແຮງງານ-ເສຍອົງຄະ ແລະ ສັງຄົມ, ທັງເປັນລັດຖະມົນຕີສະພາປະຊາຄົມ ວັດທະນະທໍາ-ສັງຄົມອາຊຽນ ແຫ່ງ ສສ ຫວຽດນາມ ໃນຕອນບ່າຍ ຂອງ ວັນທີ 10 ຕຸລາ ຜ່ານມາ ເພື່ອຊຸກຍູ້ສົ່ງເສີມວຽກງານ ຂອງເສົາຄໍ້າວັດທະນະທໍາ-ສັງຄົມອາຊຽນ ໂດຍສະເພາະ ການຮວ່ມມືຂອງສອງກະຊວງ ໃຫ້ບັນລຸຕາມແຜນການທີ່ວາງໄວ້.
ໂອກາດນີ້, ສອງຝ່າຍໄດ້ພ້ອມກັນຕີລາຄາສູງ ຕໍ່ຜົນສໍາເລັດຂອງການຢ້ຽມຢາມພົບປະສອງຝ່າຍ ຂອງການນໍາຂັ້ນສູງ ລະຫວ່າງ ສອງປະເທດ ໃນໄລຍະເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ແລະ ກອງປະຊຸມກ່ຽວຂ້ອງອື່ນໆ ປະກອບສ່ວນຢ່າງແຂງແຮງ ເຂົ້າໃນການ ເພີ່ມພູມຄູນສ້າງ ສາຍພົວພັນມິດຕະພາບ ລະຫວ່າງ ສອງປະເທດ ທີ່ເປັນມູນເຊື້ອອັນດີງາມໃຫ້ນັບມື້ນັບເຂົ້າສູ່ລວງເລິກຢ່າງເປັນຮູບປະທໍາ.
ທ່ານ ນາງ ໃບຄຳ ຂັດທິຍະ ໄດ້ສະແດງຄວາມຂອບໃຈ ມາຍັງທ່ານ ດ່າວ ຫງ໋ອກ ຢຸງ ທີ່ໄດ້ໃຫ້ການຮ່ວມມື ແລະ ສະໜັບສະໜູນ ສປປ ລາວ ໃນການເປັນເຈົ້າພາບຈັດກອງປະຊຸມສໍາຄັນຕ່າງໆ ລວມທັງການເຂົ້າຮ່ວມກອງປະຊຸມ ລັດຖະມົນຕີສະພາ ວັດທະນະທໍາ-ສັງຄົມ ອາຊຽນ ຄັ້ງທີ 31 ແລະ 32 ເຊິ່ງບັນລຸຜົນສໍາເລັດໄປດ້ວຍດີ, ພິເສດແມ່ນການສະໜັບສະໜູນ ວຽກງານແຮງງານ ແລະ ສະຫວັດດີການສັງຄົມ ເປັນຕົ້ນ ວຽກງານແຮງງານໄດ້ຮັບການຄຸ້ມຄອງ ແລະ ປົກປ້ອງສິດຜົນ ປະໂຫຍດຂອງເຂົາເຈົ້າຕາມກົດໝາຍ, ການພັດທະນາສີມືແຮງງານຝຶກອົບຮົມວິຊາຊີບ ເພື່ອນໍາເອົາບົດຮຽນທີ່ດີ ແລະ ແທດເໝາະໝູນໃຊ້ເຂົ້າໃນຫຼັກສູດການຮຽນ-ການສອນ ຂອງສະຖາບັນ ແລະ ບັນດາສູນຝຶກວິຊາຊີບ ແລະ ການສ້າງຄວາມເຂັ້ມແຂງ ໃຫ້ບຸກຄະລາກອນຄູຝຶກ, ໃຫ້ທຶນຝຶກອົບຮົມໄລຍະສັ້ນ ວຽກງານສື່ສານໂຄສະນາ ແກ່ພະນັກງານ-ລັດຖະກອນ ແລະ ການແລກປຽນທັດສະນະສຶກສາຢູ່ ສສ ຫວຽດນາມ, ຊຸກຍູ້ເພີ່ມທະວີການຮ່ວມມື ແລກປ່ຽນວິຊາການ ແລະ ຂໍ້ມູນຂ່າວສານ ໂດຍການແລກປ່ຽນບົດຮຽນວຽກຜູ້ອາຍຸສູງ, ຜູ້ພິການ, ເດັກດ້ອຍໂອກາດ, ການສ້າງກອງທຶນສໍາລັບເດັກ, ການສ້າງລະບົບຖານຂໍ້ມູນປົກປ້ອງເດັກ ແລະ ການຊ່ວຍເຫຼືອຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ; ແລກ ປ່ຽນຂໍ້ມູນຂ່າວສານ ວຽກປ້ອງກັນ ແລະ ຕອບໂຕ້ໄພພິບັດທໍາມະຊາດ; ການຫັນເປັນທັນສະໄໝ (ດີຈິຕອນ) ໃນຂົງເຂດວຽກແຮງງານ ແລະ ສະຫວັດດີການສັງຄົມ; ສືບຕໍ່ປະສານສົມທົບ ແລະ ໃຫ້ການຮ່ວມມືກັບ ກະຊວງປ້ອງກັນປະເທດ ແລະ ພາກສ່ວນກ່ຽວຂ້ອງຂອງສອງຝ່າຍ ໃນການຮ່ວມມືຊອກຫາ, ຂຸດຄົ້ນ ແລະ ເຄື່ອນຍ້າຍອັດຖິທະຫານ ແລະ ອາສາສະໝັກຫວຽດນາມ ທີ່ຕົກຄ້າງຢູ່ແຜ່ນດິນລາວ ໃຫ້ກັບຄືນບ້ານເກີດເມືອງນອນ ແລະ ກຽມເຂົ້າຮ່ວມກອງປະຊຸມປະຈໍາປີ 2025 ແລະ ອື່ນໆ ເພື່ອນໍາໄປຈັດຕັ້ງຜັນຂະຫຍາຍ ເຂົ້າໃນວຽກງານຂອງແຕ່ລະຂະແໜງການ ຮສສ ຢ່າງແຂງແຮງ.
ທ່ານ ດ່າວ ຫງ໋ອກ ຢຸງ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ການກະກຽມຮອບດ້ານ ຂອງ ສປປ ລາວ ໃນການເປັນປະທານອາຊຽນ 2024 ກໍຄື ການເປັນເຈົ້າພາບຈັດກອງປະຊຸມລັດຖະມົນຕີ ສະພາວັດທະນະທໍາ-ສັງຄົມອາຊຽນ 2 ຄັ້ງຜ່ານມາ ແລະ ບັນດາກອງປະຊຸມ ປິ່ນອ້ອມອື່ນໆ ເຊິ່ງເຫັນວ່າໄດ້ຮັບຜົນສໍາເລັດເປັນຢ່າງດີ ແລະ ຍິນດີໃຫ້ການສະໜັບສະໜູນ ວຽກງານການຮ່ວມມືຮອບດ້ານ ຂອງສອງກະຊວງ ລາວ-ຫວຽດນາມ, ຫວຽດນາມ-ລາວ ໃຫ້ນັບມື້ນັບຫຼາຍຂຶ້ນ.
ຂໍ້ມູນ-ພາບ: ຂ່າວສານ ຮສສ