ແຂວງຄຳມ່ວນ ຈັດພິທີເປີດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະຈໍາປີ 2024 ຂຶ້ນ ໃນວັນທີ 15 ຕຸລາ ນີ້ ທີ່ຜາມໄຊແຄມຂອງເທດສະບານເມືອງທ່າແຂກ ໂດຍການເຂົ້າຮ່ວມຂອງ ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ.
ທ່ານ ແກ້ວລັນດອນ ຈັນທະປານີ ເຈົ້າເມືອງທ່າແຂກ ທັງເປັນຄະນະປະທານຈັດງານ ໄດ້ກ່າວລາຍງານໃນການຫ້າງຫາກະກຽມງານບຸນຄັ້ງນີ້ວ່າ: ເພື່ອເຮັດໃຫ້ງານບຸນ ເຕັມໄປດ້ວຍບັນຍາກາດອັນເບີກບານມ່ວນຊື່ນ ແລະ ເປັນຂະບວນການຟົດຟື້ນ ພ້ອມທັງຮັບປະກັນໄດ້ຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບ ຮ້ອຍ ເຊິ່ງບັນດາຄະນະຮັບຜິດຊອບງານບຸນ ກໍຄືອານຸກໍາມະການຕ່າງໆ ໄດ້ເຄື່ອນໄຫວເຮັດໜ້າທີ່ປຸກລະດົມຂະບວນການຂອງມວນຊົນທຸກຊັ້ນຄົນ, ເພດ, ໄວ, ປະກອບສ່ວນທາງດ້ານເຫື່ອ ແຮງ, ສະຕິປັນຍາ, ວັດຖຸ ແລະ ປັດໄຈ ເພື່ອເຮັດໃຫ້ງານບຸນປະເພ ນີອອກພັນສາປະວໍລະນາ ແລະ ຊ່ວງເຮືອປະຈໍາປີນີ້ ໄດ້ດໍາເນີນໄປດ້ວຍຄວາມເປັນເອກະພາບ ແລະ ພ້ອມພຽງ, ມີບັນຍາ ກາດອັນເບີກບານມ່ວນຊື່ນ ແລະ ຮັກສາດ້ານວັດທະນະທໍາຮີດຄອງປະ ເພນີອັນດີງາມຂອງຊາດ ກໍຄືທ້ອງຖິ່ນພວກເຮົາ ຕອບສະໜອງກັບຈຸດປະສົງ-ເປົ້າໝາຍຂອງການທ່ອງທ່ຽວ ເຊິ່ງພາຍໃນງານຍັງໄດ້ມີກິດຈະກໍາຫຼາຍຢ່າງເຊັ່ນ: ການແຂ່ງຂັນເຮືອຊ່ວງ, ການໄຫຼເຮືອໄຟ, ການປ່ອຍກະໂທງສາຍ ຈໍານວນ 2.567 ດວງ, ການ ສະແດງສິລະປະ, ການວາງສະແດງ ແລະ ຈໍາໜ່າຍສິນຄ້າຕ່າງໆ.
ສະເພາະເຮືອຊ່ວງ ແມ່ນໄດ້ມີເຮືອເຂົ້າຮ່ວມແຂ່ງຂັນຈາກພາຍ ໃນ ແລະ ຕ່າງແຂວງ ຈຳນວນທັງໝົດ 22 ລໍາ, ໃນນັ້ນ ເຮືອປະ ເພດ 50-55 ສີພາຍ ມີ 5 ລໍາ ປະກອບມີ: ເຮືອມັງກອນຄາຍຢວນ ດາວພະສຸກ, ເຮືອຣາດຊະວົງ, ເຮືອເຈົ້າແມ່ດອກຟ້າ, ເຮືອຂຸນພົນເມືອງວັງ ແລະ ເຮືອເພັດສີໂພໄຊ, ປະເພດເຮືອປະເພດ 30-35 ສີພາຍ ມີ 13 ລຳຄື: ເຮືອທະນາຄານພັດທະນາລາວ ນາງ ຄໍາໄຫຼ, ເທບມີໄຊ, 20 ມັງກອນ, ເທບທິລາດ, ເພັດມຸງຄຸນໄຊ, ພອນພະອິນປົງ, ແກ້ວໄຫຼລິນ, ພຣະຍາສີໂຄດ, ຂຸນພົນຜູ້ໄທ, ສາວຄໍາມ່ວນ, ປ.ຕ.ທ ຕົ້ນເພັດນໍາໂຊກ ລູກດອກຟ້າ, ເພັດສາຍຄໍາ, ເຮືອນາຄະລາດ ນາວາ ພ້ອມທັງເຮືອຊ່ວງມິດຕະພາບທີ່ມາຈາກນະຄອນພະນົມ ຈຳນວນ 04 ລໍາ. ເຊິ່ງງານບຸນດັ່ງກ່າວຈະໄດ້ດໍາເນີນເປັນເວລາ 3 ວັນ ນັບແຕ່ວັນທີ 15-17 ຕຸລານີ້.
ທີ່ມາ: khammouane News






