ກະຊວງສາທາລະນະສຸກ ຈັດເຜີຍແຜ່ກົດໝາຍໃນຂົງເຂດສາທາລະນະສຸກ ຈໍານວນ 3 ສະບັບ. ໃນນັ້ນ, ເປັນກົດໝາຍສະບັບໃໝ່ 2 ສະບັບ ຄື: ກົດໝາຍ ວ່າດ້ວຍສາທາລະນະສຸກ ແລະ ກົດໝາຍ ວ່າດ້ວຍການຮັກສາສຸຂະພາບຂັ້ນຕົ້ນ ແລະ ສະບັບປັບປຸງ 1 ສະບັບ ຄື ກົດໝາຍ ວ່າດ້ວຍການປິ່ນປົວ ໃນວັນທີ 15 ຕຸລາ 2024 ທັງນີ້, ກໍເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບສາທາລະນະສຸກຂອງ ສປປ ລາວ, ຍົກສູງສຸຂະພາບ ແລະ ຊີວິດການເປັນຢູ່ຂອງປະຊາຊົນລາວ.
ທ່ານ ດຣ ສະໜອງ ທອງຊະນະ ຮອງລັດຖະມົນຕີກະຊວງສາທາລະນະສຸກ ໄດ້ໃຫ້ຮູ້ວ່າ: ກົດໝາຍດັ່ງກ່າວ ຖືເປັນບາດກ້າວສຳຄັນອັນໜຶ່ງ ໃນພາລະກິດການສະໜອງການບໍລິການປິ່ນປົວທີ່ມີຄຸນນະພາບ ໃຫ້ແກ່ພໍ່ແມ່ປະຊາຊົນທຸກຄົນ ເຊິ່ງຈະເປັນເຄື່ອງມືຊ່ວຍໃຫ້ລັດຖະບານ ແກ້ໄຂບັນຫາທ້າທາຍໃນວຽກງານສາທາລະນະສຸກ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ. ການມີນິຕິກຳດ້ານສາທາລະນະສຸກທີ່ມີປະສິດທິພາບ ຖືເປັນເສົາຫລັກອັນໜຶ່ງໃນການສ້າງລະບົບສາທາລະນະສຸກ ທີ່ເຂັ້ມແຂງ ແລະ ໝັ້ນຄົງ ເນື່ອງຈາກນິຕິກຳດັ່ງກ່າວ ຈະຊ່ວຍວາງຂອບການຈັດຕັ້ງປະຕິບັດງານ ເພື່ອຮັບປະກັນການເຂົ້າເຖິງການບໍລິການປິ່ນປົວທີ່ມີຄຸນນະພາບ, ປົກປ້ອງສຸຂະພາບ ແລະ ສົ່ງເສີມຊີວິດການເປັນຢູ່ທີ່ດີຂອງພໍ່ແມ່ປະຊາຊົນທຸກຄົນ. ກົດໝາຍທັງ 3 ສະບັບນີ້ ຖືເປັນຜົນງານຢັ້ງຢືນຄວາມມຸ່ງໝັ້ນ ແລະ ເອົາໃຈໃສ່ຂອງລັດຖະບານໃນການລົງທຶນໃສ່ວຽກງານສາທາລະນະສຸກ ເພື່ອຍົກສູງຊີວິດການເປັນຢູ່ຂອງປະຊາຊົນລາວທັງໃນປັດຈຸບັນ ແລະ ອະນາຄົດ.
ກົດໝາຍ ວ່າດ້ວຍສາທາລະນະສຸກ ໄດ້ປະກາດໃຊ້ນັບແຕ່ເດືອນກໍລະກົດ 2023 ເປັນຕົ້ນມາ ເຊິ່ງໄດ້ເນັ້ນໜັກຄວາມມຸ່ງໝັ້ນ ແລະ ເອົາໃຈໃສ່ຂອງລັດຖະບານ ຕໍ່ກັບຂະແໜງສາທາລະນະສຸກ ໂດຍສະເພາະໄດ້ກຳນົດໃຫ້ມີການຈັດສັນງົບປະມານ ຂອງຂະແໜງສາທາລະນະສຸກ ໃຫ້ກວມເອົາຢ່າງໜ້ອຍ 9% ຂຶ້ນໄປຂອງງົບປະມານແຫ່ງລັດ. ກົດໝາຍສະບັບນີ້, ມີບົດບາດໃນການເຊື່ອມຕໍ່ ແລະ ຊີ້ນຳນິຕິກຳຫລາຍສະບັບທີ່ນອນໃນຂົງເຂດວຽກງານສາທາລະນະສຸກ, ພ້ອມທັງກຳນົດພາລະບົດບາດ, ໂຄງຮ່າງການຈັດຕັ້ງ ແລະ ການດຳເນີນງານໂດຍລວມຂອງກະຊວງສາທາລະນະສຸກ.
ກົດໝາຍ ວ່າດ້ວຍການຮັກສາສຸຂະພາບຂັ້ນຕົ້ນ ໄດ້ປະກາດໃຊ້ນັບແຕ່ເດືອນພະຈິກ 2023 ເປັນຕົ້ນມາ. ກົດໝາຍສະບັບນີ້, ໄດ້ຊຸກຍູ້ໃຫ້ປະຊາຊົນ ແລະ ອາສາສະໝັກສາທາລະນະສຸກຂັ້ນບ້ານ ມີສ່ວນຮ່ວມໃນການວາງແຜນ ແລະ ການໃຫ້ບໍລິການສຸຂະພາບຂັ້ນຕົ້ນ ພ້ອມທັງສ້າງຄວາມເຂັ້ມແຂງ ແລະ ເຊື່ອມສານການບໍລິການສຸຂະພາບ ເພື່ອໃຫ້ການ້ບໍລິການໃນຂັ້ນຊຸມຊົນມີປະສິດທິພາບຍິ່ງຂຶ້ນ.
ກົດໝາຍ ວ່າດ້ວຍການປິ່ນປົວ(ສະບັບປັບປຸງ) ໄດ້ກຳນົດແນວທາງຈໍາເປັນໃນການຄຸ້ມຄອງສະຖານທີ່ບໍລິການປິ່ນປົວພາກເອກະຊົນທີ່ນັບມື້ນັບຂະຫຍາຍຕົວ ເຊິ່ງປະກອບມີການຂຶ້ນທະບຽນໂຮງໝໍ, ຄລີນິກ ແລະ ສູນການປິ່ນປົວເອກະຊົນ ແລະ ກໍານົດນິຍາມຂອງ ຜູ້ປະກອບວິຊາຊີບປິ່ນປົວ ຕ້ອງມີໃບອະນຸຍາດເຄື່ອນໄຫວວິຊາຊີບປິ່ນປົວ ທີ່ອອກໃຫ້ໂດຍ ສະພາຄຸ້ມຄອງວິຊາຊີບສາທາລະນະສຸກ ແລະ ບັນທຶກເຂົ້າໃນຖານຂໍ້ມູນຂອງສະພາຄຸ້ມຄອງວິຊາຊີບສາທາລະນະສຸກ. ກົດໝາຍສະບັບນີ້, ຖ້າມີການຈັດຕັ້ງປະຕິບັດຢ່າງມີປະສິດທິພາບ ຈະຊ່ວຍຊຸກຍູ້ວຽກງານການຍົກສູງຄຸນນະພາບ ແລະ ຄວາມປອດໄພຂອງການບໍລິການປິ່ນປົວ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ບຸກຄະລາກອນການແພດ ຄືກັນກັບກົດໝາຍສະບັບອື່ນໆ.
ກົດໝາຍທັງ 3 ສະບັບ ແມ່ນຮ່າງຂຶ້ນ ແລະ ປັບປຸງໂດຍ ກະຊວງສາທາລະນະສຸກ ຮ່ວມກັບສະພາແຫ່ງຊາດ, ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ກະຊວງຍຸຕິທຳ ແລະ ກະຊວງທີ່ກ່ຽວຂ້ອງ. ຂະບວນການຮ່າງກົດໝາຍ ວ່າດ້ວຍສາທາລະນະສຸກ ແມ່ນສະໜັບສະໜູນ ແລະ ຮ່ວມມືໂດຍອົງການອະນາໄມໂລກ ແລະ ສູນຄວບຄຸມ ແລະ ປ້ອງກັນພະຍາດ ຂອງສະຫະລັດອາເມລິກາ (USCDC). ກົດໝາຍ ວ່າດ້ວຍການຮັກສາສຸຂະພາບຂັ້ນຕົ້ນ ແມ່ນສະໜັບສະໜູນ ແລະ ຮ່ວມມືອົງການອຸຍນີເຊບ ແລະ ອົງການອະນາໄມໂລກ, ການປັບປຸງກົດໝາຍ ວ່າດ້ວຍການປິ່ນປົວ ແມ່ນສະໜັບສະໜູນ ແລະ ຮ່ວມມືໂດຍອົງການອະນາໄມໂລກ.
ທີ່ມາ: ຂປລ



