ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຈໍາປາສັກ ເປີດຕະຫຼາດນັດວາງສະແດງ ແລະ ຈໍາໜ່າຍສິນຄ້າໂອດ໊ອບ

Oct 16, 2024

ວັນທີ 15 ຕຸລາຜ່ານມາ, ອົງການປົກຄອງແຂວງຈໍາປາສັກ ຮ່ວມກັບ ພາກສ່ວນກ່ຽວຂ້ອງຈັດງານວາງສະແດງ ແລະ ຈໍາໜ່າຍສິນຄ້າ ໜຶ່ງເມືອງ ໜຶ່ງຜະລິດພັນ ຫຼື ໂອດ໊ອບ ຕາມທິດ ສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ (ສອຈ) ໃນໄລຍະໃໝ່ ໃນງານບຸນປະວໍລະນາ – ອອກພັນສາ ແລະ ຊ່ວງເຮືອປະເພນີ ປະຈໍາປີ 2024 ທີ່ນະຄອນປາກເຊ. ງານວາງສະແດງດັ່ງກ່າວ ໄດ້ຈັດຂຶ້ນຢູ່ທ່າສາລາຄໍາ ແຄມເຊໂດນ ໂດຍການເຂົ້າຮ່ວມຂອງ ທ່ານ ອາລຸນໄຊ ສູນນະລາດ ເຈົ້າແຂວງຈໍາປາສັກ ພ້ອມພັນລະຍາ, ມີແຂກຖືກເຊີນ, ນັກທຸລະກິດ, ຜູ້ປະກອບການ ແລະ ຫ້າງຮ້ານຕ່າງໆ ເຂົ້າຮ່ວມ.
ໃນພິທີທ່ານ ບຸນຍະເດດ ທອງສະຫວັນ ຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າແຂວງ ໄດ້ລາຍງານວ່າ: ສິນຄ້າທີ່ນໍາມາວາງສະແດງໃນຄັ້ງນີ້, ປະກອບມີຜະລິດຕະພັນກະສິກໍາ, ອຸດສາຫະກໍາປຸງແຕ່ງ, ຫັດຖະກໍາ ເຊັ່ນ: ກາເຟ, ຊາ, ເຂົ້າ, ພືດຜັກ, ໄຂ່, ນໍ້າດື່ມ, ເບັ້ຍໄມ້ກິນໝາກ, ເບັ້ຍໄມ້ອຸດສາຫະກໍາ, ເຟີນີເຈີໄມ້, ເຄື່ອງຫັດຖະກໍາຈັກສານໄມ້ປ່ອງ – ຫວາຍ, ຜ້າຝ້າຍ, ຝ້າໄໝ, ສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນ, ອຸປະກອນການແພດ, ໂຄສະນາແຫຼ່ງທ່ອງທ່ຽວ ແລະ ສິນຄ້າອື່ນໆ ທີ່ເປັນທ່າແຮງຂອງແຂວງ, ໂທລະຄົມ – ການສື່ສານ. ຄາດວ່າຈະມີມູນຄ່າສິນຄ້າທີ່ເຂົ້າມາວາງສະແດງ ແລະ ຈໍາໜ່າຍໃນງານ ປະມານ 2.5 ຕື້ກີບ, ຄາດຄະເນຈະມີເງີນໝູນວຽນ ໃນແຕ່ລະວັນ ປະມານ 500 ລ້ານກວ່າກີບ. ຊຶ່ງມີຮ້ານວາງສະແດງ ແລະ ຈໍາໜ່າຍເຂົ້າຮ່ວມທັງໝົດ 450 ຮ້ານ, ມີ 43 ຫົວໜ່ວຍ, ຊຶ່ງເລີ່ມແຕ່ວັນທີ 12-18 ຕຸລາ 2024.
ຂ່າວ-ພາບ: ທູນທອງໃຈ