ເນື່ອງໃນໂອກາດ ສະຫາຍ ເຈີ່ນ ແທງ ເໝີ້ນ ປະທານສະພາແຫ່ງຊາດຫວຽດນາມ ເດີນທາງ ມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ໄອປາຄັ້ງທີ 45, ສະຫາຍ ຫງວຽນ ມິງ ເຕີມ ເອກອັກຄະລັດຖະທູດ ສສ ຫວຽດນາມ ປະຈຳ ສປປ ລາວ ໄດ້ໃຫ້ສໍາພາດຕໍ່ສຳນັກຂ່າວສານຫວຽດນາມ ປະຈໍາລາວ.
ຄໍາຖາມທີ 1: ຮຽນທ່ານທູດ, ການຢ້ຽມຢາມລາວເປັນທາງການຄັ້ງທໍາອິດໃນຖານະເປັນປະທານສະພາແຫ່ງຊາດຂອງສະຫາຍ ເຈີ່ນ ແທງ ເໝີ້ນ ແລະ ເຂົ້າຮ່ວມກອງປະຊຸມໄອປາ ມີລະດັບຄວາມສໍາຄັນ ແລະ ຄວາມໝາຍຄືແນວໃດຕໍ່ສາຍພົວພັນຫວຽດນາມ-ລາວ?
ນີ້ແມ່ນການຢ້ຽມຢາມ ສປປ ລາວ ເປັນທາງການຄັ້ງທໍາອິດຂອງ ສະຫາຍ ເຈີ່ນ ແທງ ເໝີ້ນ ປະທານສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ ໃນຖານະຕໍາແໜ່ງໃໝ່ ເພື່ອຫັນເປັນລະອຽດຂໍ້ຕົກລົງລະຫວ່ງການນໍາຂັ້ນສູງຂອງສອງພັກ, ສອງລັດ ຫວຽດນາມ-ລາວ, ຢືນຢັນແຜນນະໂຍບາຍສະເໝີຕົ້ນສະເໝີປາຍຂອງພັກ, ລັດຫວຽດນາມ ແມ່ນຍາມໃດກໍໃຫ້ບູລິມະສິດ ລະດັບສູງສຸດ ແລະ ຖືສໍາຄັນການເສີມຂະຫຍາຍສາຍພົວພັນມິດຕະພາບຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານຫວຽດນາມ-ລາວ; ພ້ອມທັງເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈ, ສະໜິດຕິດແທດລະຫວ່າງ ການນໍາຂັ້ນສູງສອງປະເທດ; ຕີລາຄາຜົນສໍາເລັດການຮ່ວມມືລະຫວ່າງສອງພັກ, ສອງລັດ, ເປັນຕົ້ນແມ່ນການຮ່ວມ ມືລະຫວ່າງສອງສະພາແຫ່ງຊາດໃນໄລຍະຜ່ານາ; ແລກປ່ຽນທິດທາງ ແລະ ບັນດາມາດຕະການລະອຽດເພື່ອຍົກສູງ ປະສິດທິຜົນສາຍພົວພັນການຮ່ວມມືລະຫວ່າງສອງປະເທດ, ສອງສະພາແຫ່ງຊາດໃນໄລຍະຕໍ່ໜ້າ; ແລກປ່ຽນບາງ ສະພາບການພົ້ນເດັ່ນຂອງພາກພື້ນ ແລະ ສາກົນ ເຊິ່ງສອງຝ່າຍໃຫ້ຄວາມສົນໃຈຮ່ວມກັນ.
ການຢ້ຽມຢາມເປັນທາງການໃນຄັ້ງນີ້ໄດ້ຈັດຂຶ້ນກ່ອນກອງປະຊຸມສະມັດຊາໃຫຍ່ໄອປາຄັ້ງທີ 45 ເຊິ່ງລາວ ເປັນເຈົ້າພາບ, ນີ້ບໍ່ພຽງແຕ່ແມ່ນໂອກາດທີ່ດີເພື່ອເສີມສ້າງຄວາມໄວ້ເນື້ອເຊື່ອໃຈດ້ານຍຸດທະສາດ, ເປີດກວ້າງ ການຮ່ວມມືລັດຖະສະພາລະຫວ່າງສອງປະເທດ, ຫາກຍັງສະແດງການສືບຕໍ່ຜັນຂະຫຍາຍແຜນນະໂຍບາຍເປັນເຈົ້າການ, ຕັ້ງໜ້າເຊື່ອມໂຍງສາກົນຢ່າງຮອບດ້ານ, ເລິກເຊິ່ງ ແລະ ກວ້າງຂວາງ, ຍົກລະດັບວຽກງານການຕ່າງປະເທດຫຼາຍຝ່າຍ; ຢືນຢັນບົດບາດຂອງສະພາແຫ່ງຊາດຫວຽດນາມ, ເປັນເຈົ້າການ, ຕັ້ງໜ້າປະກອບສ່ວນເຂົ້າເນື້ອໃນຂອງ AIPA ຢ່າງແທ້ຈິງ; ສະໜັບສະໜູນລາວໃນຖານະເປັນປະທານ AIPA; ຮ່ວມກັບບັນດາລັດຖະສະພາສະມາຊິກ ຂອງ AIPA ເພີ່ມພູນຄູນສ້າງຄວາມສາມັກຄີ ແລະ ບົດບາດເປັນໃຈກາງຂອງອາຊຽນ, ຍູ້ແຮງສາຍພົວພັນລະຫວ່າງ AIPA ກັບບັນດາຄູ່ຮ່ວມມື; ເພີ່ມທະວີສາຍພົວພັນລະຫວ່າງສະພາແຫ່ງຊາດຫວຽດນາມ ກັບສະພາແຫ່ງຊາດສະມາຊິກ ແລະ ບັນດາປະເທດເປັນຜູ້ສັງເກດການຂອງໄອປາ; ແລກປ່ຽນຂໍ້ມູນກັບບັນດາຜູ້ແທນລັດຖະສະພາຂອງປະເທດ ຕ່າງໆຕໍ່ບັນດາຄວາມສົນໃຈລວມຂອງພາກພື້ນເພື່ອສັນຕິພາບ, ການຮ່ວມມື ແລະ ການຂະຫຍາຍຕົວ, ກ່ຽວກັບ ກິດຈະກໍາການເຄື່ອນໄຫວຂອງລັດຖະສະພາ; ຜ່ານການແລກປ່ຽນກ່ຽວກັບແນວທາງ, ນະໂຍບາຍຂອງພັກ ແລະ ລັດ ຫວຽດນາມ, ການເຄື່ອນໄຫວຂອງສະພາແຫ່ງຊາດໃນການປະກອບສ່ວນອັນສໍາຄັນເຂົ້າໃນການຟື້ນຟູ ແລະ ພັດ ທະນາເສດຖະກິດ-ສັງຄົມຂອງປະເທດ.
ຄໍາຖາມທີ 2: ຮຽນທ່ານທູດ, ໃນສະພາບການພາກພື້ນ ແລະ ສາກົນໃນປັດຈຸບັນ, ສະພາແຫ່ງຊາດ ຫວຽດນາມ-ລາວ ຕ້ອງເຮັດແນວໃດເພື່ອປົກປັກຮັກສາ ແລະ ເສີມຂະຫຍາຍສາຍພົວພັນພິເສດ ຫວຽດນາມ-ລາວ ນັບມື້ນັບເຂົ້່່າສູ່ລວງເລິກ, ມີປະສິດທິຜົນກວ່າເກົ່າ ແລະ ນໍາເອົາຜົນປະໂຫຍດແທ້ຈິງໃຫ້ແກ່ສອງປະເທດ; ສະພາແຫ່ງ ຊາດຕ້ອງສຸມໃສ່ໃນຂົງເຂດການຮ່ວມມືໃດເພື່ອກະຕຸກຊຸກຍູ້ສາຍພົວພັນສອງປະເທດ.
ຄຽງຄູ່ກັບທ່ວງທ່າຂະຫຍາຍຕົວອັນດີງາມຂອງສາຍພົວພັນລະຫວ່າງສອງພັກ, ສອງລັດ, ການຮ່ວມມື ລະຫວ່າງສະພາແຫ່ງຊາດຫວຽດນາມ ແລະ ສະພາແຫ່ງຊາດລາວ ໄດ້ເພີ່ມເພີ່ມພູນຄູນສ້າງ ແລະ ເສີມຂະຫຍາຍຢ່າງບໍ່ ຢຸດຢັ້ງ. ສອງຝ່າຍໄດ້ຮັກສາການຮ່ວມມືຢ່າງແໜ້ນແຟ້ນ, ຄົບຊຸດ ແລະ ມີປະສິດທິຜົນ, ປະກອບສ່ວນອັນສໍາຄັນ ເຂົ້າໃນສາຍພົວພັນສັງລວມຂອງສອງປະເທດ. ສອງຝ່າຍໄດ້ຕັ້ງໜ້າປະສານສົມທົບຜັນຂະຫຍາຍຂໍ້ຕົກລົງການຮ່ວມ ມືລະຫວ່າງສອງສະພາແຫ່ງຊາດ.
ໃນສະພາບການຂອງໂລກ ແລະ ພາກພື້ນສືບຕໍ່ມີການຜັນແປຢ່າງວ່ອງໄວ, ສັບສົນ, ຄາດຄະເນຍາກ, ກະທົບຕໍ່ ບັນດາປະເທດຢ່າງເລິກເຊິ່ງ, ໃນນັ້ນມີຫວຽດນາມ ແລະ ລາວ, ຄວາມສາມັກຄີ ແລະ ການຊ່ວຍເຫຼືອເຊິ່ງກັນແລະ ກັນລະຫວ່າງສອງພັກ, ສອງລັດ, ສອງສະພາແຫ່ງຊາດຫວຽດນາມ ແລະ ລາວແມ່ນປັດໄຈພາວະວິໄສ, ເປັນກົດເກນປະຫວັດສາດ, ແມ່ນໜຶ່ງໃນບັນດາແຫຼ່ງກໍາລັງແຮງອັນໃຫຍ່ຫຼວງທີ່ສຸດ ແລະ ມີຄວາມໝາຍຕໍ່ການຄົງຕົວ ແລະ ຂະຫຍາຍຕົວ ໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດຂອງແຕ່ລະປະເທດ, ປະກອບສ່ວນປົກປັກຮັກສາ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານຫວຽດນາມ-ລາວ.
ໃນໄລຍະຕໍ່ໜ້າ, ສອງສະພາແຫ່ງຊາດຈະຕ້ອງສືບຕໍ່ສຸມໃສ່ໃນການປະສານສົມທົບແໜ້ນແຟ້ນ, ແລກປ່ຽນ ບົດຮຽນກ່ຽວກັບວຽກງານນິຕິບັນຍັດ, ຕິດຕາມລະດັບສູງ, ຕັດສິນບັນດາບັນຫາສໍາຄັນຂອງປະເທດ. ໃນນັ້ນ, ສຸມໃສ່ຕິດຕາມ ແລະ ສ້າງເງື່ອນໄຂສະດວກໃຫ້ແກ່ການຜັນຂະຫຍາຍຂໍ້ຕົກລົງຂັ້ນສູງ, ບັນດາສົນທິສັນຍາ, ຂໍ້ຕົກລົງ ການຮ່ວມມືລະຫວ່າງສອງປະເທດ, ພິເສດແມ່ນບັນດາໜ້າທີ່ຈຸດສຸມໃນຍຸດທະສາດການຮ່ວມມືຫວຽດນາມ-ລາວ ໃນໄລຍະ 2021-2030, ສົນທິສັນຍາການຮ່ວມມືຫວຽດນາມ-ລາວ ໄລຍະ 2021-2025. ສືບຕໍ່ຈັດຕັ້ງບັນດາ ກອງປະຊຸມ, ກອງປະຊຸມສໍາມະນາແລກປ່ຽນບົດຮຽນກ່ຽວກັບບັນດາຂົງເຂດການເຄື່ອນໄຫວຂອງສະພາແຫ່ງຊາດ ປະກອບດ້ວຍບັນດາກອງປະຊຸມສະພາແຫ່ງຊາດ, ຄະນະປະຈໍາສະພາແຫ່ງຊາດ, ສະພາຊົນເຜົ່າ, ບັນດາອົງການ ຂອງສະພາແຫ່ງຊາດ, ຄະນະຜູ້ແທນສະພາແຫ່ງຊາດ ແລະ ຜູ້ແທນສະພາແຫ່ງຊາດກ່ຽວກັບບັນດາເນື້ອໃນການຮ່ວມມື ເຊິ່ງສອງຝ່າຍມີຄວາມສົນໃຈຮ່ວມກັນ, ເພື່ອເປັນເສນາທິການໃຫ້ສະພາແຫ່ງຊາດ, ນໍາໃຊ້ເຂົ້າພຶດຕິກໍາຕົວຈິງ ວຽກງານຢ່າງມີປະສິດທິຜົນ. ເພີ່ມທະວີການພົບປະແລກປ່ຽນລະຫວ່າງກຸ່ມຜູ້ແທນລັດຖະສະພາ, ກຸ່ມຜູ້ແທນ ສະພາແຫ່ງຊາດເພດຍິງ, ກຸ່ມຜູ້ແທນສະພາແຫ່ງຊາດໜຸ່ມ, ແລກປ່ຽນຄະນະຜູ້ແທນສະພາປະຊາຊົນຂັ້ນແຂວງ, ນະຄອນ ຂຶ້ນກັບສູນກາງ, ເປັນຕົ້ນແມ່ນບັນດາແຂວງທີ່ີີຊາຍແດນຕິດຈອດກັນ ແລະ ບັນດາແຂວງແຮກສ່ຽວຂອງ ສອງປະເທດ. ບັນຫາໜຶ່ງທີ່ມີລັກສະນະຍຸດທະສາດແມ່ນເພີ່ມທະວີການຮ່ວມມືກໍ່ສ້າງ ແລະ ພັດທະນາແຫຼ່ງຊັບພະ ຍາກອນມະນຸດທີ່ມີຄຸນນະພາບສູງ, ສຸມໃສ່ບໍາລຸງພະນັກງານຄຸ້ມຄອງຂອງສອງສະພາແຫ່ງຊາດ. ນອກຈາກນັ້ນ, ສອງຝ່າຍຈະສືບຕໍ່ປະສານສົມທົບຢ່າງແໜ້ນແຟ້ນ, ສະໜັບສະໜູນເຊິ່ງກັນ ແລະ ກັນ, ແລກປ່ຽນຫຼັກໝັັ້ນໃນບັນດາ ບັນຫາສາກົນ ແລະ ພາກພື້ນໃນບັນດາເວທີລັດຖະສະພາພາກພື້ນ ແລະ ສາກົນເຊັ່ນ IPU, AIPA, APPF, APF…, ຜ່ານນັ້ນ, ຍົກສູງຖານະ, ບົດບາດຂອງແຕ່ລະປະເທດຢູ່ພາກພື້ນ ແລະ ໃນໂລກ. ພິເສດ, ສະພາແຫ່ງຊາດ ສອງປະເທດພວມຕັ້ງໜ້າປະສານສົມທົບຄົ້ນຄວ້າຮຽບຮຽບ ແລະ ຈໍາໜ່າຍປຶ້ມ “50 ປີແຫ່ງສາຍພົວພັຮ່ວມມື ຮອບດ້ານ ແລະ ການພັດທະນາ ລະຫວ່າງ ສະພາແຫ່ງຊາດສາທາລະນະລັດສັງຄົມນິຍົມຫວຽດນາມ ແລະ ສະພາ ແຫ່ງຊາດສາທາລະນະລັດປະຊາທິປະໄຕປະຊາຊົນລາວ ” ເພື່ອໂຄສະນາຢ່າງເລິກເຊິ່ງ ແລະ ກວ້າງຂວາງ, ຍົກສູງຄວາມຮັບຮູ້ຂອງປະຊາຊົນສອງປະເທດ ຕໍ່ສາຍພົວພັນສະໜິດຕິດແທດລະຫວ່າງສອງສະພາແຫ່ງຊາດ, ປະກອບ ສ່ວນຊ່ວຍປະຊາຊົນສອງປະເທດມີຄວາມຮັບຮູ້ຕໍ່ສາຍພົວພັນພິເສດຫວຽດນາມ-ລາວ ຢ່າງເລິກເຊິ່ງ.
ຂ້າພະເຈົ້າເຊື່ອໝັ້ນວ່າການຢ້ຽມຢາມລາວເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ໄອປາ ຄັ້ງທີ 45 ຄັ້ງນີ້ຂອງປະທານສະພາແຫ່ງຊາດ ເຈີ່ນ ແທງ ເໝີ້ນ ຈະປະສົບຜົນສໍາເລັດຢ່າງຈົບງາມ, ປະກອບສ່ວນ ເພີ່ມພຸນຄຸນສ້າງສາຍພົວພັນມິດຕະພາບຍິ່ງໃຫຍ່, ສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ, ສອງສະພາແຫ່ງຊາດ ແລະ ປະຊາຊົນສອງຊາດ, ນໍາເອົາສາຍພົວພັນການຮ່ວມມືຫວຽດນາມ-ລາວສືບ ຕໍ່ກາຍເປັນສາຍພົວພັນເປັນແບບຢ່າງທີ່ຫາຍາກໃນໂລກ.



