ເມື່ອບໍ່ດົນມານີ້, ສະພາແຫ່ງຊາດ ຈັດຝຶກອົບຮົມຍົກສູງຄວາມຮູ້ທາງດ້ານວຽກງານບໍລິ ຫານ ແລະ ພິທີການ ໃຫ້ແກ່ພະນັກງານ LOs/VOs (ຜູ້ປະສານງານ) ເພື່ອກະກຽມຮັບໃຊ້ກອງປະ ຊຸມສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດອາຊຽນ ຫລື ໄອປາ (AIPA) ຄັ້ງທີ 45 ໂດຍການເປັນປະທານຂອງ ທ່ານ ອາຄົມ ປຣະເສີດ ຮອງເລຂາທິການສະພາແຫ່ງຊາດ, ມີບັນດາຄະນະກົມ, ກອງເລຂາຊ່ວຍວຽກ ແລະ ພະນັກງານ LOs/VOs ເຂົ້າຮ່ວມ.
ໂອກາດນີ້, ທ່ານ ອາຄົມ ປຣະເສີດ ໄດ້ເນັ້ນໜັກເຖິງຈຸດປະສົງຂອງກອງປະຊຸມ ເພື່ອຍົກລະດັບຄວາມຮູ້, ຄວາມສາມາດ ແລະ ທັກສະຕ່າງໆ ກ່ຽວກັບການກະກຽມຄວາມພ້ອມໃຫ້ແກ່ພະນັກ ງານຮັບໃຊ້ກອງປະຊຸມ ແລະ ພະນັກງານ LOs/VOs ໃຫ້ມີຄວາມ ຮູ້, ຄວາມເຂົ້າໃຈເປັນຢ່າງດີ ໃນດ້ານວຽກງານການປະສານງານ, ພິທີການ, ແລະ ບົດຮຽນຕ່າງໆ ໃນການຮັບແຂກຕ່າງປະເທດທີ່ມາເຂົ້າຮ່ວມກອງປະຊຸມສາກົນທີ່ ສປປ ລາວ ເປັນເຈົ້າພາບ ແນໃສ່ການກະກຽມຄວາມພ້ອມຮອບດ້ານໃຫ້ແກ່ການຕ້ອນຮັບຄະ ນະຜູ້ແທນລັດຖະສະພາຈາກປະເທດຕ່າງໆ ທີ່ຈະເດີນທາງມາເຂົ້າຮ່ວມກອງປະຊຸມ AIPA ເຊິ່ງຄາດຄະເນວ່າມີຈໍານວນຫລາຍກວ່າ 500 ທ່ານ.
ທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ ໄດ້ຕາງໜ້າຄະນະປະຈໍາສະພາແຫ່ງຊາດ ກໍໄດ້ມີຄຳເຫັນໂອ້ລົມຊີ້ນໍາ ໂດຍເນັ້ນໜັກຕື່ມບາງບັນຫາສຳຄັນ ເປັນຕົ້ນ ເພີ່ມທະວີຄວາມ ຮັບຜິດຊອບຕໍ່ໜ້າທີ່ການເມືອງ, ຕໍ່ວຽກງານທີ່ໄດ້ຮັບມອບ ໝາຍ ແລະ ໃຫ້ສຸມສະຕິປັນຍາຫົວຄິດປະ ດິດສ້າງເຂົ້າໃນວຽກ ງານຕົວຈິງ, ຝຶກທັກສະ ແລະ ບົດຮຽນການເປັນເຈົ້າພາບທີ່ດີ ແລະ ປະຕິບັດທຸກໜ້າທີ່ວຽກງານທີ່ຖືກມອບໝາຍໃຫ້ປະສົບຜົນສໍາເລັດ; ຍົກລະດັບຄວາມຮູ້, ຄວາມສາມາດ ແລະ ທັກສະກ່ຽວກັບການກະກຽມຄວາມພ້ອມຮັບໃຊ້ກອງປະຊຸມຂອງພະນັກ ງານ LOs/VOs ໃຫ້ມີຄວາມຮູ້ທາງດ້ານບໍລິຫານ-ພິທີການ, ເຕັກນິກການປະສານງານ, ການສື່ສານດ້ານພາສາອັງກິດ ແລະ ພາສາປະ ເທດທີ່ເຂົ້າຮ່ວມກອງປະຊຸມ ພ້ອມທັງມີການເຜີຍແຜ່ວັດທະນະທໍາ, ມູນເຊື້ອປະຫວັດສາດ, ສິລະປະ, ສະຖານທີ່ທ່ອງ ທ່ຽວ ແລະ ດ້ານອື່ນໆຂອງປະເທດເຮົາ. ສໍາຄັນແມ່ນການປະ ສານງານລະຫວ່າງກອງເລຂາໄອປາແຫ່ງຊາດ ແລະ ບັນດາພະນັກ ງານ LO, VO ໃຫ້ກົມກຽວ, ທັນການ ເພື່ອສ້າງຄວາມສະດວກທຸກຢ່າງໃຫ້ແກ່ບັນດາຜູ້ແທນກອງປະຊຸມ, ເພື່ອສ້າງຄວາມປະທັບໃຈ ແລະ ຄວາມຊົງຈໍາຂອງແຂກຕໍ່ປະເທດເຮົາ, ຕໍ່ປະຊາຊົນລາວ.
ຊຸດອົບຮົມ, ຜູ້ເຂົ້າຮ່ວມໄດ້ຮັບຟັງການສະເໜີຂໍ້ມູນທົ່ວໄປຂອງກອງປະຊຸມ; ການກະກຽມຕ້ອນຮັບຄະນະຜູ້ແທນ; ການກະກຽມທາງດ້ານວຽກງານພິທີການ, ສະຖານທີ່ ແລະ ພາຫະນະ. ຈາກນັ້ນ, ກໍໄດ້ມີການປະກອບຄຳຄິດເຫັນ, ສົນທະນາຖາມ-ຕອບຢ່າງສ້າງສັນ, ກົງໄປກົງມາ, ແລກປ່ຽນບົດຮຽນ ແລະ ປະສົບການຕົວຈິງທີ່ດີ ເພື່ອຈະໄດ້ນຳໄປໝູນໃຊ້ເຂົ້າໃນການປະຕິບັດຕົວຈິງໃນໄລຍະກອງປະຊຸມ ໃຫ້ໄດ້ຮັບຜົນສຳເລັດຢ່າງຈົບງາມ. ພ້ອມນີ້, ຍັງໄດ້ຝຶກປະຕິບັດຕົວຈິງຢູ່ຫໍປະຊຸມແຫ່ງຊາດຕື່ມອີກ.
ຂ່າວ: ວັນນາລິນ ສຸລິວົງສັກ






