ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເສັ້ນທາງ ສີໄຄ-ສີເກີດເກີດ ປັບປຸງ ແລະ ສ້ອມແປງສໍາເລັດແລ້ວ 65% ຄາດວ່າຈະສໍາເລັດໃນເດືອນມີນາ 2025

Oct 18, 2024

ທ່ານ ດາລາວຽງ ຈັນທະລັງສີ, ຜູ້ຈັດການບໍລິຫານໂຄງການປັບປຸງເສັ້ນທາງສີໄຄ ຫາ ສີເກີດ ໃຫ້ສໍາພາດຕໍ່ນັກຂ່າວວິທະຍຸກະຈາຍສຽງແຫ່ງຊາດລາວ ໃນວັນທີ 16 ຕຸລາ 2024 ວ່າ: ໂຄງການປັບປຸງ ແລະ ສ້ອມແປງເສັ້ນທາງເລກ 13 ເໜືອ ໄລຍະ ທາງແຕ່ ສີໄຄ-ສີເກີດ ມີຄວາມຍາວ 6 ກວ່າກິໂລແມັດ ໄດ້ສຳເລັດແລ້ວ 65%. ປັດຈຸບັນນີ້ ທາງໂຄງການພວມເລັ່ງກໍ່ສ້າງຫ້ອງນໍ້າແຄມທາງເຊິ່ງຍັງເຫລືອປະ ມານ 900 ແມັດ, ຄາດວ່າຈະໃຫ້ສໍາເລັດພາຍໃນທ້າຍເດືອນຕຸລາ 2024 ນີ້, ສ່ວນການເທເບຕົ່ງໜ້າທາງ ແມ່ນສໍາເລັດແລ້ວປະມານ 35%, ຄາດວ່າຈະສໍາເລັດພາຍໃນເດືອນມັງກອນ 2025 ແລະ ໜ້າວຽກອື່ນໆ ເຊີ່ງສາມາດຕີລາຄາໂດຍລວມໄດ້ວ່າ ການຈັດ ຕັ້ງປະຕິບັດໂຄງການນີ້ມາຮອດປັດຈຸບັນສໍາເລັດແລ້ວ 65% ຂອງໜ້າວຽກທັງໝົດ.
ທ່ານໃຫ້ຮູ້ຕື່ມວ່າ: ປັດຈຸບັນ ທາງໂຄງການໄດ້ເລັ່ງມືຢ່າງເຕັມ ທີ່ເພື່ອໃຫ້ໂຄງການນີ້ສໍາເລັດໂດຍໄວ, ແຕ່ຜ່ານການປະຕິບັດວຽກ ງານຕົວຈິງພົບຄວາມຫຍຸ້ງຍາກຫລາຍຢ່າງ ເພາະເປັນເສັ້ນທາງສາຍຫລັກທີ່ມີລົດບັນທຸກໜັກ ແລະ ລົດຊະນະນິດຕ່າງໆ ສັນ ຈອນຢ່າງຫລວງຫລາຍໃນແຕ່ລະວັນ ເຮັດໃຫ້ການສັນຈອນແອອັດ. ສະນັ້ນ ບັນດາລົດບັນທຸກທັງຫລາຍ ຖ້າເປັນໄປໄດ້ຄວນຫລີກຫລ່ຽງໄປໃຊ້ເສັ້ນທາງອື່ນກ່ອນ ເພື່ອຄວາມ ສະດວກກວ່າ. ພ້ອມກັນນີ້ ຮຽກຮ້ອງມາຍັງປະຊາຊົນ ກໍຄື ຜູ້ໃຊ້ລົດສັນຈອນໄປມາຜ່ານເສັ້ນທາງທີ່ມີການປັບປຸງ ເອົາໃຈໃສ່ສັງ ເກດປ້າຍຕ່າງໆ ທີ່ໂຄງການວາງໄວ້ໃນແຕ່ລະຈຸດເພື່ອຄວາມປອດ ໄພ ແລະ ບໍ່ສ້າງຄວາມສັບສົນຫຍຸ້ງ ຍາກໃຫ້ແກ່ທາງໂຄງການໃນການຈັດຕັ້ງປະຕິ ບັດວຽກງານຕົວຈິງ.