ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສອງອົງການນິຕິບັນຍັດ ລາວ-ຣັດເຊຍ ປຶກສາຫາລືເພື່ອເສີມຂະຫຍາຍການຮ່ວມມືໃນຕໍ່ໜ້າ

Oct 18, 2024

ວັນທີ 18 ຕຸລາ 2024, ທີ່ສະພາແຫ່ງຊາດລາວ, ທ່ານ ສຸວອນ ເລືອງບຸນມີ, ຮອງປະທານສະພາແຫ່ງຊາດລາວ, ປະທານຄະນະມິດຕະພາບລັດຖະສະພາລາວ- ຣັດເຊຍ ໄດ້ ພົບປະກັບ ທ່ານ ໂຊລບັນ ກາຣາ-ໂອລ (Sholban Kara-ool) ຮອງປະທານສະພາດູມາ ແຫ່ງ ສະຫະພັນ ຣັດເຊຍ ໃນໂອກາດທີ່ ທ່ານ ໂຊລບັນ ກາຣາ-ໂອລ ແລະ ຄະນະເດີນທາງເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ໄອປາ ຄັ້ງທີ 45 ທີ່ລາວເປັນເຈົ້າພາບໃນວັນທີ 17-23 ຕຸລາ 2024.
ໃນໂອກາດນີ້, ທ່ານ ສຸວອນ ເລືອງບຸນມີ ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະ ພາບ ແລະ ການຮ່ວມມືອັນເປັນ ມູນເຊື້ອທີ່ດີງາມ ແລະ ການເປັນຄູ່ຮ່ວມຍຸດທະ ສາດ ລະຫວ່າງ ສອງປະເທດ ລາວ-ຣັດເຊຍ ໄດ້ສືບຕໍ່ມີບາດກ້າວຂະຫຍາຍຕົວຢ່າງຕໍ່ ເນື່ອງ ນັບມື້ເຂົ້າສູ່ລວງເລິກ ແລະ ເປັນຮູບປະທຳຫຼາຍຂຶ້ນ, ພ້ອມນີ້ ໄດ້ແຈ້ງສະພາບ ການທີ່ພົ້ນເດັ່ນ ໂດຍສະເພາະການພົວພັນຮ່ວມມື ລະຫວ່າງສະພາແຫ່ງຊາດ ລາວ ແລະ ສະພາດູມາຣັດເຊຍ ໄດ້ຮັບການເສີມຂະຫຍາຍຂຶ້ນ ເປັນກ້າວໆ ພາຍຫຼັງສອງປະທານສະພາສອງປະເທດ ໄດ້ພົບປະແບບທາງໄກ ຈາກນັ້ນ ໄດ້ມີການແລກປ່ຽນຢ້ຽມຢາມ ລະຫວ່າງຄະນະມິດຕະ ພາບລັດຖະສະພາລາວ-ຣັດເຊຍ-ລາວ ພົບປະທາງໄກລະຫວ່າງຄະນະສະມາຊິກລັດຖະສະພາໜຸ່ມນຳກັນ ແລກ ປ່ຽນຂໍ້ມູນຂ່າວສານ ສົ່ງສານຊົມເຊີຍ ສານອວຍ ພອນ ເຊິ່ງກັນ ແລະ ກັນ ໃນໂອກາດວັນສຳຄັນຕ່າງໆ ຂອງຊາດ ສະແດງທັດສະນະຕໍ່ບັນຫາຕ່າງໆຮ່ວມກັນ ສະໜັບສະໜູນ ແລະ ຮ່ວມມືກັນໃນເວທີລັດຖະສະພາພາກພື້ນ ແລະ ສາກົນ.
ສຳລັບສອງຄະນະມິດຕະພາບ ລັດຖະສະພາ ລາວ-ຣັດເຊຍ, ຣັດເຊຍ-ລາວ, ທ່ານ ສຸວອນ ເລືອງບຸນມີ ແລະ ທ່ານ ປາແວວ ຕາຣາກາ ນົບ ໃນນາມທີ່ເປັນປະທານມິດ ຕະພາບລັດຖະສະພາ ລາວ – ຣັດເຊຍ, ຣັດເຊຍ-ລາວ ໄດ້ພົບປະກັນ 3 ຄັ້ງ ໃນໄລຍະທີ່ຜ່ານມາ ໄດ້ມີການແລກປ່ຽນບົກຮຽນ ແລະ ປະສານສົມທົບກັນກ່ຽວກັບການຮ່ວມມືສະໜັບສະໜູນ ເຊິ່ງກັນ ແລະ ກັນ ກໍຄືການປະຕິບັດພາລະບົດບາດຂອງສອງອົງການນິຕິບັນຍັດ ແລະ ແລກປ່ຽນທັດສະ ນະຕໍ່ບັນຫາສະພາບການພົ້ນເດັ່ນຂອງພາກພື້ນ ແລະ ສາກົນ ເປັນຕົ້ນແມ່ນ ໃນຂອບຂອງສະມັດຊາລັດຖະສະພາລະ ຫວ່າງອາຊຽນ (AIPA) ຄູ່ຄວາມເຈຍລະຈາລັດຖະສະພາອາຊີ-ເອີຣົບ (ASEP) ເວທີລັດຖະສະພາອາຊີ-ປາຊີຟິກ (APPF) ສະຫະພັນລັດຖະສະພາສາ ກົນ (IPU) ແລະ ເວ ທີປຶກສາຫາລືລັດຖະສະພາອື່ນໆ.
ເພື່ອເສີມຂະຫຍາຍສາຍພົວພັນ ແລະ ການຮ່ວມມື ລະຫວ່າງ ສອງອົງການນິຕິ ບັນຍັດໃນຕໍ່ໜ້າ ທ່ານ ສຸວອນ ເລືອງບຸນມີ ໄດ້ສະເໜີແລກປ່ຽນບາງຄໍາຄິດເຫັນ ດັ່ງນີ້: ສະເໜີໃຫ້ສືບຕໍ່ ແລກປ່ຽນການຢ້ຽມຢາມ ລະຫວ່າງຄະນະຜູ້ແທນຂັ້ນສູງຂັ້ນກໍາມາທິການ ແລະ ຄະນະມິດຕະ ພາບລັດຖະສະພາ ຢ່າງເປັນປົກກະຕິ ທີ່ຕິດພັນກັບການ ແລກປ່ຽນບົດຮຽນ ກ່ຽວກັບການປະຕິບັດພາລະບົດບາດ ຂອງອົງການນິຕິ ບັນຍັດ, ສະເໜີໃຫ້ສອງລັດຖະບານສືບຕໍ່ຈັດຕັ້ງປະຕິບັດບັນດາສັນຍາ ສົນທິສັນຍາ ແລະ ຂໍ້ຕົກລົງ ທີ່ລັດຖະບານຂອງສອງປະເທດ ໄດ້ລົງນາມຮ່ວມກັນໃຫ້ເປັນຮູບປະ ທຳຂື້ນກວ່າເກົ່າ ແລະ ສືບຕໍ່ຊຸກຍູ້ການຈັດຕັ້ງປະຕິບັດບັນ ດາໂຄງການຕ່າງໆ ຂອງຣັດເຊຍ ທີ່ມາລົງທຶນຢູ່ ສປປ ລາວ ໃຫ້ສໍາເລັດຕາມແຜນການ ແລະ ນໍາເອົາຜົນປະ ໂຫຍດມາສູ່ປະຊາຊົນສອງຊາດພວກເຮົາຢ່າງແທ້ຈິງ ແລະ ສະເໜີສືບຕໍ່ຮ່ວມມື ແລະ ສະໜັບສະໜູນ ເຊິ່ງກັນ ແລະ ກັນ ໃນເວທີລັດຖະສະພາພາກພື້ນ ແລະ ສາກົນ.