ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ປະທານສະພາແຫ່ງຊາດຫວຽດນາມ ຕ້ອນຮັບປະທານອົງການກວດສອບແຫ່ງລັດຂອງລາວ

Oct 18, 2024

ວັນທີ 18 ຕຸລາ 2024 ທີ່ນະຄອນຫຼວງວຽງຈັນ ສະຫາຍ ວຽງທະວີສອນ ເທບພະຈັນ ກຳມະການສໍາຮອງສູນກາງພັກ, ປະທານອົງການກວດສອບແຫ່ງລັດ, ສປປ ລາວ ພ້ອມຄະນະ ໄດ້ເຂົ້າຢ້ຽມຂ່ຳນັບ ສະຫາຍ ເຈີນ ແທັງ ເໝີ້ນ ກໍາມະການກົມການເມືອງ ສູນກາງພັກກອມມູນິດຫວຽດນາມ ປະທານສະພາແຫ່ງຊາດ ສສ ຫວຽດນາມ ໃນໂອກາດທີ່ມາຢ້ຽມຢາມ ສປປລ ລາວ ຢ່າງເປັນທາງການໃນລະຫວ່າງວັນທີ 17-18 ຕຸລານີ້ ແລະ ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45 ທີ່ ນະຄອນຫຼວງວຽງຈັນ.
ສະຫາຍ ວຽງທະວີສອນ ເທບພະຈັນ ໄດ້ຖືໂອກາດນີ້ສະແດງຄວາມຂອບອົກຂອບໃຈ ຕໍ່ທ່ານ ປະທານສະພາແຫ່ງຊາດ ສສ ຫວຽດນາມ ທີ່ຍາມໃດກໍເປັນຫ່ວງເປັນໃຍ, ໃກ້ຊິດຕິດແທດ ແລະ ໃຫ້ການຊີ້ນໍາຕໍ່ວຽກງານກວດສອບແຫ່ງລັດສອງປະເທດ ພ້ອມທັງສະແດງຄວາມເຫັນອົກເຫັນໃຈຕໍ່ ພັກ, ລັດຖະບານ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ທີ່ໄດ້ຮັບຜົນກະທົບຈາກ ພາຍຸ ຢາກິ ແລະ ພາຍຸຊູລິກ ທີ່ພັດເຂົ້າບັນດາແຂວງພາກເໜືອ ແລະ ພາກກາງ ຂອງຫວຽດນາມ ໃນເດືອນກັນຍາຜ່ານມາ.
ສະຫາຍ ວຽງທະວີສອນ ເທບພະຈັນ ຍັງໄດ້ລາຍງານຜົນສຳເລັດ ໃນການຈັດຕັ້ງປະຕິບັດວຽກງານ ການຮ່ວມມື ລະຫວ່າງ ອົງການກວດສອບແຫ່ງລັດ ລາວ-ຫວຽດນາມ ໃນໄລຍະຜ່ານມາ ທີ່ມີການຮ່ວມມືຢ່າງສະນິດແໜ້ນ ແລະ ໄດ້ຮັບໝາກຜົນທີ່ດີ ເປັນຕົ້ນ ການພົບປະຢ້ຽມຢາມສອງຝ່າຍ ຢ່າງເປັນປົກກະຕິ, ການຊຸກຍູ້ໃຫ້ມີການຂະຫຍາຍການຮ່ວມມື ລະຫວ່າງ ອົງການກວດສອບປະຈຳພາກ ຂອງ ສປປ ລາວ ແລະ ອົງການກວດສອບປະຈຳເຂດ ສສ ຫວຽດນາມ, ການແລກປ່ຽນບົດຮຽນວິຊາການ ເຊິ່ງກັນ ແລະ ກັນ ຢ່າງເປັນປົກກະຕິ; ໃຫ້ການສະໜັບສະໜູນໂຄງການຫັນເປັນທັນສະໄໝ (E-Office) ແລະ ອື່ນໆ; ຈະສືບຕໍ່ຮ່ວມມືຮອບດ້ານກັບ ອົງການກວດສອບແຫ່ງລັດ ສສ ຫວຽດ ນາມ ໃນຕໍ່ໜ້າ.
ໂອກາດດັ່ງກ່າວສະຫາຍ ເຈີນ ແທັງ ເໝີ້ນ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດ ທີ່ສອງອົງການກວດສອບແຫ່ງລັດ ລາວ-ຫວຽດນາມ ໄດ້ມີການພົວພັນຮ່ວມມືກັນ ຢ່າງສະໜິດແໜ້ນ ບົດພື້ນຖານແນວທາງຂອງພັກ ແລະ ລັດຖະບານສອງປະເທດ, ແລະ ໄດ້ຜັນຂະຫຍາຍ ທິດຊີ້ນຳ ເປັນອັນລະອຽດໃນການຈັດຕັ້ງປະຕິບັດ ບັນດາກິດຈະກຳເຂົ້າໃນການພັດທະນາ ວຽກງານຂອງສອງອົງການກວດສອບແຫ່ງລັດ ຢ່າງມີປະສິດທິພາບ ປະສິດທິຜົນ. ພ້ອມນັ້ນ ສະຫາຍ ຍັງໄດ້ໃຫ້ທິດຊີ້ນຳ ຕໍ່ສອງອົງການກວດສອບແຫ່ງລັດ ໃຫ້ສືບຕໍ່ການພົວພັນຮ່ວມມືຮອບດ້ານ, ລົງເລິກ ແລະ ສືບຕໍ່ສ້າງຄວາມເຂັ້ມແຂງ ທາງດ້ານວຽກງານກວດສອບແຫ່ງລັດ ໃຫ້ນັບມື້ພັດທະນາຂຶ້ນເລື້ອຍໆ.
ໃນຕອນທ້າຍ, ສະຫາຍ ວຽງທະວີສອນ ເທບພະຈັນ ຍັງໄດ້ສະແດງຄວາມຂອບໃຈ ຕໍ່ກັບທິດຊີ້ນຳ ຂອງ ສະຫາຍ ເຈີນ ແທັງ ເໝີ້ນ ແລະ ຈະນຳເອົາທິດຊີ້ນຳໄປຜັນຂະຫຍາຍ ເຂົ້າໃນວຽກງານ ໃຫ້ປະກົດຜົນເປັນຈິງ, ພ້ອມທັງ ໄດ້ອວຍພອນໃຫ້ ສະຫາຍ ປະທານ ສະພາແຫ່ງຊາດ ສສ ຫວຽດນາມ ພ້ອມດ້ວຍຄະນະ ເຂົ້າຮ່ວມກອງປະຊຸມສະມັດຊາລັດຖະສະພາລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45 ແລະ ເຄື່ອນໄຫວຢູ່ ສປປ ລາວ ດ້ວຍຜົນສຳເລັດອັນຈົບງາມ.
(ຂ່າວ-ພາບ:ສຳນານ)