ໃນຕອນເຊົ້າຂອງວັນທີ 17 ຕຸລາ 2024, ທີ່ ກະຊວງການຕ່າງປະເທດ, ທ່ານ ໂພໄຊ ໄຂຄໍາພິທູນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ແລະ ຍື່ນໜັງສືແຕ່ງຕັ້ງຂອງ ທ່ານ ປັດ ປັດທະມະຈິດ, ກົງສຸນໃຫຍ່ ແຫ່ງ ຣາຊະອານາຈັກໄທ ປະຈໍາ ແຂວງສະຫວັນນະເຂດ ຄົນໃໝ່.
ໃນໂອກາດນີ້, ທ່ານ ຮອງລັດຖະມົນຕີກະຊວງການຕ່າງປະ ເທດ ໂພໄຊ ໄຂຄໍາພິທູນ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍຕໍ່ ທ່ານ ປັດ ປັດທະມະຈິດ ທີ່ໄດ້ຮັບແຕ່ງຕັ້ງໃຫ້ດໍາລົງຕໍາແໜ່ງເປັນ ກົງສຸນໃຫຍ່ ແຫ່ງ ຣາຊະອານາຈັກໄທ ປະຈໍາ ແຂວງສະຫວັນນະເຂດ ຄົນໃໝ່, ພ້ອມທັງສະແດງຄວາມເຊື່ອໝັ້ນວ່າ ດ້ວຍປະສົບການດ້ານການທູດ ທ່ານ ກົງສຸນໃຫຍ່ ຈະສືບຕໍ່ເສີມຂະຫຍາຍສາຍພົວພັນຮ່ວມມື ລະຫວ່າງສອງປະເທດ ລາວ-ໄທ ເວົ້າລວມ, ເວົ້າສະເພາະ ບັນດາແຂວງພາກກາງ ແລະ ພາກໃຕ້ ກັບ ບັນດາຈັງຫວັດທີ່ມີຊາຍແດນຕິດຈອດກັນ ໃຫ້ໄດ້ຮັບການພັດທະນາຍິ່ງໆຂຶ້ນ.
ທ່ານ ຮອງລັດຖະມົນຕີກະຊວງການຕ່າງ ປະເທດ ແຫ່ງ ສປປ ລາວ ກໍໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມື, ມູນເຊື້ອຄວາມສາມັກຄີຮັກແພງ ລະຫວ່າງ ປະຊາຊົນສອງປະເທດ ຖານບ້ານໃກ້ເຮືອນຄຽງທີ່ດີທີ່ມີມາແຕ່ດົນນານ ໄດ້ຮັບການເສີມຂະຫຍາຍຍິ່ງໆຂຶ້ນ, ເຊິ່ງໃນປີ 2025 ທີ່ຈະມາເຖິງນີ້, ສປປ ລາວ ແລະ ຣາຊະອານາຈັກໄທ ຈະໄດ້ມີການສະເຫຼີມສະຫຼອງ ຄົບຮອບ 75 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດຮ່ວມກັນ. ພ້ອມນັ້ນ, ທ່ານ ຮອງລັດຖະມົນຕີກະຊວງການຕ່າງປະເທດ ໂພໄຊ ໄຂຄໍາພິທູນ ກໍ່ໄດ້ສະເໜີໃຫ້ ທ່ານ ກົງສຸນໃຫຍ່ ຄົນໃໝ່ ສືບຕໍ່ຊຸກຍູ້ການພົວພັນຮ່ວມມືສອງຝ່າຍໃຫ້ມີໝາກຜົນອັນໃໝ່ ໂດຍສະ ເພາະແມ່ນການຊຸກຍູ້ການຈັດຕັ້ງປະຕິບັດບັນດາຂໍ້ຕົກລົງຂອງການນໍາສອງປະເທດ ທີ່ໄດ້ເຫັນດີເປັນເອກະພາບຮ່ວມກັນ ໃນໄລຍະຜ່ານມາ ໃຫ້ປະກົດຜົນເປັນຈິງໃນອະນາຄົດ.
ໃນຂະນະດຽວກັນ, ທ່ານ ປັດ ປັດທະມະຈິດ, ກົງສຸນໃຫຍ່ ແຫ່ງ ຣາຊະອານາຈັກໄທ ປະຈໍາ ແຂວງສະຫວັດນະເຂດ ກໍ່ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ໄດ້ໃຫ້ຄໍາໝັ້ນສັນຍາວ່າ ຈະສືບຕໍ່ປະກອບສ່ວນຢ່າງເຕັມທີ່ ເພື່ອຊຸກຍູ້ສາຍພົວພັນມິດຕະພາບ ແລະ ການຮ່ວມມືຖານບ້ານໃກ້ເຮືອນຄຽງທີ່ດີ ທີ່ມີມາແຕ່ດົນນານ ກໍ່ຄື ການເປັນຄູ່ຮ່ວມຍຸດທະສາດ ເພື່ອການຈະເລີນເຕີບໂຕ ແລະ ການພັດທະນາແບບຍືນຍົງ ລະຫວ່າງສອງຊາດ ລາວ-ໄທ ໃຫ້ແຕກດອກອອກຜົນຍິ່ງໆຂຶ້ນ.
ທີ່ມາ:ກົມການຂ່າວ, ກະຊວງການຕ່າງປະເທດ




