ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ການຂົນສົ່ງຜູ້ໂດຍສານ ແລະ ສິນຄ້າຜ່ານທາງລົດໄຟ ຈີນ-ລາວໃນ 3 ໄຕມາດຜ່ານມາ ເຕີບໂຕຢ່າງວ່ອງໄວ

Oct 18, 2024

ວັນທີ 17 ຕຸລານີ້, ດ່ານຄຸນມີງແຂວງຢູນນານຂອງຈີນແຈ້ງໃຫ້ຮູ້ວ່າ: ໃນ 3 ໄຕມາດຜ່ານມາ, ລົດໄຟຈີນ-ລາວໄດ້ຂົນສົ່ງຜູ້ໂດຍ ສານເຂົ້າ-ອອກເມືອງຈຳນວນ 177.000 ເທື່ອຄົນ ແລະ ຂົນສົ່ງສິນຄ້າຂາເຂົ້າ-ຂາອອກມູນຄ່າ 13 ຕື້ 800 ລ້ານຢວນ, ຕ່າງໄດ້ເພີ່ມຂຶ້ນ 175,6% ແລະ 50,5% ຕາມລຳດັບ. ຜູ້ໂດຍສານດັ່ງກ່າວແມ່ນມາຈາກ 101 ປະເທດ ແລະ ເຂດແຄວ້ນ, ສ່ວນການຂົນສົ່ງສິນຄ້າຂ້າມປະເທດໄດ້ກວມເອົາ 20 ປະເທດ ເຊັ່ນ: ຈີນ, ລາວ, ໄທ, ສິງກະໂປ ແລະອື່ນໆ.
ທີ່ມາ: CMG
May be an image of the Panama Canal, oil refinery and text