ວັນທີ 18 ຕຸລາ 2024 ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫລວງວຽງຈັນ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ພົບປະກັບ ທ່ານ ເຊຍ ຄຽນ ເປັງ (Seah Kian Peng) ປະທານລັດຖະສະພາ ແຫ່ງ ສາທາລະນະ ລັດ ສິງກະໂປ ໃນໂອກາດເດີນທາງມາຮ່ວມກອງປະຊຸມສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດຊຽນ ຄັ້ງທີ 45 ທີ່ ສປປ ລາວ ເປັນເຈົ້າພາບ.
ໂອກາດດັ່ງກ່າວ ທ່ານ ປະທານສະພາແຫ່ງຊາດ ໄດ້ສະແດງຄວາມພາກພູມໃຈເປັນຢ່າງຍິ່ງ ແລະ ເປັນກຽດຢ່າງສູງທີ່ໄດ້ຕ້ອນຮັບ ແລະ ພົບປະກັບ ທ່ານ ເຊຍ ຄຽນ ເປັງ ປະທານລັດຖະສະພາ ແຫ່ງ ສ. ສິງກະໂປ ແລະ ຄະນະ ພ້ອມທັງຕີລາຄາສູງຕໍ່ການພົວພັນຮ່ວມມື ລະ ຫວ່າງ ສອງປະເທດ ລາວ-ສິງກະໂປ ຕະຫລອດໄລຍະ 5 ທົດສະວັດ ທີ່ຜ່ານມາ ສາຍພົວພັນມິດຕະພາບ ແລະ ການ ຮ່ວມມື ໄດ້ຮັບການພັດທະນາ ແລະ ຂະຫຍາຍຕົວເປັນກ້າວໆ ມີການແລກປ່ຽນການຢ້ຽມຢາມຢ່າງເປັນປົກກະຕິ ລະຫວ່າງການນຳຂັ້ນສູງ ແລະ ຂັ້ນຕ່າງໆ ສອງຝ່າຍ ມີການພົວພັນຮ່ວມມື ທາງດ້ານເສດຖະກິດ, ການຄ້າ, ການລົງທຶນ,ການສຶກສາ, ທ່ອງທ່ຽວ ແລະ ອື່ນໆ.
ນັບແຕ່ປີ 2018-2023 ການຄ້າ ລາວ-ສິງກະໂປ ມີມູນຄ່າ 451,4 ລ້ານໂດລາສະຫະລັດ, ມີນັກທ່ອງທ່ຽວ ສິງກະໂປ ເດີນທາງເຂົ້້າມາໃນ ສປປ ລາວ 5,824 ເທື່ອຄົນ, ໃນປີ 2023 ຈໍານວນນັກສາສຶກລາວ ທີ່ ກໍາລັງສຶກສາຢູ່ສິງກະໂປ ຈໍານວນທັງໝົດ 18 ຄົນ. ມາເຖິງປີ 2023, ມູນຄ່າການລົງທຶນຂອງ ສິງກະໂປ ຢູ່ ສປປ ລາວ ແມ່ນມີ 362 ລ້ານໂດລາສະຫະລັດ ລວມມີ 83 ໂຄງການ ຈັດເປັນອັນດັບທີ 10 ຂອງການລົງທຶນຕ່າງປະເທດ ຢູ່ ສປປ ລາວ ນອກຈາກນີ້ ສິງກະໂປ ຍັງໄດ້ໃຫ້ການຊ່ວຍເຫຼືອແກ່ ສປປ ລາວ ເປັນຕົ້ນ ຈັດຝຶກອົບຮົມສໍາມະນາໃຫ້ແກ່ພະນັກງານ ຝຶກອົບຮົມສີມືແຮງງານ ຊ່ວຍໄພພິບັດເຄື່ອນແຕກ ໂຄວິດ-19 ແລະ ອື່ນໆ.
ສະພາແຫ່ງຊາດລາວ ແລະ ລັດຖະສະພາສິງກະໂປ ໄດ້ມີການພົວພັນຮ່ວມມືທີ່ດີນຳກັນມາໂດຍຕະຫຼອດ, ຊຶ່ງສະແດງອອກ ມີການແລກປ່ຽນຄະນະຜູ້ແທນ ຢ້ຽມຢາມ ເຊິ່ງກັນ ແລະ ກັນ ຢ່າງເປັນປົກກະຕິ ນອກນັ້ນ 2 ຝ່າຍ ກໍ່ໄດ້ມີການແລກປ່ຽນບົດຮຽນ ດ້ານຂໍ້ມູນ-ຂ່າວສານ ການແລກປ່ຽນບົດຮຽນກ່ຽວກັບການ ຈັດຕັ້ງປະຕິບັດບົດບາດດ້ານນິຕິບັນຍັດ ການພັດທະນາເສດຖະກິດ ການລົງທຶນ ການຄຸ້ມຄອງສະພາບແວດລ້ອມ.
ສອງປະທານຂອງອົງການນິຕິບັນຍັດ ໄດ້ສົ່ງສານຊົມເຊີຍ- ສານອວຍພອນ ເຊິ່ງກັນ ແລະ ກັນ ໃນໂອກາດວັນສໍາຄັນຕ່າງໆ ຂອງ 2 ປະເທດ ພ້ອມທັງຮ່ວມມືສະໜັບສະໜູນ ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນເວທີລັດ ຖະສະພາພາກພື້ນ ແລະ ສາກົນ ເປັນຕົ້ນແມ່ນເວທີ AIPA IPU APPF ແລະ ອົງການອື່ນໆ.
ໃນໂອກາດນີ້ ທ່ານ ໄຊສົມພອນ ພົມວິຫານ ໄດ້ສະເໜີທິດທາງການພົວພັນ ແລະ ຮ່ວມມືໃນຕໍ່ໜ້າ ລະຫວ່າງ ສອງອົງການນິຕິບັນຍັດ ເຊັ່ນ: ສະເໜີສືບຕໍ່ແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ຂັ້ນຕ່າງໆ ລະຫວ່າງສະພາແຫ່ງຊາດລາວ ແລະ ລັດຖະສະພາສິງກະໂປ. ສະເໜີແລກປ່ຽນບົດຮຽນ, ຂໍ້ມູນຂ່າວສານ ແລະ ຮ່ວມກັນສຳມະນາ-ຝຶກອົບຮົມ ໃນຫົວຂໍ້ຕ່າງໆ ທີ່ສອງຝ່າຍມີຄວາມສົນໃຈ. ສະເໜີຮ່ວມກັນຊຸກຍູ້ ໃຫ້ລັດຖະບານຂອງ 2 ປະເທດສືບຕໍ່ຈັດຕັ້ງປະຕິບັດ ບັນດາສັນຍາ ສົນທິສັນຍາ ບັນດາໂຄງການຮ່ວມມື ແລະ ໂຄງການລົງທຶນຕ່າງໆ ທີ່ສອງປະເທດໄດ້ລົງນາມຮ່ວມກັນ ໃຫ້ມີປະສິດຕິພາບ ແລະ ປະສິດຕິຜົນດີ ແລະ ສືບຕໍ່ຮ່ວມມື ແລະ ສະໜັບສະໜູນ ເຊິ່ງກັນ ແລະ ກັນ ໃນເວທີລັດຖະສະພາພາກພື້ນ ແລະ ສາກົນ.




