ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເມືອງຂວາ ເປີດປີທ່ອງທ່ຽວລາວ 2024 ຕິດພັນກັບງານບຸນອອກພັນສາ ແລະ ງານບຸນຊ່ວງເຮືອປະເພນີ ປະຈໍາປີ 2024

Oct 19, 2024

ຕອນບ່າຍຂອງວັນ 18 ຕຸລາ 2024, ທີ່ສະຫວັນຄໍາ ເມືອງຂວາ ແຂວງຜົ້ງສາລີ ໄດ້ຈັດພິທີເປີດປີທ່ອງທ່ຽວລາວ 2024 ຕິດພັນກັບງານບຸນອອກພັນສາ ແລະ ງານບຸນຊ່ວງເຮືອປະເພນີ ປະຈໍາປີ 2024 ຂຶ້ນຢ່າງເປັນທາງການ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ທອງສະຫວັນ ທໍາມະວົງ ກໍາມະການປະຈໍາພັກແຂວງ ປະທານແນວລາວສ້າງຊາດແຂວງ.
ໃນພິທີໄດ້ມີການເດີນກອນກໍາລັງ 08 ຊົນເຜົ່າພາຍໃນເມືອງຂວາ ເຊິ່ງແຕ່ລະຊົນເຜົ່າແມ່ນມີການນຸ່ງຖື, ພາສາປາກເວົ້າ, ຮີດຄອງປະເພນີ ແລະ ວິທີການດໍາລົງຊີວິດທີ່ແຕກຕ່າງກັນມາແຕ່ດັ່ງເດີມ. ທ່ານ ສົມນຶກ ໄຊຍະຈິດ ກໍາມະການປະຈໍາພັກເມືອງຮອງເຈົ້້າເມືອງ ຜູ້ຊີ້ນໍາຂົງເຂດວັດທະນະທໍາ-ສັງຄົມ ໄດ້ຂນຜ່ານບົດລາຍງານຄວາມພ້ອມການກະກຽມເປີດປີທ່ອງທ່ຽວລາວ 2024.
ເມືອງຂວາ ເປັນເມືອງແຫ່ງທາງຜ່ານ ເປັນໃຈການແຫ່ງການຄົມມະນາຄົມຂົນສົ່ງ ທາງບົກ, ທາງນໍ້າ, ມີແມ່ນໍ້າອູ, ນໍ້າພາກ, ມີເສັນທາງ 2E, 1B ເຊື່ອມໂຍງກັບບັນດາເມືອງຕ່າງໆ ພາຍໃນແຂວງຜົ້ງສາລີ ເຊື່ອມເຂົ້າຫາ ສປ ຈີນ, ຕິດກັບແຂວງອຸດົມໄຊ, ແຂວງຫລວງພະບາງ ແລະ ແຂວງດຽນບຽນຟູພາກເໜືອຂອງຫວຽດນາມ, ມີສະຖານທີ່ທ່ອງທ່ຽວທີ່ເປັນເອກະລັກສະເພາະ ຂອງເມືອງເຊັນ: ທ່ອງທ່ຽວວັດທະນະທຳ ເຂົ້າຊົມ ແລະ ບູຊາພະເຈົ້າສັມລິດອົງສັກສິດທີ່ວັດສີຄຸນເມືອງ, ທ່ອງທ່ຽວທຳມະ ຊາດ-ວັດທະນະທຳ ຊົມວິທີຊີວິດຂອງເຜົ່າອາຄາ, ເຜົ່າກຶມມຸ, ເຜົ່າໄຕຢັ້ງ ມີລາຍການທ່ອງທ່ຽວທຳມະຊາດ, ວັດທະນະທຳ ແລະ ຊົມວິຖີຊີວິດໝູ່ບ້ານຊົນເຜົ່າ 8 ລາຍການ, ມີແຫຼ່ງທ່ອງທ່ຽວ 2 ແຫ່ງຄື: ການທ່ອງທ່ຽວ ບໍລິການລ່ອງເຮືອແພຊົມທຳມະຊາດໜ້າເຂື່ອນໄຟຟ້ານໍ້າ 3 ມີ 3 ຫົວໜ່ວຍບໍລິການ ແລະ ການທ່ອງທ່ຽວລ່ອງເຮືອແມ່ນໍ້າພາກຊົມທິວທັດທຳມະຊາດ-ວິຖີຊີວິດ ແຕ່ປາກນໍ້ານ້ອຍເຖີງ ເທດສະບານເມືອງຂວາມີ 1 ລາຍການ.
ທ່ານ ພອນທະວີ ໄຊມົນຕີ ເຈົ້້າເມືອງໆຂວາ ໄດ້ກ່າວເປີດພິທີວ່າ: ໂດຍປະຕິບັດຕາມແນວທາງປ່ຽນແປງໃໝ່ຂອງພັກ ເເລະ ລັດຖະບານ ແມ່ນຖືເອົາການທ່ອງທ່ຽວເປັນຂະເເໜງການເສດຖະກິດໜຶ່ງ ແລະ ເປັນກໍາລັງເເຮງຂັບເຄື່ອນໃນການພັດທະນາເສດຖະກິດ-ສັງຄົມເເຫ່ງຊາດ, ຊຸກຍູ້ສົ່ງເສີມໃຫ້ມີການທ່ອງທ່ຽວພາຍໃນ, ຊົມໃຊ້ຜະລິດຕະພັນພາຍໃນເຮັດໃຫ້ມີການສະສົມເງິນຕາພາຍໃນປະເທດຂອງພວກເຮົາ, ຄຽງຄູ່ກັນນັ້ນ ກໍ່ເປັນການສ້າງໃຫ້ມີວຽກເຮັດງານທຳໃຫ້ແກ່ປະຊາຊົນໃນການບໍລິການ ແລະ ການທ່ອງທ່ຽວແຕ່ຕົວເມືອງຈົນໄປສູ່ເຂດຊົນນະບົດຫ່າງໄກສອກຫຼີກ ເປັນຕົ້ນແມ່ນການບໍລິການທ່ອງຊົມທໍາມະຊາດ,ປະຫວັດສາດ ແລະ ຊົມວິທີຊີວິດຂອງປະຊາຊົນບັນດາເຜົ່າ ຖືເອົາການສົ່ງເສີມແລະພັດທະນາການທ່ອງທ່ຽວພາຍໃນໃຫ້ມີການຂະຫຍາຍຕົວຂຶ້ນໄປເລື້ອຍໆ ສົມກັບຄໍາຂວັນທີ່ວ່າ: “ ທ່ອງທ່ຽວລາວ ປອດໄພ, ຊື່ນໃຈໃນວັດທະນະທຳ, ທຳມະຊາດ ແລະ ປະຫວັດສາດ”ເມືອງຂວາຂອງພວກເຮົາປະກອບມີຫຼາຍຊົນເຜົ່າທີ່ມີວັດທະນະທໍາ,ຮີດຄອງປະເພນີທີ່ແຕກຕ່າງ ແລະ ທຸກໆປີ ແຕ່ລະເຜົ່າກໍ່ໄດ້ມີການສະເຫຼີມສະຫຼອງບຸນຂອງເຜົ່າຕົນເອງຂຶ້ນຢ່າງເປັນຂະບວນການແລະເບີກບານມ່ວນຊືນ ທັງນີ້ກໍ່ເພື່ອເປັນການອະນຸລັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອວັດທະນະທໍາແລະຮີດຄອງປະເພນີຂອງບັນດາເຜົ່າໃຫ້ຄົນຮຸ່ນລູກຮູ່ນຫຼານໄດ້ຮຽນຮູ້ກັນຕໍ່ໆໄປ ບຸນປະເພນີຊວງເຮືອກໍ່ເປັນງານບຸນໜຶ່ງທີ່ຊາວເມືອງຂວາພວກເຮົາໄດ້ພ້ອມກັນປະຕິບັນມາເປັນເວລາດົນນານ ສະນັ້ນທາງອົງການປົກຄອງເມືອງຂວາພວກເຮົາຈື່ງໄດ້ຕົກລົງການເປີດປີທ່ອງທ່ຽວລາວ 2024 ຕິດພັນກັບບຸນອອກພັນສາປະວໍລະນາ ແລະ ງານຊ່ວງເຮືອປະເພນີ ກໍ່ເພື່ອເປັນ ການສົ່ງເສີມການທ່ອງທ່ຽວແລະເປັນການອະນຸລັກວັດທະນະທໍາ, ຮີດຄອງປະເພນີອັນດີງາມ, ເປັນການເຜີຍເເຜ່ປະຫວັດສາດອັນຍາວນານຂອງຊາວເມືອງຂວາ ໃຫ້ແຂກຕ່າງດ້າວ ທ້າວຕ່າງແດນໄດ້ຮັບຮູ້ ເພື່ອດືງດຸດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະ ເທດເຂົ້າມາທ່ອງທ່ຽວຢູ່ເມືອງພວກເຮົາໃຫ້ນັບມື້ນັບຫຼາຍຂື້ນ.
ໃນໂອກາດທີ່ມີຄວາມໝາຍຄວາມສຳຄັນດັ່ງກ່າວນີ້ ທ່ານ ທອງສະຫວັນ ທໍາມະວົງ ພ້ອມດ້ວຍບັນດາແຂກ ກໍ່ໄດ້ຮ່ວມກັນລັ່ນຄ້ອງ 9 ບາດ ແລະ ຕັດ ແຖບຜ້າ ເປີດປີທ່ອງທ່ຽວລາວ 2024 ຢ່າງເປັນທາງການ. ພ້ອມທັງມອບໃບຍ້ອງຍໍຂອງທ່ານເຈົ້າແຂວງ ແລະ ທ່ານເຈົ້້າໃຫ້ແກ່ຜູ້ທີ່ມີຜົນງານດີເດັ່ນໃນການປະກອບສ່ວນວັດຖຸປັດໃຈເຂົ້າໃນການເປີດປີທ່ອງທ່ຽວລາວ ປະຈໍາປີ 2024 ທີ່ເມືອງຂວາຢ່າງສົມກຽດ. ໃນໂອກາດນິ້, ໃນພິທີຍັງໄດ້ຮັບຊົມການສະແດງສິນລະປະວັນນະຄີຈາກນ້ອງນັກຮຽນ ມສ ນາຕູ່ນ, ມສ ລາດຊາດ, ຮັບຊົມວັນນະດີພື້ນເມືອງຈາກບ້ານຫາດອາຍ ແລະ ຮັບຊົມງານສະແດງ ແລະ ການປະກວດອາພອນເພດບັນດາເຜົ່າເມືອງຂວາ ເຊິ່ງມັນໄດ້ສ່ອງແສງເຖີງການອະນຸລັກຮັກສາວັດທະນະທໍາ ຮີດຄອງປະເພນີອັນດີງາມຂອງແຕ່ລະເຜົ່າພາຍໃນບັນດາ 9 ເຜົ່າທີ່ມີຢູ່ໃນເມືອງຂວາຂອງພວກເຮົາເພື່ອໃຫ້ຢື່ນຍົງຄູ່ກັບຄົນລາວ ເວົ້າລວມ, ເວົ້າສະເພາະກໍ່ຄືຊາວເມືອງຂວາຂອງພວກເຮົາຕະຫຼອດໄປ.
ຂ່າວ: ສອນໄຊ ແສງມະນີ