ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ອົງການນິຕິບັນຍັດ ລາວ-ບາເຣນ ພົບປະແລກປ່ຽນສອງຝ່າຍ

Oct 19, 2024

ທ່ານ ສຸວອນ ເລືອງບຸນມີ ຮອງປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ພົບປະກັບທ່ານ ອາມັດ ອັບດຸນວາຮິດ ກາຣາຕະ (Ahmed Abdulwahid Qarata) ຮອງປະທານສະພາຜູ້ແທນຣາຊະດອນ ແຫ່ງ ຣາຊະອານາຈັກບາເຣນ ໃນໂອກາດທີ່ເດີນທາງມາເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ລັດຖະສະພາ ລະຫວ່າງຊາດອາຊຽນ ຄັ້ງທີ 45 (AIPA-45) ຢູ່ ສປປ ລາວ.
ໃນກາດນີ້ ທ່ານ ພົທ ສຸວອນ ເລືອງບຸນມີ ໄດ້ສະແດງຄວາມຂອບໃຈເປັນຢ່າງສູງ ຕໍ່ຄວາມເວົ້າອັນຈົບງາມຂອງທ່ານທີ່ມີຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງສອງປະເທດ ລາວ-ບາເຣນ ກໍຄື ລະຫວ່າງສອງອົງການນິຕິບັນຍັດຂອງພວກເຮົາ ພ້ອມທັງໄດ້ແຈ້ງສະພາບການທີ່ພົ້ນເດັ່ນ ຂອງປະເທດ ແລະ ສະພາຜູ້ແທນຣາຊະດອນ ແຫ່ງ ຣາຊະອານາຈັກບາເຣນ ໃຫ້ພວກຂ້າພະເຈົ້າໄດ້ຮັບຊາບ.
ພ້ອມນັ້ນກໍສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ການພັດທະນາເສດຖະກິດ-ສັງຄົມ ຂອງຣາຊະອານາຈັກບາເຣນ ເຊິ່ງເປັນປະເທດທີ່ມີທ່າແຮງຈາກນໍ້າມັນ ແລະ ແກັດທໍາມະຊາດ ພ້ອມນີ້ ລັດຖະບານຍັງສົ່ງເສີມການພັດທະນາເສດຖະກິດ ທີ່ມີຄວາມຫຼາກຫຼາຍ ເພື່ອຫຼຸດການເພິ່ງພານໍ້າມັນ ຍັງເປັນປະເທດທີ່ສວຍງາມເໝາະສົມສໍາລັບການທ່ອງທ່ຽວແຫ່ງໜຶ່ງໃນຕາເວັນອອກກາງ.
ສະພາແຫ່ງຊາດ ແຫ່ງ ສປປ ລາວ ແລະ ສະພາຜູ້ແທນຣາຊະດອນ ແຫ່ງ ຣາຊະອານາຈັກບາເຣນ ໄດ້ມີການພົວພັນຮ່ວມມືທີ່ດີນໍາກັນຢ່າງເປັນປົກກະຕິ ໄດ້ມີພົບປະກັນໃນໂອກາດເຂົ້າຮ່ວມກອງປະຊຸມສາກົນ ມີການແລກປ່ຽນສານຊົມເຊີຍ ສານອວຍພອນໃນໂອກາດວັນສຳຄັນຕ່າງໆ ຂອງສອງປະເທດສອງຝ່າຍ ຮ່ວມມືນໍາກັນໃນເວທີລັດຖະສະພາພາກພື້ນ ແລະ ສາກົນ ເປັນຕົ້ນແມ່ນເວທີ AIPA, ASEP, IPU ແລະ ອົງການອື່ນໆ ໃນໄລຍະຜ່ານມາ ສອງອົງການນິຕິບັນຍັດຍັງບໍ່ທັນມີການແລກປ່ຽນຄະນະຜູ້ແທນນໍາກັນເທື່ອ.
ນອກນັ້ນທ່ານຍັງໄດ້ສະເໜີບາງຄໍາຄິດຄໍາເຫັນ ເພື່ອຮ່ວມມືໃນຕໍ່ໜ້າ ດັ່ງນີ້:
1) ສະເໜີສອງສະພາແຫ່ງຊາດ ພວກເຮົາ ຊຸກຍູ້ໃຫ້ມີການແລກປ່ຽນການຢ້ຽມຢາມ ຂອງຄະນະຜູ້ແທນຂັ້ນສູງ ກຳມາທິການ ຄະນະເລຂາທິການ ແລະ ຄະນະມິດຕະພາບລັດຖະສະພາ ຂອງສອງປະເທດ ຢ່າງເປັນປົກກະຕິນໍາກັນ.
2) ສະເໜີໃຫ້ຊຸກຍູ້ ແລະ ສົ່ງເສີມໃຫ້ລັດຖະບານ ຂອງສອງປະເທດ ຈົ່ງເອົາໃຈໃສ່ໃນການຈັດຕັ້ງປະຕິບັດການຕົກລົງເຫັນດີນໍາກັນໃຫ້ມີປະສິດທິຜົນດີ.
3) ສືບຕໍ່ຮ່ວມມື ຊ່ວຍເຫຼືອ ແລະ ສະໜັບສະໜູນ ເຊິ່ງກັນ ແລະ ກັນ ໃນເວທີລັດຖະສະພາພາກພື້ນ ແລະ ສາກົນ.
ການພົບປະຂອງສອງອົງການຕິນິບັນຍັດ ຈັດຂຶ້ນໃນວັນທີ 19 ຕຸລາ 2024 ທີ່ຫໍປະຊຸມແຫ່ງຊາດ.