ທ່ານ ຄໍາໃບ ດໍາລັດ ຮອງປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ພົບປະກັບ ທ່ານ Hakob Arshakyan ຮອງປະທານສະພາແຫ່ງຊາດ ແຫ່ງ ສາທາລະນະລັດອາເມນີ ໃນໂອກາດທີ່ເດີນທາງມາເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ ລັດຖະສະພາລະຫວ່າງຊາດອາຊຽນ ຄັ້ງທີ 45 (AIPA-45) ຢູ່ ສປປ ລາວ ພິທີພົບປະຂອງຄະນະຜູ້ແທນດັ່ງກ່າວມີຂຶ້ນໃນວັນທີ 19 ກັນຍາ 2024 ທີ່ຫໍປະຊຸມແຫ່ງຊາດ.
ທ່ານ ຄໍາໃບ ດໍາລັດ ໄດ້ມີຄໍາເຫັນ ໂດຍທ່ານສະແດງຄວາມຂອບໃຈເປັນຢ່າງສູງ ແລະ ມີຄວາມປິຕິຊົມຊື່ນ ທີ່ເຫັນວ່າ ການພົວພັນຮ່ວມມື ລະຫວ່າງ ສປປ ລາວ ແລະ ອາເມນີ ນັບແຕ່ໄດ້ສ້າງຕັ້ງສາຍພົວພັນການທູດນໍາກັນໃນວັນທີ 21 ເມສາ 1998 ເປັນຕົ້ນມາ, ຊຶ່ງໄດ້ຮັບການເສີມຂະຫຍາຍຢ່າງຕໍ່ເນື່ອງ ແລະ ພັດທະນາດີຂຶ້ນ ເຖິງວ່າການແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ຂັ້ນຕ່າງໆ ຍັງບໍ່ທັນຫຼາຍ ແຕ່ພວກເຮົາ ກໍ່ຍັງພົບພໍ້ກັນ ໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະສະພາພາກພື້ນ ແລະ ສາກົນ ການຮ່ວມມືດ້ານເສດຖະກິດ ການຄ້າ ແລະ ການລົງທຶນ ລະຫວ່າງ 2 ປະເທດ ກໍຍັງບໍ່ທັນໄດ້ມີຫຍັງເທື່ອ, ຂ້າພະເຈົ້າ ຫວັງວ່າ ໃນອະນາຄົດ ຈະມີການພົວພັນຮ່ວມມືນໍາກັນຫຼາຍຂຶ້ນ.
ໃນໂອກາດກ່າວທ່ານໄດ້ມີຄຳເຫັນດ່ຽວກັບ ສະພາແຫ່ງຊາດລາວ ແລະ ສະພາແຫ່ງ ຊາດອາເມນີ ເຖິງວ່າຍັງບໍ່ມີການພົວພັນກັນຫຼາຍ ແຕ່ສອງຝ່າຍ ກໍ່ໄດ້ມີໂອກາດພົບ ປະເຊິ່ງກັນ ແລະ ກັນ ໃນເວທີລັດຖະສະພາພາກພື້ນ ແລະ ສາກົນ ມີການແລກປ່ຽນສານຊົມເຊີຍ ສານອວຍພອນ ໃນໂອກາດວັນສຳຄັນຕ່າງໆ ຂອງ 2 ປະເທດ ໃນໄລຍະຜ່ານມາ ສອງອົງການນິຕິບັນຍັດ ຍັງບໍ່ທັນມີການແລກປ່ຽນຄະນະຜູ້ແທນນໍາກັນເທື່ອ.
ເພື່ອເປັນການສືບຕໍ່ການຮ່ວມມືລິຫວ່າງສອງອົງການນິຕິບັນຍັດ ທ່ານໄດ້ ສະເໜີບາງຄໍາຄິດຄໍາເຫັນ ເພື່ອຮ່ວມມື ໃນຕໍ່ໜ້າ ດັ່ງນີ້:
1) ສະເໜີ ສອງສະພາແຫ່ງຊາດ ຊຸກຍູ້ ໃຫ້ມີການແລກປ່ຽນການຢ້ຽມຢາມຂອງຄະນະຜູ້ແທນຂັ້ນສູງ ຂັ້ນກຳມາທິການ ແລະ ຄະນະມິດຕະພາບລັດຖະສະພາຂອງສອງປະເທດ ໃຫ້ເປັນປົກກະຕິນໍາກັນ.
2) ສະເໜີ ຊຸກຍູ້ ແລະ ສົ່ງເສີມໃຫ້ລັດຖະບານຂອງສອງປະເທດ ເອົາໃຈໃສ່ໃນການຈັດຕັ້ງປະຕິບັດການຕົກລົງເຫັນດີນໍາກັນ ໃຫ້ມີປະສິດທິຜົນດີຂຶ້ນກວ່າເກົ່າ.
3) ສືບຕໍ່ ຮ່ວມມື ຊ່ວຍເຫຼືອ ແລະ ສະໜັບສະໜູນ ເຊິ່ງກັນ ແລະ ກັນ ໃນເວທີລັດຖະສະພາພາກພື້ນ ແລະ ສາກົນ.




