ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ລາວ-ຫວຽດນາມ ຫາລືວຽກງານສະມາຊິກສະພາແຫ່ງຊາດ

Oct 19, 2024

ວັນທີ 19 ຕຸລາ 2024, ທີ່ນະຄອນຫຼວງວຽງຈັນ. ທ່ານ ສຸບັນ ສະວະບຸດ ປະທານກຳມາທິການວຽກງານສະມາຊິກສະພາແຫ່ງຊາດລາວ ໄດ້ພົບປະກັບ ທ່ານ ນາງ ຫງວຽນ ແທັງຮ່າຍ ຫົວໜ້າຄະນະກຳມະການວຽກງານ ສະມາຊິກສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ
ໃນໂອກາດນີ້, ທ່ານ ສຸບັນ ສະວະບຸດ ໄດ້ສະແດງຄວາມຍິນດີ ແລະ ຊົມເຊີຍຕໍ່ ທ່ານ ນາງ ຫງວຽນ ແທັງ ຮ່າຍ ທີ່ໄດ້ຮັບການເລືອກຕັ້ງເປັນກຳມະການຄະນະປະຈຳສະພາແຫ່ງຊາດ, ທັງເປັນຫົວໜ້າຄະນະກຳມະການວຽກງານສະມາຊິກສະພາແຫ່ງຊາດ ສສ ຫວຽດນາມ .
ພ້ອມນີ້ ທ່ານໄດ້ລາຍງານກ່ຽວກັບວຽກງານ ສສຊ ຕາມພາລະບົດບາດ ມີຢູ່ 4 ວຽກໃຫຍ່: ການຄຸ້ມຄອງ ສສຊ (ໃນນີ້ກໍເວົ້າເຖິງ ນະໂຍບາຍຕ່າງໆ, ການບັນຈຸຊັບຊ້ອນ ສສຊ ສັງກັດກຳມາທິການ, ການແຕ່ງຕັ້ງ ຍົກຍ້າຍ) ການພັດທະນາ: ປະສານສົມທົບກັບພາກສ່ວນຕ່າງໆ ໃນການສ້າງຄວາມເຂັ້ມແຂງ ໃຫ້ ສສຊ ແລະ ສສຂ, ການຄົ້ນຄວ້າດ້ານໂຄງປະກອບຂອງ ສພຊ ແລະ ສພຂ ການກະກຽມວຽກງານເລືອກຕັ້ງ, ກ່ອນການແຕ່ງຕັ້ງຄະນະກຳມະການເລືອກຕັ້ງລະດັບຊາດ ຕ້ອງກຽມເອກະສານ, ເງື່ອນໄຂອໍານວຍຄວາມສະດວກ, ການສ້າງ-ປັບປຸງ ນິຕິກຳ ເປັນຕົ້ນລະບຽບການດໍາເນີນກອງປະຊຸມ, ການເຄື່ອນໄຫວຂອງ ຄະນະ ສສຊ ແລະ ອື່ນໆ.
ໄລຍະຜ່ານການເຄື່ອນໄຫວກໍມີທັງປະຕິບັດ ແລະ ຖອດຖອນບົດຮຽນໄປນໍາ, ຫຼາຍບັນຫາກໍຍັງພົບຄວາມຫຍຸ້ງຍາກ, ສໍາລັບທິດທາງຕໍ່ໜ້ານີ້ ພັກໄດ້ກຳນົດແນວທາງໃຫ້ປັບປຸງບູລະນະອໍານາດການປົກຄອງທ້ອງຖິ່ນ ຊຶ່ງຈະໃຫ້ມີການສ້າງຕັ້ງຕາແສງ, ກຳນົດເອົາເລຂາພັກແຂວງ ເປັນປະທານສະພາປະຊາຊົນຂັ້ນແຂວງ, ເລຂາພັກເມືອງ ເປັນຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ ປະຈໍາເມືອງ (ປັດຈຸບັນ ລາວຍັງບໍ່ທັນມີສະພາປະຊາຊົນເມືອງ) ແລະ ໃນປີ 2025 ນີ້ຕ້ອງກະກຽມດ້ານຕ່າງໆ ໃຫ້ແກ່ການເລືອກຕັ້ງ ສສຊ ແລະ ສສຂ ຊຶ່ງຈະຈັດຂຶ້ນໃນຕົ້ນປີ 2026.