ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ທ່ານ ປະທານປະເທດ ແຫ່ງ ສປປ ລາວ ຕີລາຄາສູງຕໍ່ບົດບາດຂອງໄອປາ

Oct 19, 2024

ໃນໂອກາດກ່າວບົດປາໄສຕໍ່ພິທີໄຂກອງປະຊຸມສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດ ອາຊຽນ (AIPA) ຄັ້ງທີ 45, ທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ບົດບາດຂອງ AIPA ໃນຖາ ນະທີ່ເປັນ ອົງການນິຕິບັນຍັດ ທັງເປັນຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງບັນດາປະເທດສະມາຊິກອາຊຽນ ໃນການຊຸກຍູ້ສົ່ງເສີມການຮ່ວມມືພາຍໃນອາຊຽນ ແລະ ອາຊຽນ ກັບພາຍນອກ, ໂດຍສະເພາະ ການສ້າງກົດໝາຍ, ການສະໜອງຂໍ້ມູນດ້ານນິຕິກຳ, ການໃຫ້ສັດຕະຍາບັນແກ່ສົນທິສັນຍາ ແລະ ຊຸກຍູ້ການຈັດຕັ້ງປະຕິບັດແຜນດໍາເນີນງານຕ່າງໆໃນຂອບການຮ່ວມມືອາຊຽນຢ່າງຕັ້ງໜ້າ, ອັນໄດ້ປະກອບສ່ວນເຂົ້າໃນຂະບວນການສ້າງປະຊາຄົມອາຊຽນ ໃຫ້ນັບມື້ນັບມີຄວາມເຂັ້ມແຂງ, ມີຄວາມສາມັກຄີ ແລະ ເປີດກວ້າງ, ຮັດແຄບຄວາມແຕກໂຕນທາງດ້ານການພັດທະນາ ແລະ ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນອາຊຽນ ໃຫ້ດີຂຶ້ນເປັນກ້າວໆ.
ພ້ອມນີ້ ທ່ານສະແດງຄວາມພາກພູມໃຈເປັນຢ່າງຍິ່ງ ທີ່ເຫັນວ່າອາຊຽນ ພວກເຮົາ ເຖິງວ່າມີຄວາມຫຼາກຫຼາຍທາງດ້ານວັດທະນະທໍາ, ຮີດຄອງປະເພນີ, ພາສາປາກເວົ້າ ແລະ ຄວາມເຊື່ອຖື ເເຕ່ພາຍໃຕ້ກົດບັດອາຊຽນ ກໍ່ຄືບັນດາຫຼັກການທີ່ເປັນພື້ນຖານທີ່ພວກເຮົາຍຶດຖືຮ່ວມກັນນັ້ນ, ພວກເຮົາ ສາມາດຫັນເອົາຄວາມຫຼາກຫຼາຍກາຍເປັນກຳລັງແຮງ ເພື່ອບັນລຸເປົ້າໝາຍລວມຂອງອາຊຽນ ໃນການສ້າງພາກພື້ນຂອງພວກເຮົາໃຫ້ກາຍເປັນພາກພື້ນ ທີ່ມີສັນຕິພາບ, ສະຖຽນລະພາບ ແລະ ມີການພັດທະນາ. ໃນອະນາຄົດອັນໃກ້ນີ້, ອາຊຽນ ຈະກວມເອົາທຸກປະເທດ ໃນອາຊີຕາ ເວັນອອກສຽງໃຕ້ ພາຍຫຼັງ ຕີມໍແລັດສະເຕ ເຂົ້າເປັນສະມາຊິກສົມບູນຂອງອາຊຽນ, ເຊິ່ງຍິ່ງຈະເພີ່ມທ່າແຮງ ແລະ ຄວາມເຂັ້ມເເຂງໃຫ້ແກ່ ປະຊາຄົມ ອາຊຽນ ຂອງພວກເຮົາ.
ນອກຈາກນີ້, ທ່ານໄດ້ຍົກໃຫ້ເຫັນວ່າ: ຕະຫລອດໄລຍະການເປັນສະມາຊິກຄອບຄົວອາຊຽນໃນໄລຍະ 27 ປີຜ່ານມາ, ສປປ ລາວ ໄດ້ຖືສຳຄັນວຽກງານອາຊຽນ ແລະ ຖືເປັນບຸລິມະສິດໜຶ່ງໃນນະໂຍບາຍການຕ່າງປະເທດຂອງຕົນ, ໂດຍທຸກຂະແຫນງການຂອງ ສປປ ລາວ ໄດ້ເຂົ້າຮ່ວມຂະບວນການລວມຂອງອາຊຽນ ຢ່າງເຕັມສ່ວນ ແລະ ດ້ວຍຄວາມຮັບຜິດຊອບສູງ. ສປປ ລາວ ໄດ້ສຳເລັດການເຮັດຫນ້າທີ່ປະທານໝູນວຽນອາຊຽນ 3 ຄັ້ງ ອັນໄດ້ປະກອບສ່ວນສຳຄັນເຂົ້າໃນຂະບວນການສ້າງປະຊາຄົມອາຊຽນ ກໍ່ຄື ພາລະກິດ ລວມ ແຫ່ງການປົກປັກຮັກສາ ແລະ ສົ່ງເສີມສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືເພື່ອການພັດທະນາ ເພື່ອຄວາມຈະເລີນຮຸ່ງເຮືອງໃນພາກພື້ນອາຊີຕາເວັນອອກສຽງໃຕ້ຂອງພວກເຮົາ.
May be an image of 1 person, dais, newsroom and text