ວັນທີ 18 ຕຸລາ 2024,ທີ່ນະຄອນຫຼວງວຽງຈັນ ໄດ້ມີພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ສາມຝ່າຍ ກ່ຽວກັບການຮ່ວມມື ແລະ ຊ່ວຍເຫຼືອລ້າ ໂຄງການສຸຂະພາບດີຈີຕອນ ລາວ-ຈີນ. ພາຍໃຕ້ການເຂົ້າຮ່ວມເປັນປະທານຂອງ ດຣ. ສະໜອງ ທອງຊະນະ, ຮອງລັດຖະມົນຕີກະຊວງສາທາລະນະສຸກ.
ການລົງນາມຄັ້ງນີ້ທັງສາມຝ່າຍໄດ້ກຳນົດດ້ານຫຼັກການ ກ່ຽວກັບການຮ່ວມມື ແລະ ການຊ່ວຍເຫຼືອລ້າ ໂຄງການສຸຂະພາບດີຈີຕອນ ລາວ-ຈີນ; ຕາງໜ້າກະຊວງສາທາລະນະສຸກ ສປປລາວ ແມ່ນ ທ່ານ ປອ. ດຣ.ບຸນເລື່ອນ ດວງເດືອນ ຫົວໜ້າສະຖາບັນການແພດ ແລະ ການຢາພື້ນເມືອງ ແລະ ທ່ານ ປອ. ດຣ. ນ. ຄຳແພງ ຟອງລືຊາ ຫົວໜ້າສະຖາບັນ ສາທາລະນະສຸກສາດ ແລະ ພະຍາດເຂດຮ້ອນ ແລະ ຝ່າຍ ສປຈີນ ແມ່ນ ທ່ານ ດຣ. ຈ້າງ ຊິວຫຼິ ປະທານ ບໍລິສັດຄຸ້ມຄອງສຸຂະພາບຕາມເງື່ອນໄຂ 24 ລາສີ ແສງຕາເວັນຈໍາກັດ ແຂວງຍູນນາ ສປ ຈີນ.
ການເຊັນບົດບັນທຶກຄັ້ງນີ້ ບໍລິສັດ ຄຸ້ມຄອງສຸຂະພາບຕາມເງື່ອນໄຂ 24 ລາສີ ແສງຕາເວັນ ສປ ຈີນ ຈະໃຫ້ການສະໜັບສະໜູນທາງດ້ານການເງິນພາຍໃຕ້ບົດບັນທຶກຄວາມເຂົ້າໃຈສະບັບນີ້ 19,000,000 ໂດລາສະຫະລັດ ລວມທັງການໃຊ້ຈ່າຍຄ່າດໍາເນີນງານຂອງສະຖາບັນ ທັງຈະກວມເອົາການເຄື່ອນໄຫວຂອງສູນຮັກສາສຸຂະພາບຕ່າງໆ ລວມທັງການອົບຮົມ ເຈົ້າໜ້າທີ່ສາທາລະນະສຸກ ຕະລອດເຖິງການດໍາເນີນການຄົ້ນຄວ້າວິທະຍາສາດສາທາລະນະສຸກ ແລະ ການອົບຮົມທີ່ກ່ຽວຂ້ອງຢູ່ ສປປ ລາວ ຊຶ່ງຈະດໍາເນີນຢູ່ ສະຖາບັນສາທາລະນະສຸກສາດ ແລະ ການແພດເຂດຮ້ອນ, ກະຊວງສາທາລະນະສຸກ ພ້ອມທັງຕົກລົງກໍ່ສ້າງຕຶກສະຖາບັນການແພດ ແລະ ການຢາພື້ນເມືອງ 11 ຊັ້ນ ແລະ ສູນປິ່ນປົວພະຍາດດ້ວຍຢາພື້ນເມືອງ, ຫ້ອງທົດ ລອງ ແລະ ຫ້ອງການ ຢູ່ ບ້ານໂພນປາເປົ້າ, ເມືອງ ສີສັດຕະນາກ, ນະຄອນຫລວງວຽງຈັນ ດິນຈໍານວນໜຶ່ງ ພາຍໃນ 50 ເຮັກຕາ ຢູ່ເຂດດົງໝາກຄາຍ, ເມືອງໄຊທານີ, ນະຄອນຫລວງວຽງຈັນ ທີ່ແມ່ນກໍາມະສິດຂອງສະຖາບັນການແພດ ແລະ ການຢາພື້ນເມືອງ ກະຊວງສາທາລະນະສຸກ ສປປລາວ ຊຶ່ງຈະຖືກນໍາໃຊ້ສໍາລັບສ້າງສູນບໍລິການ ຕົວແບບໃນການຮັກສາສຸຂະພາບຈໍານວນໜຶ່ງ ສ້າງສາທິດ ສ່ວນການພັດທະນາ ພືດທີ່ເປັນຢາ ແລະ ກໍ່ສ້າງອື່ນໆແມ່ນຢູ່ໃນຂອບຂ່າຍຂອງຍຸດທະສາດຂອງ 6 ແຜນຍຸດທະສາດທີ່ຖືກຮັບຮອງໄປແລ້ວ.
ທັງສອງຝ່າຍຈະໄດ້ແລກປ່ຽນສະຖານທີ່ດໍາເນີນການຄົ້ນຄວ້າວິທະຍາສາດ, ຄວາມສາມາດ ແລະ ຊັບພະຍາກອນທາງດ້ານເຕັກນິກ. ສິ່ງສໍາຄັນຈະເປັນການຊ່ວຍລົດຜ່ອນການລົງທຶນໂດຍກົງຂອງລັດຖະບານ ຢ່າງມະຫາສານ.
ທີ່ມາ: ສູນຂ່າວສານການແພດ





