ສະມາຊິກລັດຖະສະພາໜຸ່ມໄອປາ ພິຈາລະນາຮັບຮອວຮ່າງມະຕິ 3 ສະບັບ

ກອງປະຊຸມສະມາຊິກລັດຖະສະພາໜຸ່ມໄອປາໄດ້ຈັດຂຶ້ນໃນວັນທີ 20 ຕຸຸລານີ້ ທີ່ນະຄອນຫຼວງວຽງຈັນ ໃນລະຫວ່າງກອງປະຊຸມສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດອາຊຽນໄອປາ (AIPA) ຄັ້ງທີ 45 ໂດຍການເປັນປະທານຂອງທ່ານ ພອນສານ ວິໄລເມັ້ງ ຮອງປະທານສູນກາງສະຫະພັນກໍາມະບານລາວ, ເປັນກຽດເຂົ້າຮ່ວມຂອງທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ, ມີສະມາຊິກລັດຖະສະພາໜຸ່ມຈາກບັນດາປະເທດສະມາຊິກອາຊຽນເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້, ໄດ້ຮ່ວມກັນຄົ້ນຄວ້າ, ປຶກສາຫາລື ແລະ ພິຈາລະນາຮ່າງມະຕິຈຳນວນ 3 ສະບັບ ຄື:
1) ຮ່າງມະຕິວ່າດ້ວຍການສ້າງຄວາມເຂັ້ມແຂງໃຫ້ແກ່ຊາວໜຸ່ມໃນການສ້າງປະຊາຄົມອາຊຽນທີ່ປອດໄພ, ເຂັ້ມແຂງ ແລະ ກວມລວມ.
2) ຮ່າງມະຕິວ່າດ້ວຍການເສີມສ້າງການມີສ່ວນຮ່ວມຂອງສະມາ ຊິກລັດຖະສະພາໜຸ່ມ ໃນການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງທີ 3 ຢູ່ອາຊຽນ.
3) ຮ່າງມະຕິວ່າດ້ວຍການເພີ່ມທະວີບົດບາດຂອງຄະນະສະມາ ຊິກລັດຖະສະພາໜຸ່ມໄອປາໃນການຈັດຕັ້ງປະຕິບັດຖະແຫຼງການກອງປະຊຸມສະມາຊິກລັດຖະສະພາໜຸ່ມສາກົນ ຄັ້ງທີ 9 ກ່ຽວກັບບົດບາດຂອງຊາວໜຸ່ມໃນການເລັ່ງລັດການບັນລຸເປົ້າໝາຍການພັດທະນາແບບຍືນຍົງ ໂດຍຜ່ານການຫັນເປັນດີຈີຕອນ ແລະ ນະວັດຕະກໍາ.





