ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ສ.ຣັດເຊຍ

Oct 21, 2024

ໃນວັນທີ 18 ຕຸລາ 2024, ສະຫາຍ ທອງສະຫວັນ ພົມວິ ຫານ, ກຳມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມຢາມມິດຕະ ພາບ ແລະ ເຮັດວຽກທີ່ ນະຄອນຫລວງມົດສະກູ, ສະຫະພັນຣັດເຊຍ, ຊຶ່ງ ຈຸດປະສົງຂອງການຢ້ຽມຢາມດັ່ງກ່າວ ແມ່ນເພື່ອປະຕິບັດຕາມການມອບໝາຍ ໂດຍຕາງໜ້າລັດຖະບານ ແຫ່ງ ສປປ ລາວ ຈັດຕັ້ງພິທີປະດັບຫຼຽນໄຊມິດຕະພາບໃຫ້ແກ່ ສະຫາຍ ເກນນາດີ ຊູການົບ, ປະທານຄະນະບໍລິຫານງານສູນກາງພັກກອມມູນິດສະຫະພັນຣັດເຊຍ ທີ່ມີຜົນງານດີເດັ່ນໃນການປະກອບສ່ວນຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດ ຕະພາບ ແລະ ການຮ່ວມມືອັນເປັນມູນເຊື້ອ ລະຫວ່າງ ຣັດເຊຍ- ລາວ ກໍຄື ລະຫວ່າງ ພັກກອມມູນິດສະຫະພັນຣັດເຊຍ ແລະ ພັກປະຊາຊົນປະຕິວັດລາວ ຕະຫຼອດໄລຍະຫຼາຍປີຜ່ານມາ.
ການມອບລາງວັນແຫ່ງຊາດອັນສູງສົ່ງຂອງ ລັດຖະບານລາວ ໃຫ້ແກ່ສະຫາຍ ເກນນາດີ ຊູການົບ ມີຂຶ້ນໃນຄັ້ງນີ້ ເນື່ອງໃນໂອກາດວັນຄ້າຍວັນເກີດຂອງສະຫາຍ ຄົບຮອບ 80 ປີ.
ພິທີການປະດັບຫລຽນໄຊມິດຕະພາບດັ່ງກ່າວ ໄດ້ຈັດຂຶ້ນທີ່ ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ທີ່ ນະຄອນ ຫຼວງມົດສະກູ, ໂດຍມີຜູ້ຕາງໜ້າຈາກ ພັກກອມມູນິດສະຫະພັນຣັດເຊຍ, ສະມາຄົມມິດຕະພາບຣັດເຊຍ-ລາວ, ພະນັກງານສະ ຖານທູດລາວ ແລະ ນັກຂ່າວຂອງຣັດເຊຍຈໍານວນໜຶ່ງ ເຂົ້າຮ່ວມ.
ໃນໂອກາດດັ່ງກ່າວ, ສະຫາຍ ເກນນາດີ ຊູການົບ ໄດ້ສະແດງຄວາມຮູ້ບຸນຄຸນຢ່າງສູງ ມາຍັງ ພັກ, ລັດ ແຫ່ງ ສປປ ລາວ ທີ່ໄດ້ຕີລາຄາສູງຕໍ່ຜົນງານ ທີ່ສະຫາຍ ໄດ້ປະກອບສ່ວນເຂົ້າໃນການຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ຣັດເຊຍ ແລະ ສປປ ລາວ ໃນໄລຍະຜ່ານ ມາ ໂດຍໄດ້ມອບຫຼຽນໄຊມິດຕະພາບ ໃຫ້ແກ່ຜູ້ກ່ຽວຕໍ່ຜົນງານອັນພົ້ນເດັ່ນດັ່ງກ່າວ; ຕີລາຄາສູງຕໍ່ການຢ້ຽມຢາມຂອງ ຄະນະຜູ້ແທນ ພັກ ປປ ລາວ ໃນຄັ້ງນີ້ ພ້ອມທັງເຫັນດີກັບ ຝ່າຍລາວ ຕໍ່ກັບການຕີລາຄາສະພາບການພົວພັນຮ່ວມມື ລະຫວ່າງ ພັກ ປປ ລາວ ແລະ ພັກກອມມູນິດສະຫະພັນຣັດເຊຍ. ຝ່າຍຣັດເຊຍ ເຫັນດີທີ່ຈະຊູກຍູ້ ການພົວພັນຮ່ວມມື ໃນດ້ານຕ່າງໆກັບ ສປປ ລາວ ໃຫ້ມີປະສິດທິຜົນຍິ່ງຂຶ້ນ ແລະ ຍິນດີທີ່ຈະຢ້ຽມຢາມ ສປປ ລາວ ໃນເວລາທີ່ເໝາະສົມ.
ໃນໄລຍະການຢ້ຽມຢາມ, ສະຫາຍ ທອງສະຫວັນ ພົມວິຫານ ພົບປະກັບ ສະຫາຍ ດີມີຕຼີ ໂນວິກກົບ, ຮອງປະທານພັກກອມ ມູນິດສະຫະພັນຣັດເຊຍ, ຮອງປະທານກໍາມາທິການຕ່າງປະເທດຂອງສະພາດູມາ ແຫ່ງ ສະຫະພັນຣັດເຊຍ, ຊຶ່ງໃນການພົບປະດັ່ງກ່າວ, ສອງຝ່າຍ ໄດ້ຕີລາຄາສູງ ຕໍ່ການພົວພັນ ແລະ ຮ່ວມມື ດ້ານລັດ ແລະ ດ້ານພັກ ລະຫວ່າງ ສອງປະເທດ, ໄດ້ມີການພົບ ປະແລກປ່ຽນ ລະຫວ່າງ ການນໍາຂັ້ນສູງຂອງສອງປະເທດ. ໃນນີ້, ສະຫາຍ ທອງສະຫວັນ ໄດ້ຕີລາຄາສູງ ແລະ ສະແດງຄວາມຮູ້ບຸນ ຄຸນຕໍ່ການຊ່ວຍເຫຼືອອັນລໍ້າຄ່າຂອງ ສະຫະພາບໂຊວຽດ ໃນໄລຍະການຕໍ່ສູ້ປະຕິວັດເພື່ອປົດປ່ອຍປະເທດລາວ ໃນເມື່ອກ່ອນ ກໍຄື ໃນການປົກປັກຮັກສາ ແລະ ພັດທະນາ ສປປ ລາວ ໃນໄລຍະໃໝ່; ໄດ້ຍົກໃຫ້ເຫັນເຖິງການພົວພັນທາງດ້ານການເມືອງ ທີ່ໄດ້ຮັບການຮັດແໜ້ນ ແລະ ເລິກເຊີ່ງຍິ່ງໆຂຶ້ນ ແລະ ດ້ານອື່ນໆ ໄດ້ຮັບການຊຸກຍູ້ ເສີມຂະຫຍາຍ ຢ່າງຕັ້ງໜ້າ ອັນພົ້ນເດັ່ນທາງດ້ານການສຶກສາ ແມ່ນໄດ້ເລີ່ມໃຫ້ມີການສອນພາສາຣັດເຊຍ ຢູ່ໂຮງຮຽນ ທີ່ ນະຄອນຫຼວງວຽງຈັນ ເຖິງ 6 ແຫ່ງ; ໄດ້ແຈ້ງສະພາບໂດຍສັງເຂບກ່ຽວກັບ ສປປ ລາວ, ໂດຍສະເພາະ ການສືບຕໍ່ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ໃນທ້າຍສະໄໝ, ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX, ການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ, ຜົນສໍາເລັດຂອງການເປັນເຈົ້າພາບການຈັດກອງປະຊຸມສຸດຍອດອາຊຽນ ແລະ ກອງປະຊຸມປິ່ນອ້ອມອື່ນໆ ໃນປີ 2024.
ສະຫາຍ ດີມີຕຼີ ໂນວິກກົບ ໄດ້ແຈ້ງສະພາບພາຍໃນຣັດເຊຍ; ສະພາບການເຄື່ອນໄຫວ ແລະ ບົດບາດ ຂອງພັກກອມມູນິດ ໃນໄລຍະຜ່ານມາ ໂດຍສະເພາະ ການເຄຶ່ອນໄຫວເພື່ອປົກປ້ອງຜົນ ປະໂຫຍດຊາວຣັດເຊຍ; ການເຂົ້າຮ່ວມການເລືອກຕັ້ງບັນດາເຈົ້າ ແຂວງ ແລະ ສະພາທ້ອງຖິ່ນ ໃນເດືອນ ກັນຍາ 2024 ທີ່ຜ່ານມາ; ໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມື ລະຫວ່າງສອງພັກ, ຊຶ່ງມັນສະແດງໃຫ້ເຫັນການມອບລາງວັນແຫ່ງຊາດອັນສູງສົ່ງໃຫ້ແກ່ ປະ ທານພັກກອມມູນິດສະຫະພັນຣັດເຊຍ. ນອກນີ້, ສະຫາຍ ຍັງໄດ້ສະເໜີໃຫ້ມີການຊຸກຍູ້ ແລະ ເສີມຂະຫຍາຍການຮ່ວມມືດ້ານການໂຄສະນາຂໍ້ມູນຂ່າວສານຮ່ວມກັນ ຢ່າງຕັ້ງໜ້າ ໂດຍອີງໃສ່ທ່າແຮງຂອງສອງຝ່າຍ ເພື່ອເປັນການໂຄສະນາກ່ຽວກັບ ປະເທດລາວ ແລະ ພັກປະຊາຊົນ ປະຕິວັດລາວ, ເພື່ອເຮັດໃຫ້ຊາວຣັດເຊຍ ຮູ້ຈັກ ສປປ ລາວ ຫຼາຍຍິ່ງຂຶ້ນ ແລະ ທັງເປັນການສົ່ງເສີມດ້ານການທ່ອງທ່ຽວນໍາກັນ.
ການມາຢ້ຽມຢາມ ສະຫະພັນຣັດເຊຍ ຂອງ ຫົວຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໃນຄັ້ງນີ້ ຖືເປັນອີກບາດກ້າວໜຶ່ງ ທີ່ສຳຄັນ ເພື່ອສ້າງສະພາບແວດລ້ອມທີ່ເອື້ອອຳນວຍ ໃຫ້ແກ່ການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ມີມູນເຊື້ອອັນດີງາມ ລະຫວ່າງ ສປປ ລາວ ແລະ ສະຫະພັນຣັດ ເຊຍ ກໍຄື ລະຫວ່າງ ພັກ ປປ ລາວ ແລະ ພັກກອມມູນິດສະຫະ ພັນຣັດເຊຍ ໃຫ້ແໜ້ນແຟ້ນເລິກເຊິ່ງຍິ່ງຂຶ້ນ.