ນັກກີລາລາວU-16 ເຂົ້າຮ່ວມລາຍການຊີງແຊັມລະດັບສາກົນຢູ່ ສປ ຈີນ

ຄະນະນັກກີລາບານເຕະລາວຈາກສະໂມສອນ ເບ ສະຫວັນ ເອັບຊີ ຮຸ່ນອາຍຸບໍ່ເກີນ 16 ປີ (U-16) ເດີນທາງໄປເຂົ້າຮ່ວມແຂ່ງຂັນເຕະບານເຍົາວະຊົນ ລາຍການ The 2024 Tianyu Liufang Cup ທີ່ຈະຈັດຂຶ້ນທີ່ນະຄອນລີຈ່ຽງ ແຂວງຢຸນານ ສປ ຈີນ ລະ ຫວ່າງວັນທີ 20-30 ຕຸລາ 2024, ໂດຍການນຳພາຂອງ ທ່ານ ບຸນມີ ຫຼ່ຽມໄຊຍະຈັກ ປະທານ ສະໂມສອນ ເບ ສະຫວັນ ເອັບຊີພ້ອມຄູເຝິກແລະນັກກີລາ 20 ກວ່າຄົນ.
ທ່ານ ຄອນສະຫວັນ ສິດທິໄທ ຫົວໜ້າຄູເຝິກສະໂມສອນ ເບ ສະຫວັນ ເອັບຊີ ກ່າວວ່າ: ພາຍຫຼັງໄດ້ຮັບແຈ້ງການຈາກນະຄອນລີຈ່ຽງ ເຖິງສະຫະພັນບານເຕະນະຄອນຫຼວງວຽງຈັນ ເພື່ອເຂົ້າຮ່ວມງານດັ່ງກ່າວ ສະໂມ ສອນພວກເຮົາກໍນອນໃນທີມຕົວແບບນະຄອນຫຼວງວຽງຈັນ ຈຶ່ງໄດ້ຮັບອະນຸມັດໃຫ້ເຂົ້າຮ່ວມແຂ່ງ ຂັນໃນງານນີ້ ຈາກນັ້ນກໍໄດ້ມີແຈ້ງການຄັດເລືອກນັກກີລາໃນທົ່ວປະເທດ ໂດຍສະເພາະນະຄອນຫຼວງວຽງຈັນ ເຊິ່ງໄດ້ນັກ ກີລາ 15 ຄົນ ແລະ ໄດ້ມີການເຝິກຊ້ອມຢູ່ສູນເຝິກກີລາແຫ່ງຊາດ ເປັນເວລາ 1 ເດືອນ ສຳລັບຄວາມຫວັງໃນການເຂົ້າຮ່ວມງານດັ່ງກ່າວ ພວກເຮົາໄດ້ຕັ້ງເປົ້າຈະສູ້ຊົນໃຫ້ຕິດ 1 ໃນ 3 ຫຼື ຍາດໃຫ້ໄດ້ແຊັມ.



