ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເປີດການນຳໃຊ້ຊົນລະປະທານ ບ້ານຊຽງຫວາງ ເມືອງໜອງບົກ

Oct 22, 2024

ພິທີເປີດການນໍາໃຊ້ ຊົນລະປະທານ ບ້ານຊຽງຫວາງ ເມືອງໜອງບົກ ແຂວງຄຳມ່ວນ ໄດ້ຈັດຂຶ້ນໃນວັນທີ 21 ຕຸລາ 2024 ຢູ່ທີ່ບ້ານຊຽງຫວາງ ໂດຍ ມີທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ, ທ່ານ ພົນຈັດຕະວາ ຫວໍ ຈ້ອງ ຫາຍ, ປະທານຄະນະກຳມະການປະຊາຊົນແຂວງຮາຕິ່ງ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ແລະ ປະຊາຊົນບັນດາບ້ານອ້ອມຂ້າງເຂົ້າຮ່ວມ.
ໂຄງການກໍ່ສ້າງຊົນລະປະທານ ບ້ານຊຽງຫວາງ ເມືອງໜອງບົກ ແຂວງຄໍາມ່ວນ (ລວມທັງການກໍ່ສ້າງປ້ອງກັນຕາຝັ່ງເຈື່ອນ ແຄມແມ່ນໍ້າຂອງ) ລວມມີມູນຄ່າການກໍ່ສ້າງທັງໝົດ 290 ຕື້ກວ່າດົງ ໃນນັ້ນ ທຶນຊ່ວຍເຫຼືອລ້າຂອງລັດຖະ ບານຫວຽດ ນາມ 263 ຕື້ກວ່າດົງ ແລະ ທຶນສົມທົບຂອງລັດຖະບານລາວ 27 ຕື້ກວ່າດົງ ໂດຍເຈົ້າຂອງໂຄງການຝ່າຍຫວຽດນາມແມ່ນຄະນະກຳມະການປະຊາຊົນແຂວງຮາຕິ່ງ, ເຈົ້າຂອງໂຄງການຝ່າຍລາວ ແມ່ນກະຊວງກະສິກຳ – ປ່າໄມ້ ແລະ ອົງການປົກຄອງແຂວງຄຳມ່ວນ.
ໂຄງການດັ່ງກ່າວ, ໄດ້ເລີ່ມດຳເນີນການກໍ່ສ້າງໃນເດືອນເມສາ 2022 ປະກອບມີໜ້າວຽກຫຼັກຄື: ຕິດຕັ້ງຈັກສູບນໍ້າ 90 kw ຈໍານວນ 3 ໜ່ວຍ, ຕິດຕັ້ງຈັກສູບນໍ້າ 15 kw ຈຳນວນ 2 ໜ່ວຍ, ກໍ່ສ້າງປ້ອງກັນຕາຝັ່ງເຈື່ອນໃນເຂດຫົວງານ ແຄມແມ່ ນໍ້າຂອງ ຍາວ 500 ແມັດ, ກໍ່ສ້າງເຮືອນຄຸ້ມຄອງ, ກໍ່ສ້າງຕາຄ່າຍໄຟຟ້າແຮງກາງ, ກໍ່ສ້າງທໍ່ສົ່ງນໍ້າ ຍາວ 1.7 ກິໂລແມັດ, ກໍ່ສ້າງລະບົບຄອງເໝືອງ 7 ເສັ້ນ ລວມຄວາມຍາວ 21.4 ກິໂລແມັດ ແລະ ສ້າງທາງເບຕົງ ລວງຍາວ 6.8 ກິໂລແມັດ. ສາມາດຫົດເນື້ອທີ່ນາກວມໃນເນື້ອທີ່ 500 ເຮັກຕາ ແລະ ກວມເອົາ 4 ບ້ານຂອງເມືອງໜອງບົກ ປະກອບມີ: ບ້ານຊຽງຫວາງ, ສອງເໝືອງເໜືອ, ສອງເໝືອງໃຕ້ ແລະ ບ້ານກຸດຈັບ ໂດຍມີຈໍານວນ 777 ຄອບຄົວ ແລະ ພົນລະເມືອງ 3,446 ຄົນທີ່ຈະໄດ້ຮັບຜົນປະ ໂຫຍດ. ເຊິ່ງແມ່ນບໍລິສັດ ຫຸ້ນສ່ວນສະຖາປັດຕະຍະກໍາກໍ່ສ້າງ ແລະ ການຄ້າ 36 ເປັນບໍລິສັດຜູ້ຮັບເໝົາກໍ່ສ້າງ. ມາຮອດປະຈຸບັນການກໍ່ສ້າງແມ່ນໄດ້ສຳເລັດ 100% ແລະ ມີແຜນຈະເປີດການນໍາໃຊ້ເຂົ້າໃນການຜະລິດລະດູແລ້ງໃນຕົ້ນປີ 2025 ນີ້.
ທີ່ມາ: Khammouane News