ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ອັດຕະປື ຍັງມີຄວາມຕ້ອງການແພດ-ໝໍ 300 ກວ່າຄົນ

Oct 22, 2024

ທ່ານ ອິນປັນ ອິນທິລາດ ຫົວໜ້າພະແນກສາທາລະນະສຸກ ແຂວງອັດຕະປື ໃຫ້ຮູ້ວ່າ: ປັດຈຸບັນ ທົ່ວແຂວງອັດຕະປື ມີແພດ-ໝໍ ທັງໝົດ 514 ຄົນ, ເພື່ອໃຫ້ພຽງພໍ ແລະ ຮອງຮັບການບໍລິການໃຫ້ມີຄຸນນະພາບ. ທົ່ວແຂວງມີຄວາມຕ້ອງບັການນຈຸແພດ-ໝໍ ຕື່ມອີກຈໍານວນ 339 ຄົນ ເພື່ອບັນຈຸເຂົ້າຕໍາແໜ່ງງານໃນແຕ່ລະຂັ້ນ ຄື: ພະແນກສາທາລະນະສຸກແຂວງ ຕ້ອງການບັນຈຸເພີ່ມ 21 ຄົນ, ໂຮງໝໍແຂວງ 171 ຄົນ, ໂຮງຮຽນແພດ 8 ຄົນ, ສາທາເມືອງສາມັກຄີໄຊ 29 ຄົນ, ສາທາເມືອງສະໜາມໄຊ 37 ຄົນ, ສາທາເມືອງຊານໄຊ 3 ຄົນ ແລະ ອື່ນໆ.
ທ່ານ ອິນປັນ ອິນທິລາດ ໃຫ້ຮູ້ອີກວ່າ: ເນື່ອງຈາກແຜນຄວາມຕ້ອງການເພື່ອໃຫ້ພຽງພໍຕໍ່ການຮັບໃຊ້ບໍລິການປະຊາຊົນຫຼາຍ ແຕ່ການສະໜອງມີຈຳກັດໃນແຕ່ລະປີ ທາງກະຊວງສາທາລະນະສຸກ ຮ່ວມກັບ ພະແນກສາທາແຂວງ ໄດ້ຈັດສັນໂຄຕາໃຫ້ສຸກສາລາ ຢູ່ເຂດຫ່າງໄກສອກຫຼີກໃຫ້ພຽງພໍ, ບົນພື້ນຖານຢ່າງໜ້ອຍ 3 ຄົນ. ເຊິ່ງປະຈຸບັນສຸກສາລາ ຈໍານວນ 33 ແຫ່ງ ແມ່ນມີແພດຄົບ 3 ຄົນ, ແຕ່ແຫ່ງທີ່ຍັງບໍ່ຄົບຕາມມາດຕະຖານວິຊາການ ຄື: ສຸກສາລາແຫ່ງໜຶ່ງຕ້ອງ ມີ 1 ແພດທົ່ວໄປ 2 ພະຍາ ບານ ແລະ 3 ຜະດຸງຄັນ ແຕ່ໃນຕົວຈິງບາງແຫ່ງ ມີແພດປິ່ນປົວ 2 ຄົນ, ພະຍາບານ 1 ຫຼື 2 ຄົນ, ຜະດຸງຄັນ 1 ຄົນ ບາງແຫ່ງກໍ່ບໍ່ມີຜະດຸງຄັນ, ເຊິ່ງກຳລັງຈັດສັນ ຫຼື ສັບ ປ່ຽນພະນັກງານອາສາສະໝັກ, ພະນັກງານຢູ່ຂັ້ນເມືອງ ລົງໄປຊ່ວຍເປັນໄລຍະ.
ສ່ວນການຈັດສັນໂຄຕາລັດຖະກອນ ແຕ່ປີ 2021-2024 ແມ່ນກະຊວງສາທາ ລະນະສຸກ ເປັນຜູ້ຈັດສັນໃຫ້ ໂດຍອີງຕາມວິຊາສະເພາະທີ່ຍັງຂາດ ແລະ ຈໍານວນທີ່ຍັງບໍ່ພໍຕາມມາດຕະຖານ ຕາມການເກັບກຳຂໍ້ມູນ ແລະ ຖານຂໍ້ມູນຕົວຈິງ ທີ່ມີລະບົບຕິດຕາມທາງອອນລາຍ ແລະ ທາງພະແນກສາທາລະນະສຸກແຂວງ ເປັນຜູ້ຈັດການສອບເສັງຄັດເລືອກເອົາບຸກຄະລາກອນເຂົ້າໃສ່ຕາມວິຊາສະເພາະ, ສ່ວນສະຖານທີ່ບັນຈຸ ແມ່ນກະຊວງສາທາ ລະນະສຸກ ເປັນຜູ້ລະບຸມາເທົ່ານັ້ນ ບໍ່ສາມາດປ່ຽນແປງໄດ້.
ຂ່າວ: ພອນປະເສີດ
May be an image of 8 people and text