ພິທີພົບປະລະຫວ່າງສະຫະພັນແມ່ຍິງນະຄອນຫຼວງວຽງຈັນ (ນວ) ແລະ ສະຫະພັນແມ່ຍິງນະຄອນ ຫຼວງຮ່າໂນ້ຍ ຈັດຂຶ້ນວັນ ທີ 21 ຕຸລາ 2024 ທີ ນວ ເປັນປະທານຮ່ວມຂອງທ່ານນາງ ຫຼຽນຄຳ ວິລະພັນ ປະທານສະຫະພັນແມ່ຍິງ ນວ ແລະ ທ່ານນາງເລ ກິມ ແອ່ງ ປະທານສະຫະພັນແມ່ຍິງນະຄອນຫຼວງຮ່າໂນ້ຍ ມີຮອງປະທານ ພ້ອມດ້ວຍຄະນະສອງຝ່າຍເຂົ້າຮ່ວມ.
ທ່ານ ນາງ ຫຼຽນຄຳ ວິລະພັນ ໄດ້ລາຍງານສະພາບການຈັດຕັ້ງປະຕິບັດວຽກງານຂອງສະຫະພັນ ນວ ໄລຍະ 9 ເດືອນຜ່ານມາວ່າ ສະຫະພັນແມ່ຍິງ ນວ ໄດ້ປະຕິບັດຕາມພາລະບົດບາດ ສິດ ແລະ ໜ້າທີ່ຂອງຕົນ ເຊິ່ງໄດ້ປະຕິບັດຕາມແຜນພັດທະນາຂອງແມ່ຍິງລາວ 10 ແຜນງານ 65 ໂຄງການ ປະກອບມີ 10 ແຜນ ງານ 34 ໂຄງການຄື ການສຶກສາອົບຮົມການເມືອງແນວຄິດ ການ ປັບປຸງ ແລະ ຂະຫຍາຍການຈັດຕັ້ງ ວຽກງານກໍ່ສ້າງພະນັກງານເພດຍິງ ແລະ ສະມາຊິກແມ່ຍິງ ວຽກງານການຈັດຕັ້ງນະໂຍບາຍ -ຍ້ອງຍໍ ວຽກງານປົກປ້ອງສິດຜົນປະໂຫຍດຂອງແມ່ຍິງ ແລະ ເດັກນ້ອຍ ວຽກງານພັດທະນາຊີວິດການເປັນຢູ່ເພື່ອແກ້ໄຂຄວາມທຸກຍາກ ແລະ ຄອບຄົວ ການຈຫດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງ 3 ດີ ວຽກງານປຸກລະດົມແມ່ຍິງເຂົ້າຮ່ວມພາລະກິດປົກປັກ ຮັກສາ ແລະ ສ້າງສາພັດທະນາປະເທດຂາດການພົວພັນຮ່ວມມືກັບຕ່າງປະເທດ ວຽກງານກວດກາຂອງສະຫະພັນແມ່ຍິງ.
ສຳລັບການພົບປະຄັ້ງນີ້ເປັນການປະຕິບັດຕາມບົດບັນທຶກການຮ່ວມມືລະຫວ່າງອົງຄະນະພັກອົງການປົກຄອງ ນວ ແລະ ນະຄອນຫຼວງຮ່າໂນ້ຍໄລະຍະປີ 2022-2025 ແລະ ບົດບັນທຶກການຮ່ວມມືຂອງສະຫະພັນແມ່ຍິງ ນວ ແລະ ສະຫະພັນແມ່ຍິງນະຄອນຫຼວງຮ່າໂນ້ຍ ໃນໄລຍະຜ່ານມາໄດ້ມີການຮ່ວມມືຫຼາຍດ້ານເຊັ່ນ ການໃຫ້ທຶນການສຶກສາໄລຍະສັ້ນໃຫ້ແກ່ສະມາຊິກແມ່ຍິງ ນວ ການເຝິກອົບຮົມວຽກງານພັດທະນາແມ່ຍິງການ ຊ່ວຍເຫຼືອທາງດ້ານງົບປະມານຕ່າງໆຢ່າງມີປະສິດທິພາບ ການ ພົບປະຄັ້ງນີ້ຈະເປັນການເພີ່ມພູນຄູນສ້າງສາຍພົວພັນອັນສະ ໜິດແໜ້ນເລິກເຊິ່ງຂຶ້ນກວ່າເກົ່າ ຍົກສູງສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່ ຄວາມສາມັກຄີແບບພິເສດ ແລະ ດານຮ່ວມມືຮອບດ້ານຂອງສອງນະຄອນກໍຄືສອງປະເທດລາວ-ຫວຽດນາມໃຫ້ພີ່ມພູນຄູນສ້າງ ແລະ ໝັ້ນຄົງຕະຫຼອດໄປ ຈາກນັ້ນຄະຜູ້ແທນສອງຝ່າຍກໍ່ໄດ້ແລກປ່ຽນຄຳຄິດເຫັນເຊິ່ງກັນ ແລະ ກັນໃນບັນຫາທີ່ສອງຝ່າຍໃຫ້ຄວາມສົນໃຈ.
ຂ່າວ: ອົ້ນ, ວຽງຈັນໃໝ່/VientianeMai






