ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເລີ່ມກໍ່ສ້າງໂຄງການອະນຸສອນສະຖານບັ້ນຮົບນໍ້າບາກ

Oct 23, 2024

ພິທີວາງສິລາລຶກໂຄງການກໍ່ສ້າງອະນຸສອນສະຖານ ບັ້ນຮົບນໍ້າບາກ ແຂວງຫຼວງພະບາງ ຈັດຂຶ້ນວັນທີ 21 ຕຸລາ 2024 ມີທ່ານ ພົນຈັດຕະວາ ສິວິໄຊ ເພັງສັນຕິສຸກ ຫົວໜ້າການເມືອງກອງບັນຊາການທະຫານແຂວງຫຼວງພະບາງ ທ່ານ ສົມຫວັງ ພອນຄໍາວົງສາ ເຈົ້າເມືອງນໍ້າບາກ ປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບເມືອງນໍ້າບາກ ທ່ານ ຄຳຫຼ້າ ດວງພະສຸກ ປະທານບໍລິສັດ ດວງພະສຸກ ກໍ່ສ້າງສ້ອມແປງຂົວ-ທາງ ເຄຫາສະຖານ ແລະ ຊົນລະປະທານ ຈຳກັດຜູ້ດຽວ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໂດຍປະຕິບັດຕາມຂໍ້ຕົກລົງທ່ານເຈົ້າແຂວງຫຼວງພະບາງວ່າດ້ວຍການຮັບເໝົາການກໍ່ສ້າງໂຄງການກໍ່ສ້າງອານຸສອນສະຖານບັ້ນຮົບນໍ້າບາກຢູ່ເມືອງນໍ້າບາກ ແຂວງຫຼວງພະບາງ ເຊິ່ງໂຄງການຕັ້ງຢູ່ບ້ານຟ້າ ເມືອງນໍ້າບາກ ມີເນື້ອທີ່ການກໍ່ສ້າງທັງໝົດກວມເອົາ 2.800 ຕາແມັດ ການກໍ່ສ້າງແມ່ນໄດ້ແບ່ງອອກເປັນ 3 ຊ່ວງຄື: ຊ່ວງທີ 1 ບຸກເບີກເສັ້ນທາງເຂົ້າ ກໍ່ຕ້ານເຈືີ່ອນ ກໍ່ກຳແພງອ້ອມ ແລະ ດຸດທະລຸປັບໜ່ວຍພູ ຊ່ວງທີ 2 ດຶງລະບົບໄຟຟ້າ ນໍ້າປະປາເຂົ້າ ແລະ ຊ່ວງທີ 3 ກໍ່ສ້າງອະນຸສອນສະຖານບັ້ນຮົບນໍ້າບາກ ການກໍ່ສ້າງໄດ້ກໍານົດເປັນເວລາ 1 ປີໃຫ້ສໍາເລັດ ເຈົ້າຂອງໂຄງການແມ່ນກອງບັນຊາການທະຫານແຂວງຫຼວງພະບາງ ແລະ ຜູ້ຮັບ ເໝົາກໍ່ສ້າງແມ່ນບໍລິສັດ ດວງພະສຸກກໍ່ສ້າງ ສ້ອມແປງຂົວ-ທາງ ເຄຫາສະຖານ ແລະ ຊົນລະປະທານ ຈໍາກັດຜູ້ດຽວ ມີມູນຄ່າການກໍ່ສ້າງທັງໝົດ 19.940.818.000 ກີບ.
ໂອກາດນີ້ທ່ານ ພົນຈັດຕະວາ ສິວິໄຊ ເພັງສັນຕິສຸກ ໄດ້ຮຽກ ຮ້ອງໃຫ້ບໍລິສັດຜູ້ຮັບເໝົາກໍ່ສ້າງ ແລະ ອານຸກໍາມະການທຸກພາກ ສ່ວນຍົກສູງບົດບາດຄວາມຮັບຜິດຊອບ ມີຄວາມຮັບປະກັນທາງດ້ານຄຸນນະພາບ ບົນພື້ນຖານແມ່ນຄ່ອດການພົວພັນປະສານງານໃຫ້ຕໍ່ເນື່ອງກົມກ່ຽວ ເພື່ອຮັບປະກັນເຮັດໃຫ້ໂຄງການກໍ່ສ້າງມີຜົນສໍາເລັດຕາມລະດັບຄາດໝາຍທີ່ວາງໄວ້.
ຂ່າວ: ສົມສະຫວັນ, ວຽງຈັນໃໝ່
May be an image of 14 people, wedding and text