ງານພົບປະແລກປ່ຽນມິດຕະພາບ ວຽກງານປ້ອງກັນຊາດ ເຂດຊາຍແດນ ລະຫວ່າງລັດຖະມົນຕີກະຊວງປ້ອງກັນປະເທດແຫ່ງ ສ ປ ປ ລາວ ແລະ ສສ ຫວຽດນາມ ຄັ້ງທີ 2 ໄດ້ຈັດຂຶ້ນໃນວັນທີ 22 ຕຸລາ 2024 ນີ້, ໂດຍການເປັນປະທານຮ່ວມຂອງສະຫາຍ ພົນເອກ ຟານວັນຢາງ ກໍາມະການກົມການເມືອງສູນ ກາງພັກກອມມູນິດຫວຽດນາມ, ລັດຖະມົນຕີກະຊວງປ້ອງກັນ ປະເທດ ຫວຽດນາມ ແລະ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກປະຊາຊົນປະຕິ ວັດລາວ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນ ປະເທດລາວ, ມີຄະນະຜູ້ແທນຂັ້ນສູງຂອງກະຊວງປ້ອງກັນປະ ເທດ ທັງສອງຝ່າຍເຂົ້າຮ່ວມ.
ກ່ອນການພົບປະດັ່ງກ່າວ, ທັງສອງຝ່າຍໄດ້ຈັດກິດຈະກຳຮ່ວມກັນຢູ່ຂອບເຂດບໍລິເວນຫຼັກໝາຍຊາຍແດນ 255 ເບື້ອງຫວຽດນາມ ດ່ານສາກົນລ້ອງເຊີບ ເມືອງມົກເຈົາ ແຂວງເຊິນລາ ສສ ຫວຽດນາມ, ສະຫາຍ ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ ແລະຫວຽດນາມ ໄດ້ຮ່ວມກັນປູກຕົ້ນໄມ້ມິດຕະພາບ ເບື້ອງຫວຽດນາມ, ຮັບຊົມການສະແດງຊ້ອມຮົບຮ່ວມ ກ່ຽວກັບການສະກັດກັ້ນ ຈັບກຸມອາສະຍາກໍາຢາເສບຕິດຂ້າມຊາຍແດນ, ເຄື່ອນ ໄຫວຢ້ຽມຢາມຄ້າຍປ້ອງກັນຊາຍແດນ ດ່ານລ້ອງເຊີບ ເມືອງມົກເຈົາ ແຂວງເຊິນລາ ສສ ຫວຽດນາມ, ເຂົ້າຮ່ວມພິທີເປີດການນໍາໃຊ້ໂຄງການເຂດໂຮງຮຽນປະຖົມ-ມັດຖະຍົມ ລ້ອງເຊີບ ເມືອງມົກເຈົາ ແຂວງເຊິນລາ.
ກອງປະຊຸມພົບປະສອງຝ່າຍຢ່າງເປັນທາງການ ໄດ້ຈັດຂຶ້ນທີ່ໂຮງແຮມ ເມືອງແທ໋ງ ເມືອງມົກເຈົາ ແຂວງເຊິນລາ ສສ ຫວຽດ ນາມ, ໃນພິທີ ສະຫາຍ ພົນເອກ ຟານວັນຢາງ ໄດ້ຕີລາຄາສູງຕໍ່ຜົນສໍາເລັດຂອງການປະຕິບັດເນື້ອໃນອະນຸສັນຍາການຮ່ວມມືຊ່ວຍເຫຼືອ ລະຫວ່າງ ສອງກະຊວງປ້ອງກັນປະເທດ ຫວຽດນາມ -ລາວ, ລາວ-ຫວຽດນາມ ໃນຊຸມປີຜ່ານມາ ຈາກນັ້ນ, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ມີຄໍາເຫັນວ່າ: ການພົບປະແລກປ່ຽນບົດຮຽນໃນຄັ້ງນີ້ ເປັນນິມິດໝາຍສໍາຄັນຍິ່ງ ໃນການສືບຕໍ່ຈັດຕັ້ງຜັນຂະຫຍາຍເນື້ອໃນແຜນການຮ່ວມມື ທັງເປັນການສືບຕໍ່ເສີມຂະຫຍາຍມູນເຊື້ອ ແຫ່ງຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງຊາດ, ສອງກອງທັບ ລາວ-ຫວຽດນາມ ໃຫ້ແໜ້ນແຟ້ນ ແລະ ຈະເລີນງອກງາມຍິ່ງໆຂຶ້ນ. ພ້ອມກັນນັ້ນ, ຍັງໄດ້ຕີລາສູງ ຕໍ່ການພົວພັນຮ່ວມມືລະຫວ່າງ ສອງກອງທັບໃນໄລຍະຜ່ານມາ ເປັນຕົ້ນແມ່ນ ໄດ້ພົບປະແລກປ່ຽນກ່ຽວກັບແຜນການຮ່ວມມືຍຸດທະສາດປ້ອງກັນຊາດເປັນປະຈໍາ, ກອງທັບປະຊາຊົນຫວຽດນາມ ໄດ້ໃຫ້ການຊ່ວຍເຫຼືອອຸປະກອນການທະຫານ, ໂຄງການກໍ່ສ້າງພື້ນ ຖານໂຄງລ່າງຕ່າງໆ, ການຮ່ວມມືໃນການກໍ່ສ້າງກໍາລັງ, ການຮ່ວມມືຊອກຄົ້ນ, ທ້ອນໂຮມ, ຈັດສົ່ງອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານການທະຫານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມ ແລະ ການຮ່ວມມືທາງດ້ານເສດຖະກິດ ກັບການປ້ອງກັນຊາດ. ໂດຍສັງລວມແລ້ວ, ໃນຊຸມປີຜ່ານມາ ການປະຕິບັດອະນຸ ສັນຍາຮ່ວມມືລະຫວ່າງສອງກະຊວງປ້ອງກັນປະເທດລາວ- ຫວຽດນາມ ໄດ້ບັນລຸໝາກຜົນຢ່າງໜ້າພາກພູມໃຈ, ກົນໄກການຈັດຕັ້ງປະຕິບັດອະນຸສັນຍາ ໄດ້ມີຄວາມກົມກຽວກັນ, ມີການປະສານສົມທົບກັນແໜ້ນແຟ້ນ ແລະ ມີປະສິດທິຜົນດີ, ບົນຈິດ ໃຈຄວາມສາມັກຄີພິເສດ ແລະ ການພົວພັນຮ່ວມມືຮອບດ້ານລະຫວ່າງ ສອງຊາດ, ສອງກອງທັບ ລາວ-ຫວຽດນາມ ອັນແທ້ ຈິງ, ເຊິ່ງເປັນພື້ນຖານອັນໜັກແໜ້ນ ໃນການສືບຕໍ່ເສີມຂະຫຍາຍການຮ່ວມມືກັນໃນຊຸມປີຕໍ່ໜ້າ. ສະຫາຍ ລັດຖະມົນຕີກະຊວງ ປ້ອງກັນປະເທດລາວ ຍັງໄດ້ແລກປ່ຽນບົດຮຽນຫຼາຍຂົງເຂດສໍາຄັນກ່ຽວກັບວຽກງານປ້ອງກັນຊາດ ເພື່ອສືບຕໍ່ເສີມຂະຫຍາຍ, ຮັດແໜ້ນຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງຊາດ, ສອງກອງທັບ ລາວ-ຫວຽດນາມ, ຫວຽດນາມ-ລາວ ໃຫ້ນັບມື້ແຕກດອກອອກຜົນຂຶ້ນເລື້ອຍໆ. ພາຍຫຼັງສໍາເລັດພິທີພົບປະສອງຝ່າຍ ສະຫາຍ ພົນເອກ ຟານວັນຢາງ ແລະ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ພ້ອມ ດ້ວຍຄະນະຜູ້ແທນທັງສອງຝ່າຍ ໄດ້ເຂົ້າຮ່ວມຊົມການຖ່າຍ ທອດສົດງານສະແດງສິລະປະ, ງານພົບປະແລກປ່ຽນວຽກງານການເມືອງ ແລະ ນາຍທະຫານໜຸ່ມ ສອງກອງທັບ ລາວ-ຫວຽດ ນາມພາຍໃຕ້ຫົວຂໍ້ “ຄວາມເຊື່ອໝັ້ນທີ່ບໍລິສຸດ ຢ່າງສະເໝີຕົ້ນສະເໝີປາຍ” ຕື່ມອີກ.
ກ່ອນຈັດງານພົບປະແລກປ່ຽນມິດຕະພາບ ວຽກງານປ້ອງ ກັນຊາດ ເຂດຊາຍແດນ ຂັ້ນລັດຖະມົນຕີ ລາວ-ຫວຽດນາມ ຄັ້ງທີ 2, ໄດ້ເຄື່ອນໄຫວຫຼາຍກິດຈະກຳທີ່ປິ່ນອ້ອມ ເຮັດໃຫ້ງານດັ່ງກ່າວມີເນື້ອໃນຄວາມໝາຍເລິກເຊິ່ງ ເປັນຕົ້ນແມ່ນ ກິດຈະກຳແຂ່ງຂັນກິລາແລ່ນມາລາທອນນາຍທະຫານໜຸ່ມ, ມອບແນວພັນງົວ ໃຫ້ຄອບຄົວທີ່ທຸກຍາກ, ເຄື່ອນໄຫວກວດສຸຂະພາບ, ປິ່ນປົວພະຍາດ ແລະ ຈ່າຍຢາໂດຍບໍ່ເສຍຄ່າ ໃຫ້ປະຊາຊົນເມືອງສົບເບົາ ແຂວງ ຫົວພັນ ສ ປ ປ ລາວ ແລະ ປະຊາຊົນບໍລິເວນດ່ານລ້ອງເຊິບເມືອງມົກເຈົາ ແຂວງ ເຊີນລາ ສສ ຫວຽດນາມ, ເຄື່ອນໄຫວສະແດງແລກປ່ຽນ ສິລະປະ-ວັດທະນະທໍາ ຢູ່ ເມືືອງແອດ, ເມືອງຊຽງຄໍ້, ເມືອງສົບເບົາແຂວງຫົວພັນ ແລະ ເມືອງມົກເຈົາ ແຂວງເຊິນລາ.
ຂ່າວ: ນາງ ຍ້ອມເພັດ ວິໄລພັນ, ຫນັງສືພິມກອງທັບ






