ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສະພາແຫ່ງຊາດ ລາວ-ຕີມໍ ແລັສເຕ ເສີມຂະຫຍາຍການຮ່ວມມືສອງຝ່າຍ

Oct 23, 2024

ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ພົບປະ ທ່ານ ນາງ ມາເຣຍ ເຟີນານດາ ເລ ( Maria Fernanda Lay) ປະທານສະພາແຫ່ງຊາດ ແຫ່ງ ຕິມໍ-ແລັສເຕ, ໃນວັນທີ 23 ຕຸລານີ້ ທີ່ ສະພາແຫ່ງຊາດ, ໃນໂອກາດທີ່ມາເຂົ້າຮ່ວມກອງປະຊຸມໃຫຍ່ສະມັດຊາລັດຖະສະພາລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45 ຢູ່ ສປປ ລາວ.
ໂອກາດນີ້, ທ່ານ ໄຊສົມພອນ ພົມວິຫານ ໄດ້ສະແດງຄວາມຍິນດີຕ້ອນຮັບ, ຊົມເຊີຍ ແລະ ຕີລາຄາສູງຕໍ່ການພົບປະຄັ້ງທໍາອິດ ຊຶ່ງເປັນການປະກອບສ່ວນເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງ 2 ປະເທດ ລາວ ແລະ ຕີມໍ-ແລັສເຕ, ທັງເປັນພື້ນຖານອັນສໍາຄັນໃຫ້ແກ່ການພົວພັນຮ່ວມມື ລະຫວ່າງ 2 ອົງການນິຕິບັນຍັດ ຂອງສອງປະເທດ ໃຫ້ໄດ້ຮັບການເສີມຂະຫຍາຍ ທັງເປັນການສະໜັບສະໜູນ ແລະ ໃຫ້ກໍາລັງໃຈແກ່ສະພາແຫ່ງຊາດລາວ ເຮັດສໍາເລັດພັນທະສາກົນ ໃນການເປັນປະທານ ໄອປາ ກໍຄື ເປັນເຈົ້າພາບກອງປະຊຸມໃຫຍ່ໄອປາ ຄັ້ງທີ 45 ຢູ່ ສປປ ລາວ ໃນຄັ້ງນີ້. ລາວ ແລະ ຕີມໍ -ແລັສເຕ ສ້າງຕັ້ງສາຍພົວພັນການທູດນໍາກັນ ໃນວັນທີ 29 ກໍລະກົດ 2002 ເປັນຕົ້ນມາ (ປີນີ້ຄົບຮອບ 22 ປີ), ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງ ສອງປະເທດລາວ ແລະ ຕີມໍ-ແລັສເຕ ທີ່ສືບຕໍ່ໄດ້ຮັບການພັດທະນາ ແລະ ເຂົ້າສູ່ລວງເລິກເປັນກ້າວໆ ໂດຍສະເພາະການຮ່ວມມື ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ, ສປປ ລາວ ຍາມໃດກໍໃຫ້ການສະໜັບສະໜູນ ຕີມໍ -ແລັສເຕ ເຂົ້າເປັນສະມາຊິກອາຊຽນຕະຫຼອດມາ, ມີການແລກປ່ຽນການພົບປະຢ້ຽມຢາມຂອງຄະນະຜູ້ແທນຂັ້ນຕ່າງໆນໍາກັນ ຢ່າງເປັນປົກກະຕິ. ພິເສດ ແມ່ນຜົນສໍາເລັດຂອງການຢ້ຽມຢາມທາງລັດຖະກິດ ຢູ່ ສປປ ລາວ ຂອງ ທ່ານ ໂຈເຊ ຣາໂມສ ອໍຕ້າ ປະທານາທິບໍດີ ແຫ່ງ ສປ ຕີມໍ-ແລັສເຕ ໃນເດືອນກຸມພາ 2024 ແລະ ທ່ານ ເກ ຣາລາ ຊານານາ ກຸສເມົາ (H.E. Mr. Kay Rala Xanana Gusmão) ນາຍົກລັດຖະມົນຕີ ແຫ່ງ ຕີມໍ-ແລັສເຕ ກໍໄດ້ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ແລະ ກອງປະຊຸມປິ່ນອ້ອມ ທີ່ ສປປ ລາວ ໃນຜ່ານມາ.
ສໍາລັບການພົວພັນ ແລະ ຮ່ວມມື ລະຫວ່າງ ສະພາແຫ່ງຊາດລາວ ແລະ ສະພາແຫ່ງຊາດ ຕີມໍ-ແລັສເຕ ເຖິງວ່າ ການແລກປ່ຽນຄະນະຜູ້ແທນສອງຝ່າຍ ຍັງໜ້ອຍ ແຕ່ກໍໄດ້ມີການແລກປ່ຽນສານອວຍພອນ, ສານຊົມເຊີຍ ໃນໂອກາດວັນສໍາຄັນຕ່າງໆ ຂອງສອງປະເທດ, ມີການພົບປະຮ່ວມມື ໃນເວທີລັດຖະສະພາພາກພື້ນ ແລະ ສາກົນ ເປັນຕົ້ນແມ່ນ ສະມັດຊາລັດຖະສະພາລະຫວ່າງຊາດອາຊຽນ (AIPA) ໃນນາມປະເທດສັງເກດການ, IPU ແລະ ອົງການອື່ນໆ.
ສຳລັບການພົວພັນ ຮ່ວມມື ໃນຕໍ່ໜ້າ ສະເໜີໃຫ້ສອງອົງການນິຕິບັນຍັດ ແລກປ່ຽນຄະນະຜູ້ແທນ ນໍາກັນຢ່າງເປັນປົກກະຕິ ເພື່ອແລກປ່ຽນບົດຮຽນ, ຂໍ້ມູນ-ຂ່າວສານ ກ່ຽວກັບການປະຕິບັດພາລະບົດບາດ ຂອງອົງການນິຕິບັນຍັດ ແລະ ໃນຫົວຂໍ້ອື່ນໆ ທີ່ສອງຝ່າຍ ມີຄວາມສົນໃຈ; ສືບຕໍ່ຊຸກຍູ້ ແລະ ສົ່ງເສີມໃຫ້ລັດຖະບານຂອງສອງປະເທດ ຈັດຕັ້ງປະຕິບັດບັນດາສັນຍາ, ສົນທິສັນຍາ ແລະ ຂໍ້ຕົກລົງຕ່າງໆ ທີ່ໄດ້ລົງນາມຮ່ວມກັນ ໃຫ້ປະກົດຜົນເປັນຈິງ ເປັນຕົ້ນແມ່ນການຮ່ວມມືໃນວຽກງານການຕ່າງປະເທດ, ດ້ານການຄ້າ-ການລົງທຶນ, ການທ່ອງທ່ຽວ ແລະ ອື່ນໆ ໃຫ້ຫຼາຍຂຶ້ນ; ສືບຕໍ່ຮ່ວມມື ແລະ ສະໜັບສະໜູນ ເຊິ່ງກັນ ແລະ ກັນ ໃນເວທີລັດຖະສະພາພາກພື້ນ ແລະ ສາກົນ.
ທີ່ມາ: ປະຊາຊົນ