ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ປະກາດເມືອງລອງ ເປັນເມືອງສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງ

Oct 24, 2024

ປະກາດເມືອງລອງ ເປັນເມືອງສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງ
ພິທີປະກາດເມືອງລອງ ແຂວງຫຼວງນໍ້າທາ ເປັນເມືອງ ປະຕິ ບັດຂະບວນການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງ ຂຶ້ນໃນວັນທີ 22 ຕຸລາຜ່ານມາ ທີ່ສະໂມສອນຂອງເມືອງ ໂດຍການເຂົ້າຮ່ວມຂອງ ທ່ານ ບຸນປີ ໄລປະເສີດ ກໍາມະການພັກແຂວງ ກໍາມະການສູນກາງແນວລາວສ້າງຊາດ ປະທານແນວລາວສ້າງຊາດແຂວງຫລວງນໍ້າທາ.
ໃນພິທີ ທ່ານ ບຸນຖອງ ລໍຫວັນວົງສາ ກໍາມະການປະຈໍາພັກເມືອງ ກໍາມະການແນວລາວສ້າງຊາດແຂວງ ປະທານແນວລາວສ້າງຊາດເມືອງ ຜູ້ຊີ້ນໍາອົງການຈັດຕັ້ງມະຫາຊົນ ໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານຂະບວນການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງແຕ່ປີ 2017-2023 ແລະ ວາງທິດທາງແຜນການໃນຕໍ່ໜ້າ, ເມືອງລອງມີເນື້ອທີ່ທັງໝົດ 2,372 ກິໂລ ຕາແມັດ, ແບ່ງອອກເປັນ 10 ກຸ່ມບ້ານ, ມີ 76 ບ້ານໃຫຍ່, ມີ 8,921 ຄອບຄົວ, ມີພົນລະເມືອງທັງໝົດ 39,193 ຄົນ, ຍິງ 19,293 ຄົນ, ປະກອບມີ 7 ຊົນເຜົ່າ, ການຈັດຕັ້ງປະຕິບັດວຽກງານສາມັກຄີປອງດອງໃນໄລຍະປີ 2017 ຈັດຕັ້ງປະຕິບັດໄດ້ 5 ກຸ່ມບ້ານ, ມີ 10 ບ້ານ ໄດ້ຮັບການປະເມີນທັງໝົດ 968 ຄອບຄົວ, ປະເມີນຜ່ານ 840 ຄອບຄົວ, ບໍ່ຜ່ານ 128 ຄອບຄົວ, ມາຮອດປີ 2018 ປະຕິບັດໄດ້ 7 ກຸ່ມບ້ານ, ມີ 21 ບ້ານ, ໄດ້ຮັບການປະເມີນທັງໝົດ 2,085 ຄອບຄົວ, ປະເມີນຜ່ານ 1,955 ຄອບຄົວ ແລະ ບໍ່ຜ່ານ 130 ຄອບຄົວ, ປະກາດຮັບຮອງບ້ານສາມັກຄີປອງດອງໄດ້ 9 ບ້ານ.
ມາຮອດປີ 2023 ໄດ້ລົງປະເມີນຄືນໃນຮອບທີ່ສອງ ແລະ ຮອບທີ່ສາມ, ໃນ 6 ກຸ່ມບ້ານ, ມີ 9 ບ້ານ, ໄດ້ຮັບການປະເມີນ 1,921 ຄອບຄົວ, ປະເມີນຜ່ານ 1,843 ຄອບຄົວ, ບໍ່ຜ່ານ 78 ຄອບຄົວ ແລະ ໄດ້ມອບໃບຢັ້ງຢືນສາມັກຄີປອງດອງ 18 ບ້ານ. ຈາກນັ້ນ, ກໍ່ໄດ້ມີການຕັດແຖບຜ້າ, ເປີດປ້າຍ ແລະ ລັ່ນຄ້ອງ 9 ບາດ, ເພື່ອເປັນສັນຍາລັກປະກາດຮັບຮອງເມືອງລອງ ເປັນເມືອງຈັດຕັ້ງປະຕິບັດຂະບວນການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງເມືອງທີສາມຂອງແຂວງຂຶ້ນຢ່າງເປັນທາງການ.
ຂ່າວ: ຈັນສຸກ ຜົນປະເສີດ