ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຄະນະນຳເມືອງລອງ ມອບເຄື່ອງບັນເທົາທຸກໃຫ້ປະຊາຊົນບ້ານ ໂພນສໍາພັນ

Oct 24, 2024

ຄະນະນຳເມືອງລອງ ມອບເຄື່ອງບັນເທົາທຸກໃຫ້ປະຊາຊົນບ້ານ ໂພນສໍາພັນ
ໃນຕອນບ່າຍຂອງວັນທີ 23 ຕຸລາ ປີ2024 ນີ້, ທ່ານ ຄໍາເພັດ ຈັນທະວົງ ເຈົ້າເມືອງໆ ລອງ ໄດ້ນໍາເອົາເຄື່ອງບັນເທົາທຸກໃຫ້ແກ່ປະຊາຊົນບ້ານ ໂພນສໍາພັນ ເມືອງລອງ ແຂວງຫຼວງນໍ້າທາ.
ບ້ານ ໂພນສໍາພັນ ເປັນບ້ານຊົນເຜົ່າລາຫູ ມີພົນລະເມືອງທັງໝົດ 1.815 ຄົນ, ຍິງ 864 ຄົນ, ມີ255 ຄອບຄົວ, ມີ 189 ຫຼັງຄາເຮືອນ, ເຄື່ອງບັນເທົາທຸກທີ່ນຳມາມອບໃນຄັ້ງນີ້, ເປັນປະ ເພດເຄື່ອງອຸປະໂພກ, ເຄື່ອງນຸ່ງຫົ່ມ, ເຄື່ອງນອນເພື່ອຕ້ານໄພໜາວທີ່ຈະມາເຖິງນີ້ ເຊິ່ງປະກອບມີເຂົ້າສານຈໍານວນ 50 ກິໂລ, ເຄື່ອງນອນ ແລະ ເຄື່ອງນຸ່ງຫົ່ມຈໍານວນ 31 ຖົງໃຫ່ຍ ລວມມູນຄ່າທັງໝົດ 20.000.000 ລ້ານກີບ ເພື່ອເປັນການມອບຊ່ວຍບັນ ເທົາທຸກໃຫ້ແກ່ປະຊາຊົນພາຍໃນບ້ານຜູ້ທີ່ທຸກຍາກຂາດເຂີນ
ຂ່າວ-ພາບ: ນາງ ເຂັມຄໍາ ຄອນມະນີ ນັກຂ່າວ ເມືອງລອງ