ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ປະທານປະເທດ ລາວ ພົບປະກັບ ປະທານາທິບໍດີ ອາແຊັກໄບຊານ ທີ່ ຣັດເຊຍ

Oct 25, 2024

ໃນວັນທີ 23 ຕຸລາ 2024, ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ພະນະທ່ານ ອິວຮາມ ເຮດາ ອັກລື ອາລີເຢບ (H.E. Mr. Ilham Heydar oglu Aliyev), ປະທານາທິບໍດີ ແຫ່ງ ສາທາລະນະ ລັດ ອາແຊັກໄບຊານ ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດກຸ່ມ BRICS ແລະ ປະເທດກໍາລັງພັດທະນາໃນເຂດໂລກໃຕ້ ທີ່ ເມືອງກາຊານ, ສ. ຣັດເຊຍ ເພື່ອປຶກສາຫາລືສົ່ງເສີມການພົວພັນຮ່ວມມື ລະຫວ່າງສອງປະເທດ ໃຫ້ຂະຫຍາຍຕົວຍິ່ງໆຂຶ້ນ.
ໃນການພົບປະຄັ້ງນີ້, ສອງຝ່າຍໄດ້ສະແດງຄວາມປິຕິຍິນດີທີ່ໄດ້ມີໂອກາດພົບປະກັນໃນຄັ້ງນີ້ ແລະ ໄດ້ຕີລາຄາສູງຕໍ່ສາຍພົວ ພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງສອງປະເທດ ລາວ ແລະ ອາແຊກບາຍຢານ ທີ່ໄດ້ຮັບການພັດທະນາເປັນກ້າວໆ ນັບແຕ່ສ້າງຕັ້ງສາຍພົວພັນການທູດນໍາກັນ ໃນປີ 1995 ເປັນ ຕົ້ນມາ, ໂດຍໄດ້ມີການແລກປ່ຽນການຢ້ຽມຢາມຂອງເຈົ້າໜ້າທີ່ລະດັບສູງ ແລະ ມີການສະໜັບສະໜູນເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ; ສອງ​ຝ່າຍ ຢືນ​ຢັນ​ຄວາມ​ມຸ່ງ​ໝັ້ນ​​ໃນການ​ເສີມ​ຂະ​ຫ​ຍາຍ​ການ​ພົວ​ພັນ ລະ​ຫວ່າງ​ສອງ​ປະ​ເທດ​ໃຫ້​ນັບ​ມື້​ກວ້າງ​ຂວາງ ແລະ​ ແໜ້ນ​ແຟ້ນ ໂດຍສະ​ເພາະ​ໂອ​ກາດ ຄົບ​ຮອບ 30 ປີ ແຫ່ງ​ການ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ການ​ທູດ ລະ​ຫວ່າງ ສອງ​ປະ​ເທດ ທີ່​ຈະ​ມາ​ເຖິງ​​ນີ້ ​ຈະ​ໄດ້​ຮ່ວມ​ກັນ​ແລກ​ປ່ຽນ​ການ​ຢ້ຽມ​ຢາມ​ ເຊິ່ງ​ກັນ ແລະ ກັນ.
ພ້ອມນັ້ນ, ສອງ​ຝ່າຍ ຍັງ​ໄດ້ແລກ​ປ່ຽນ​ຄວາມ​ຄິດ​ເຫັນ​ກ່ຽວ​ກັບ​ການ​ເສີມ​ຂະ​ຫ​ຍາຍ​ການ​ພົວ​ພັນຮ່ວມ​ມື​ທາງ​ດ້ານ​ເສດ​ຖະ​ກິດ -ສັງ​ຄົມ​ ​ແລະ ເປັນ​ເອ​ກະ​ພາບ​ກັນ ໃຫ້​ມີ​ການ​ສ້າງ​ຕັ້ງ​ກົນ​ໄກ​ປຶກ​ສາ​ຫາ​ລື ແລະ ຮ່ວມ​ມື ທາງ​ດ້ານ​ເສດ​ຖະ​ກິດ-ສັງ​ຄົມ ລະ​ຫວ່າງ​ສອງ​ປະ​ເທດ ໃນ​​ຕໍ່​ຫ​ນ້ານີ້ ເພື່ອ​ ສົ່ງ​ເສີມການຄ້າ, ການລົງທຶນ, ການ ສຶກສາ, ພະ​ລັງ​ງານ, ການທ່ອງທ່ຽວ ແລະ ດ້ານອື່ນໆ.
ໃນໂອກາດນີ້, ພະນະທ່ານ ທອງລຸນ ສີສຸລິດ, ປະທານປະ ເທດ ແຫ່ງ ສປປ ລາວ ໄດ້ເຊື້ອເຊີນ ພະນະທ່ານ ອິວຮາມ ເຮດາ ອັກລື ອາລີເຢບ, ປະທານາທິບໍດີ ແຫ່ງ ສ. ອາແຊັກໄບຊານ ເດີນ ທາງຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນໂອກາດທີ່ສະດວກ ແລະ ເໝາະສົມ, ເຊິ່ງ ພະນະທ່ານ ປະທານາທິບໍດີ ແຫ່ງ ສ. ອາແຊັກໄບຊານ ກໍໄດ້ຕອບຮັບການເຊື້ອເຊີນດັ່ງກ່າວ.