ໃນວັນທີ 24 ຕຸລາ ນີ້ ທີ່ໂຮງແຮມລາວພລາຊາ ນະຄອນຫຼວງ ວຽງຈັນ ໄດ້ຈັດກອງປະຊຸມເຈົ້າໜ້າທີ່ອາວຸໂສດີຈີຕອນອາຊຽນ ແລະ ສະພາດັດສົມໂທລະຄົມມະນາຄົມອາຊຽນ ຄັ້ງທີ 2 ປະຈຳປີ 2024 (2nd ASEAN Digital Senior Officials Meeting _ ASEAN Telecommunication Regulators ‘ Council Leaders ‘ Retreat of 2024), ໂດຍປະຕິບັດການເປັນເຈົ້າພາບໝູນວຽນຂອງ ສປປ ລາວ ໂດຍທ່ານນາງ ພາວັນນາ ດວງບຸບຜາ ຮອງຫົວໜ້າອົງການດັດສົມໂທລະຄົມ ປະທານເຈົ້າໜ້າທີ່ອາວຸໂສດັດສົມໂທລະຄົມ ມະນາຄົມອາຊຽນ ຊຶ່ງໄດ້ມີຜູ້ແທນຕາງໜ້າຈາກ 10 ປະເທດສະມາຊິກອາຊຽນ ພ້ອມດ້ວຍກອງເລຂາອາຊຽນ ຫົວໜ້າສູນກອງທຶນອາຊຽນໄອຊີທີ (AICTC )ເຂົ້າຮ່ວມ.
ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ເພື່ອປຶກສາຫາລືບັນດາວາລະວຽກທີ່ສຳຄັນ ແລະ ການກະກຽມ ເນື້ອໃນສໍາລັບກອງປະຊຸມລັດຖະມົນຕີດີຈີຕອນອາຊຽນ (ADGMIN) 2025 ທີ່ ຣາຊະອານາຈັກໄທ ຈະເປັນເຈົ້າພາບ, ແຜນການຮ່ວມມືກັບບັນດາປະເທດຄູ່ຮ່ວມເຈລະຈາ ແລະ ວາລະສໍາຄັນສະເພາະເຊັ່ນ: ຄວາມຄືບໜ້າບັນດາກິດຈະກໍາປະຈໍາປີ 2024, (ສປປ ລາວ ມີ 1 ກິດ ຈະກຳ), ແຜນການຮ່ວມມື ແລະ ກິດຈະກໍາສໍາລັບສົກປີ 2025; ວຽກງານທີ່ຕິດພັນກັບຄວາມປອດໄພທາງໄຊເບີ, ການປະເມີນ ແລະ ສະຫຼຸບການຈັດຕັ້ງປະຕິບັດແຜນແມ່ບົດ ADM2025, ພິຈາລະນາກ່ຽວກັບຮ່າງຖະແຫຼງການ, ຮ່າງບົດຖະແຫຼງຂ່າວ (JMS) ແລະ ບັນດາເອກສານສໍາຄັນຕ່າງໆທີ່ ຈະສະເໜີຮັບຮອງໃນກອງປະຊຸມລັດຖະມົນຕີດີຈີຕອນ ອາຊຽນADGMIN ແລະ ອື່ນໆ.
ຂ່າວ: ກຕສ




