ວັນທີ 24 ຕຸລາ 2024ນີ້, ທ່ານ ສີສະຫວາດ ແສງພະຈັນ ຫົວໜ້າພະແນກຖະແຫຼງຂ່າວວັດທະນະທຳແລະທ່ອງທ່ຽວ ແຂວງວຽງຈັນ ໄດ້ລາຍງານກ່ຽວກັບການພັດທະນາພື້ນຖານໂຄງລ່າງແລະການຄຸ້ມຄອງການທ່ອງທ່ຽວຢູ່ພາຍໃນແຂວງວຽງຈັນວ່າ: ທົ່ວແຂວງມີແຫລ່ງທ່ອງທ່ຽວທີ່ຂຶ້ນບັນຊີຄຸ້ມຄອງແລ້ວ 211 ແຫ່ງ; ໃນນີ້, ມີແຫລ່ງທ່ອງທ່ຽວທາງທຳມະຊາດ 180 ແຫ່ງ, ວັດທະນະທຳ 22 ແຫ່ງ ແລະ ປະຫວັດສາດ 9 ແຫ່ງ, ໄດ້ພັດທະນາ ແລະ ເປີດນຳໃຊ້ບໍລິການເປັນສະຖານທີ່ທ່ອງທ່ຽວແລ້ວຈຳນວນ 60 ແຫ່ງ; ສະຖານທີ່ທ່ອງທ່ຽວທຳມະຊາດ 55 ແຫ່ງ, ວັດທະນະທຳ 5 ແຫ່ງ, ໃນນັ້ນພາກເອກະຊົນລົງທຶນມີຈໍານວນ 55 ແຫ່ງ, ປະຊາຊົນເປັນຜູ້ພັດທະນາ ແລະ ຄຸ້ມຄອງມີ 5 ແຫ່ງ.
ພາຍໃນ 9 ເດືອນຂອງປີ 2024 ມີນັກທ່ອງທ່ຽວເຂົ້າມາທ່ຽວແຂວງວຽງຈັນ ທັງໝົດ 1,031,750 ກວ່າເທື່ອຄົນ, ໃນນັ້ນມີນັກທ່ອງທ່ຽວຕ່າງປະເທດ ຫຼາຍກວ່າ 281,890 ກວ່າເທື່ອຄົນ, ທຽບໃສ່ໄລຍະດຽວກັນຂອງປີ 2023 ເພີ່ມຂຶ້ນ 366,900 ກວ່າຄົນ, ສ້າງລາຍຮັບທົ່ວສັງຄົມໄດ້ທັງໝົດ 700 ຕື້ກວ່າກີບ, ທຽບໃສ່ປີ 2023 ເພີ່ມຂື້ນ 489 ຕື້ກີບ, ໃນປີ 2025 ຄາດໝາຍສູ້ຊົນດຶງດູດນັກທ່ອງທ່ຽວເຂົ້າມາທ່ຽວແຂວງວຽງຈັນ ໃຫ້ໄດ້ 1,3 ລ້ານເທື່ອຄົນ, ສ້າງລາຍຮັບໃຫ້ໄດ້ຫຼາຍກ່ວາ 782 ຕື້ກີບ.
ແຕ່ປີ 2019-2025 ແຂວງວຽງຈັນ ໄດ້ຮັບທຶນຊ່ວຍເຫລືອລ້າຈາກ ທະນາຄານພັດທະນາອາຊີ ຫຼື ADB ປະກອບມີ 5 ໂຄງ ການຄື: ໂຄງການປັບປຸງສະໜາມຂີ້ເຫຍື້ອຂອງເມືອງວັງວຽງ; ໂຄງການປັບປຸງເສັ້ນທາງແຫລ່ງທ່ອງທ່ຽວນໍ້າຕົກຕາດແກ້ງຍຸຍ, ເສັ້ນທາງວົງແຫວນເບື້ອງຕາເວັນຕົກຂອງສາຍນໍ້າຊອງ, ຂົວຂ້າມນໍ້າຊອງ; ໂຄງການປັບປຸງເສັ້ນທາງພາຍໃນຕົວເມືອງວັງວຽງ; ໂຄງ ການກໍ່ສ້າງເສັ້ນທາງ ແລະ ປັບປຸງສິ່ງອໍານວຍຄວາມສະດວກດ້ານການທ່ອງທ່ຽວຢູ່ອ່າງນໍ້າງື່ມ ແລະ ໂຄງການຍົກລະດັບດ່ານທ້ອງ ຖິ່ນຢູ່ ບ້ານວັງ ເມືອງໝື່ນ ຂຶ້ນເປັນດ່ານສາກົນ .
ຂໍ້ມູນ: ລາວພັດທະນາ



